ກຊປ ເຜີຍແຜ່ວຽກງານຊັບສິນທາງປັນຍາ, ກົດໝາຍ ແລະ ແຜນພັດທະນາວຽກງານ ຊັບສິນທາງປັນຍາ ປີ 2026-2030 ໃຫ້ແກ່ ພະແນກ ອຄ ແຂວງໄຊຍະບູລີ

ໃນວັນທີ 16 ພະຈິກ 2026, ທີ່ ແຂວງໄຊຍະບູລີ, ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຊັບສິນທາງປັນຍາ, ກົດໝາຍ ແລະ ແຜນພັດທະນາວຽກງານຊັບສິນທາງປັນຍາ ປີ 2026-2030, ໂດຍການເປັນປະທານຮ່ວມຂອງ ທ່ານ ກິແກ້ວ ວໍລະວົງສາ, ຮອງຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ທອງດີ ທີແກ້ວ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ.

ໃນກອງປະຊຸມ ມີຄະນະວິຊາການຈາກກົມຊັບສິນທາງປັນຍາ, ຄະນະຜູ້ຕາງໜ້າຈາກພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ, ແຂວງອຸດົມໄຊ, ຫຼວງພະບາງ, ບັນດາຫ້ອງການການ ອຸດສາຫະກໍາ ແລະ ການຄ້າ 11 ເມືອງ, ພາກສ່ວນຫົວໜ່ວຍທຸລະກິດ ພາຍໃນແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ດໍາເນີນເປັນເວລາ 1 ວັນ ຊຶ່ງມີຈຸດປະສົງ ເພື່ອເຜີຍແຜ່ວຽກງານຊັບສິນທາງປັນຍາ, ກົດໝາຍ ແລະ ແຜນຍຸດທະສາດ ໃຫ້ແກ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ແລະ ເພື່ອສ້າງຄວາມເຂັ້ມແຂງດ້ານວິຊາການ ກ່ຽວກັບການຮັບຄໍາຮ້ອງຊັບສິນອຸດສາຫະກໍາ, ການແຈ້ງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ລວມທັງການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ກິແກ້ວ ວໍລະວົງສາ, ຮອງຫົວໜ້າກົມຊັບສິນທາງປັນຍາ, ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງ ຍຸດທະສາດຊັບສິນທາງປັນຍາແຫ່ງຊາດ ຂອງ ສປປ ລາວ 2026–2030 ທີ່ກົມໄດ້ເຮັດສໍາເລັດໃນການສ້າງຂຶ້ນ (ເລີ່ມດໍາເນີນແຕ່ປີ 2025 ຜ່ານການສຶກສາ, ວິເຄາະສະພາບການ, ປະເມີນຜົນ ແລະ ປຶກສາຫາລືຮ່ວມກັບຂະແໜງການພາກລັດ ແລະ ພາກເອກະຊົນ) ເພື່ອກໍານົດທິດທາງພັດທະນາລະບົບຊັບສິນທາງປັນຍາ ໃຫ້ເຂັ້ມແຂງ, ທັນສະໄໝ ແລະ ເປັນເຄື່ອງມືຂັບເຄື່ອນເສດຖະກິດ-ສັງຄົມ ໂດຍກໍານົດ 6 ເປົ້າໝາຍຍຸດທະສາດຕົ້ນຕໍ ຄື:1ເສີມສ້າງຄວາມເຂັ້ມແຂງດ້ານກົດໝາຍ ແລະ ສະຖາບັນຊັບສິນທາງປັນຍາແຫ່ງຊາດ; 2 ສົ່ງເສີມນະວັດຕະກໍາ ແລະ ຄວາມຄິດສ້າງສັນຜ່ານຊັບສິນທາງປັນຍາ; 3 ສົ່ງເສີມການນໍາໃຊ້ຊັບສິນທາງປັນຍາເພື່ອກະຈາຍເສດຖະກິດ ແລະ ການເຕີບໂຕສີຂຽວ; 4 ສ້າງຄວາມຮັບຮູ້, ການສຶກສາ ແລະ ພັດທະນາຂີດຄວາມສາມາດດ້ານຊັບສິນທາງປັນຍາ; 5 ອໍານວຍຄວາມສະດວກໃນການເຂົ້າເຖິງລະບົບຊັບສິນທາງປັນຍາສາກົນ ແລະ ຕະຫຼາດໂລກ; 6 ນໍາໃຊ້ຊັບສິນທາງປັນຍາເພື່ອການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

ນອກຈາກນີ້, ກົມຊັບສິນທາງປັນຍາ ຍັງໄດ້ຜັນຂະຫຍາຍບັນດານິຕິກໍາລຸ່ມກົດໝາຍ ເພື່ອຮອງຮັບການຈັດຕັ້ງປະຕິບັດວຽກງານຈາກສູນກາງລົງສູ່ທ້ອງຖິ່ນ ເຊັ່ນ: ກົດໝາຍວ່າດ້ວຍຊັບສິນທາງປັນຍາ 2023, ການປັບປຸງຂໍ້ຕົກລົງວ່າດ້ວຍເຄື່ອງໝາຍການຄ້າ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ຖິ່ນກໍາເນີດ, ແບບອຸດສາຫະກໍາ ແລະ ກໍາລັງສຸມໃສ່ໃຫ້ສໍາເລັດຂໍ້ຕົກລົງ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາດ້ານບໍລິຫານ ພ້ອມທັງຊຸກຍູ້ການສ້າງສິນຄ້າຖິ່ນກໍາເນີດ ໃນແຕ່ລະແຂວງຕາມທ່າແຮງຕົວຈິງ ເພື່ອຊ່ວຍຍົກລະດັບຂີດຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດລາວ ໃຫ້ກ້າວສູ່ລະດັບສາກົນເທື່ອລະກ້າວ.
ກອງປະຊຸມຄັ້ງນີ້ ຍັງເປັນເວທີແລກປ່ຽນຄວາມຮູ້ ແລະ ປະສົບການດ້ານຊັບສິນທາງປັນຍາ ລະຫວ່າງພາກລັດ ແລະ ພາກທຸລະກິດ ຂອງແຂວງໄຊຍະບູລີ ໃຫ້ສາມາດນໍາໃຊ້ຊັບສິນທາງປັນຍາ ເຂົ້າໃນການສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າ ແລະ ການບໍລິການພາຍໃນທ້ອງຖິ່ນຢ່າງມີປະສິດທິຜົນ. ພ້ອມດຽວກັນນັ້ນ ຈະໄດ້ລົງປະຕິບັດຕົວຈິງ ກ່ຽວກັບການນໍາໃຊ້ລະບົບ ການຮັບຄຳຮ້ອງຂໍຈົດທະບຽນຊັບສິນທາງປັນຍາ (IPAS system), ການແນະນໍາການຮັບຄໍາຮ້ອງຂໍຈົດທະບຽນຊັບສິນທາງປັນຍາ ແລະ ການກວດຄົົ້ນເຄື່ອງໝາຍການຄ້າ, ໃຫ້ແກ່ພະນັກງານຂະແໜງຊັບສິນທາງປັນຍາ ທີ່ຮັບຜິດຊອບວຽກງານດັ່ງກ່າວ ໃຫ້ສາມາດບໍລິການແກ່ສັງຄົມ ໄດ້ຢ່າງເປັນມືອາຊີບ.
Related News
16 November 2026
ກະຊວງ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບຊ່ຽວຊານສະວິດເຊີແລນ ແລກປ່ຽນບົດຮຽນ ແລະ ຝຶກອົບຮົມພາກປະຕິບັດຕົວຈິງ ດ້ານຄວາມປອດໄພເຂື່ອນ
16 November 2026
ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 28 ທີ່ ຟີລິບປິນ ພ້ອມຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນ;
13 November 2026
