General25 November 2026
ກະຊວງອຸດສາຫະກຳ ແລະ ການຄ້າ ຕິດຕາມທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການຜະລິດເປັນສິນຄ້າ

ໃນຕອນບ່າຍ ຂອງວັນທີ 25 ພະຈິກ 2026 ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຂວງ ອຸດສາກະກຳ ແລະ ການຄ້າ (ກອຄ) ພ້ອມດ້ວຍຄະນະ ໄດ້ຕິດຕາມ ຄະນະຂອງ ທ່ານ ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ເຄື່ອນໄຫວຢ້ຽມຢາມຊຸກຍູ້ ໂຄງການສວນປູກ ໝາກບູເບີລີ ຂອງ ບໍລິສັດຊັນ ອິນຟີນິດ ກະສິກຳຈໍາກັດ ທີ່ບ້ານໜອງຫີນ, ເມືອງປາກຊ່ອງ, ແຂວງຈໍາປາສັກ.
ໝາກບຸເບີລີ ເປັນພືດ ທີ່ໄດ້ຮັບການຂຶ້ນທະບຽນພັນພືດໃໝ່ ຂອງ ສປປ ລາວ. ເປັນພືດເສດຖະກິດໃຫ້ໝາກທີ່ສໍາຄັນ ໄດ້ຮັບຄວາມນິຍົມ ແລະ ມີຄວາມຕ້ອງການສູງ ທັງຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ ທີ່ສາມາດພັດທະນາ ແລະ ສ້າງເປັນຜະລິດຕະພັນສິນຄ້າທີ່ຫຼາກຫຼາຍ ປະກອບສ່ວນໃຫ້ແກ່ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ.
