|
General26 November 2026

ຝືກອົບຮົມຍົກລະດັບທັກສະທາງດ້ານການນຳໃຊ້ AI ເຂົ້າໃນການເຮັດວຽກຍຸກໃໝ່ທັນສະໄໝ

ຝືກອົບຮົມຍົກລະດັບທັກສະທາງດ້ານການນຳໃຊ້ AI ເຂົ້າໃນການເຮັດວຽກຍຸກໃໝ່ທັນສະໄໝ

ໃນລະຫວ່າງວັນທີ 26-27 ພະຈິກ 2026 ທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຫຼວງພະບາງ, ກົມຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ເປີດຊຸດຝຶກອົບຮົມ ພາຍໃຕ້ຫົວຂໍ້ 'ການນໍາໃຊ້ AI ເຂົ້າໃນການເຮັດວຽກທັນສະໄໝ' (AI for the Modern Workplace). ໂດຍໃຫ້ກຽດເປັນປະທານຂອງທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມຄຸ້ມຄອງວິສາຫະກິດ, ພ້ອມດ້ວຍ ຮອງຫົວໜ້າກົມ, ອາຈານຝຶກສອນ, ນັກສໍາມະນາກອນຈາກກົມຄຸ້ມຄອງວິສາຫະກິດ, ຫ້ອງການ, ກົມຈັດຕັ້ງ, ກົມກວດກາ ແລະ ຜູ້ຕາງໜ້າຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຫຼວງພະບາງ ເຂົ້າຮ່ວມ.

ທ່ານປະທານກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ໄດ້ເຫັນເຖິງຄວາມໝາຍ ແລະ ຄວາມສໍາຄັນຂອງການໝຸນນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານປະຈໍາວັນ.

ໃນຍຸກສະໄໝແຫ່ງການຫັນເປັນດິຈິຕອນ (Digital Transformation) ໃນປັດຈຸບັນ, ເຕັກໂນໂລຊີປັນຍາປະດິດ ຫຼື AI ໄດ້ມີບົດບາດສໍາຄັນຢ່າງຍິ່ງ ແລະ ກໍາລັງປ່ຽນແປງຮູບແບບການເຮັດວຽກໃນທົ່ວໂລກ. AI ບໍ່ແມ່ນເລື່ອງທີ່ໄກຕົວອີກຕໍ່ໄປ, ແຕ່ມັນໄດ້ກາຍເປັນເຄື່ອງມືຊ່ວຍວຽກທີ່ຊົງພະລັງ ເຊິ່ງສາມາດຊ່ວຍໃຫ້ພວກເຮົາປະຢັດເວລາ, ຫຼຸດຜ່ອນ ຂັ້ນຕອນທີ່ຊໍ້າຊ້ອນ, ຊ່ວຍວິເຄາະຂໍ້ມູນ, ຮ່າງເອກະສານ ແລະ ຍົກສູງຄຸນນະພາບຂອງວຽກງານໃຫ້ມີຄວາມວ່ອງໄວ ແລະ ຊັດເຈນຍິ່ງຂຶ້ນ.

ສໍາລັບວຽກງານຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເວົ້າລວມ, ເວົ້າສະເພາະແມ່ນກົມຄຸ້ມຄອງວິສາຫະກິດ ທີ່ມີຄວາມຮັບຜິດຊອບສູງ ແລະ ຕ້ອງໄດ້ປະສານງານກັບຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ, ການທີ່ພະນັກງານ-ລັດຖະກອນ ສາມາດນໍາໃຊ້ເຕັກໂນໂລຊີ AI ເຂົ້າໃນການເຮັດວຽກໄດ້ຢ່າງຄ່ອງແຄ້ວ ຈະເປັນການເພີ່ມຂີດຄວາມສາມາດໃນການແຂ່ງຂັນ ແລະ ເຮັດໃຫ້ການບໍລິຫານຈັດການວຽກງານມີຄວາມທັນສະໄໝ, ໂປ່ງໃສ ແລະ ມີປະສິດທິຜົນສູງສຸດ.

ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບການນໍາໃຊ້ AI ໃຫ້ເກີດປະໂຫຍດສູງສຸດແລ້ວ, ຂ້າພະເຈົ້າຂໍຝາກໃຫ້ບັນດາທ່ານ ຈົ່ງຄໍານຶງເຖິງຄວາມຖືກຕ້ອງຂອງຂໍ້ມູນ ແລະ ຄວາມປອດໄພທາງໄຊເບີ ໂດຍສະເພາະແມ່ນການຮັກສາຄວາມລັບຂອງເອກະສານທາງລັດຖະການ ບໍ່ໃຫ້ຮົ່ວໄຫຼຜ່ານລະບົບອອນລາຍໂດຍຮູ້ເທົ່າບໍ່ເຖິງການ. ພວກເຮົາຕ້ອງນໍາໃຊ້ AI ໃນຖານະ 'ຜູ້ຊ່ວຍ' ທີ່ສະຫຼາດ, ແຕ່ຄົນເຮົາຍັງຄົງເປັນຜູ້ກວດສອບ ແລະ ຕັດສິນໃຈຂັ້ນສຸດທ້າຍ."

Back to News