ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 28 ທີ່ ຟີລິບປິນ ພ້ອມຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນ;

ໃນວັນທີ 14 ພະຈິກ 2026 ທີ່ ມະນີລາ ປະເທດຟີລິບປິນ: ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 28 (28th ASEAN Economic Community Council: AECC) ເພື່ອທົບທວນຜົນການດຳເນີນວຽກງານຂອງປະຊາຄົມເສດຖະກິດອາຊຽນ ແລະ ກຳນົດທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອກະກຽມໃຫ້ແກ່ການປະຊຸມສຸດຍອດອາຊຽນ ຄັ້ງທີ 49.

ກອງປະຊຸມໄດ້ແລກປ່ຽນທັດສະນະ ກ່ຽວກັບສະພາບການເສດຖະກິດໂລກ ຜ່ານການນຳສະເໜີຂອງທະນາຄານພັດທະນາອາຊີ (ADB), ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ແລະ ສາດສະດາຈານ Jeffrey Sachs. ບັນດາຜູ້ນຳສະເໜີ ໄດ້ຊີ້ໃຫ້ເຫັນວ່າ ເຖິງແມ່ນເສດຖະກິດອາຊຽນຍັງມີທ່າອ່ຽງເຕີບໂຕ ແຕ່ຍັງປະເຊີນກັບຄວາມສ່ຽງຈາກຄວາມຜັນຜວນດ້ານພະລັງງານ, ລາຄາອາຫານ, ຜົນກະທົບຈາກປະກົດການເອລນີໂຢ ແລະ ສິ່ງກີດຂວາງຂອງຕ່ອງໂສ້ການສະໜອງ. ດັ່ງນັ້ນ, ອາຊຽນ ຈຶ່ງຈຳເປັນຕ້ອງເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງພະລັງງານ, ອາຫານ, ການເຊື່ອມໂຍງໂຄງລ່າງພື້ນຖານ ແລະ ການຫັນປ່ຽນໄປສູ່ເສດຖະກິດດິຈິຕອນແລະ ສີຂຽວ.
ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດ 19 ແຜນບູລິມະສິດເສດຖະກິດອາຊຽນ (Priority Economic Deliverables: PEDs) ພາຍໃຕ້ການເປັນປະທານອາຊຽນຂອງຟີລິບປິນ ປີ 2026 ເຊິ່ງມີ 06 PEDs ທີ່ສຳເລັດໄປແລ້ວ, ອີກ 08 PEDs ຄາດວ່າຈະສຳເລັດກ່ອນກອງປະຊຸມສຸດຍອດອາຊຽນ ແລະ ອີກ 05 PEDs ທີ່ພວມດຳເນີນໄປຕາມແຜນ. ຜົນສຳເລັດດັ່ງກ່າວກວມເອົາບັນຫາ ການເຊື່ອມໂຍງດ້ານພະລັງງານອາຊຽນ, ຕະຫຼາດທຶນທີ່ຍືນຍົງ, ການນຳໃຊ້ປັນຍາປະດິດໃນຂະແໜງສຸຂະພາບ, ການຟື້ນຟູລະບົບກະສິກຳທີ່ມີຄວາມທົນທານ, ການສົ່ງເສີມສຸຂະພາບທາງການເງິນ ແລະ ການລົງທຶນສີຂຽວ. ພ້ອມນັ້ນ, ອາຊຽນ ຍັງສືບຕໍ່ຊຸກຍູ້ວຽກງານດ້ານການຄ້າດິຈິຕອນ, ວິສາຫະກິດຈຸລະພາກ ຂະໜາດນ້ອຍ ແລະ ຂະໜາດກາງ (MSMEs), ນະວັດຕະກຳ ແລະ ເສດຖະກິດແບບກວມລວມ.

ສຳລັບການດຳເນີນງານຕາມແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ 2026-2030, (AEC Stretegic Plan 2026-2030) ກອງປະຊຸມໄດ້ຮັບຊາບຜົນສຳເລັດໃນປີທຳອິດ ທີ່ສຳເລັດໄດ້ 24 ແຜນງານໃນທັງໝົດ 26 ແຜນງານ.
ພ້ອມນັ້ນ, ຍັງໄດ້ທົບທວນຄວາມຄືບໜ້າຂອງວາລະການພັດທະນາແບບຍືນຍົງອາຊຽນ (ASEAN Sustainability Agenda), ລວມທັງ ການສຶກສາຄວາມເປັນໄປໄດ້ຂອບສັນຍາເສດຖະກິດສີຂຽວອາຊຽນ (GEFA), ການຊຸກຍູ້ການເຊື່ອມໂຍງໄຟຟ້າຜ່ານ ASEAN Power Grid ແລະ ຄວາມຄືບໜ້າຂອງວາລະການຫັນປ່ຽນດິຈິຕອນອາຊຽນ (ASEAN Digital Transformation), ໂດຍສະເພາະ ຜົນສຳເລັດຂອງການຈັດຕັ້ງປະຕິບັດ Bandar Seri Begawan Roadmap ໄດ້ຄົບທັງ 26 ກິດຈະກຳ.
ໂອກາດນີ້ ທ່ານ ປອ ມະໂນທອງ ວົງໄຊ ຍັງໄດ້ລາຍງານໃຫ້ກອງປະຊຸມຊາບເຖິງຜົນສຳເລັດຂອງ ສປປ ລາວ ໃນການດຳເນີນຂັ້ນຕອນພາຍໃນ ເພື່ອໃຫ້ສັດຕະຍາບັນແກ່ສັນຍາອາຊຽນ 03 ສະບັບ ຄື: ສັນຍາ ASEAN Mutual Recognition Arrangement on Type Approval for Automotive Products; ASEAN Food Safety Regulatory Framework Agreement ແລະ ASEAN Sectoral Mutual Recognition Arrangement for Building and Construction Materials. ນອກຈາກນີ້, ກອງປະຊຸມຍັງໄດ້ພິຈາລະນາບົດລາຍງານຂອງ AECC ແລະ ບັນດາເອກະສານສຳຄັນ ທີ່ເປັນໝາກຜົນໄດ້ຮັບຂອງປະຊາຄົມເສດຖະກິດອາຊຽນ ເພື່ອລາຍງານໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49.

ພາຍຫຼັງ, ສຳເລັດກອງປະຊຸມ AECC ຄັ້ງທີ 28, ທ່ານ ປອ ມະໂນທອງ ວົງໄຊ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນພິທີລົງນາມບັນທຶກຄວາມເຂົ້າໃຈ ລະຫວ່າງ ອາຊຽນ ແລະ ທະນາຄານພັດທະນາອາຊີ (ASEAN-ADB MOU) ແລະ ພິທີລົງນາມສັນຍາຂອບການຄ້າເສດຖະກິດດິຈິຕອນອາຊຽນ (ASEAN Digital Economy Framework Agreement: DEFA). ການລົງນາມດັ່ງກ່າວ ຖືເປັນບາດກ້າວສຳຄັນໃນການສົ່ງເສີມການຮ່ວມມືລະຫວ່າງ ອາຊຽນ ກັບ ADB ໃນການພັດທະນາພາກພື້ນອາຊຽນ ແລະ ຊຸກຍູ້ການສ້າງລະບົບນິເວດເສດຖະກິດດິຈິຕອນທີ່ເຊື່ອມໂຍງ, ປອດໄພ ແລະ ກວມລວມ ພ້ອມທັງ ເພີ່ມໂອກາດໃຫ້ທຸລະກິດ ແລະ MSMEs ໃນພາກພື້ນໃຫ້ຫຼາຍຂື້ນ.
ນອກຈາກນັ້ນ, ທ່ານ ປອ ມະໂນທອງ ວົງໄຊ ແລະ ຄະນະ ຍັງໄດ້ຕິດຕາມນຳ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມໃນພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ລວມທັງ ການພົບປະສອງຝ່າຍກັບຜູ້ນຳຈາກປະເທດຕ່າງໆ ປະກອບມີ ໄທ, ບຣູໄນ, ອົດສະຕຣາລີ, ສິງກະໂປ, ຣັດເຊຍ ແລະ ຕີມໍ-ເລສເຕ ເພື່ອຊຸກຍູ້ການຮ່ວມມື ແລະ ຄວາມສຳພັນອັນດີລະຫວ່າງກັນ.
ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ສະທ້ອນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການຮ່ວມກັບປະເທດສະມາຊິກອາຊຽນ ຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນ ສູ່ປະຊາຄົມທີ່ມີຄວາມຢືດຢຸ່ນ, ມີຂີດຄວາມສາມາດແຂ່ງຂັນ, ຍືນຍົງ ແລະ ກວມລວມ ຕາມວິໄສທັດປະຊາຄົມອາຊຽນ 2045.
Related News
16 November 2026
ກຊປ ເຜີຍແຜ່ວຽກງານຊັບສິນທາງປັນຍາ, ກົດໝາຍ ແລະ ແຜນພັດທະນາວຽກງານ ຊັບສິນທາງປັນຍາ ປີ 2026-2030 ໃຫ້ແກ່ ພະແນກ ອຄ ແຂວງໄຊຍະບູລີ
16 November 2026
ກະຊວງ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບຊ່ຽວຊານສະວິດເຊີແລນ ແລກປ່ຽນບົດຮຽນ ແລະ ຝຶກອົບຮົມພາກປະຕິບັດຕົວຈິງ ດ້ານຄວາມປອດໄພເຂື່ອນ
13 November 2026
