|
General25 November 2026

ກະຊວງ ອຄ ຕ້ອນຮັບຄະນະຜູ້ແທນທຸລະກິດ ແລະ ສະມາຄົມທີ່ປຶກສາ SME ຈາກໂຕກຽວ ປະເທດຍີ່ປຸ່ນ

ກະຊວງ ອຄ ຕ້ອນຮັບຄະນະຜູ້ແທນທຸລະກິດ ແລະ ສະມາຄົມທີ່ປຶກສາ SME ຈາກໂຕກຽວ ປະເທດຍີ່ປຸ່ນ

ໃນຕອນບ່າຍຂອງວັນທີ 25 ພະຈິກ 2026, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະປຶກສາຫາລືກັບຄະນະຜູ້ແທນຈາກບໍລິສັດ ລຽວຕູ ອຸດສາຫະກຳ (Lieu Tou Industry) ແລະ ສະມາຄົມທີ່ປຶກສາການຄຸ້ມຄອງວິສາຫະກິດຂະໜາດນ້ອຍ ແລະ ກາງ ແຫ່ງໂຕກຽວ (Tokyo SME Management Consultants Association) ປະເທດປະເທດຍີ່ປຸ່ນ ເຊິ່ງນຳໂດຍ ທ່ານ ໂທໂມນາຣິ ຮິໂຣຕະ (Tomonari Hirota) ຫົວໜ້າຄະນະຜູ້ແທນ ໃນໂອກາດເດີນທາງມາທັດສະນະສຶກສາ ແລະ ມີຄວາມສົນໃຈໃນການມາລົງທຶນ ແລະ ເຮັດທຸລະກິດ ຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ມະໂນທອງ ວົງໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ສາຍພົວພັນການຮ່ວມມືອັນຍາວນານລະຫວ່າງ ສປປ ລາວ ແລະ ປະເທດຍີ່ປຸ່ນ ໂດຍສະເພາະການສະໜັບສະໜູນຜ່ານອົງການໄຈກາ (JICA), ອົງການເຈໂທຣ (JETRO) ແລະ ການເຂົ້າຮ່ວມງານມະຫະກຳໂລກ Expo 2005 ທີ່ແຂວງໄອຈິ ແລະ Expo 2025 ທີ່ນະຄອນໂອຊາກາ. ທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມຄືບໜ້າທາງດ້ານການຄ້າສອງຝ່າຍ ໃນໄລຍະ 10 ເດືອນຕົ້ນປີ 2026 ເຊິ່ງບັນລຸມູນຄ່າປະມານ 280 ລ້ານໂດລາສະຫະລັດ ໂດຍສິນຄ້າສົ່ງອອກຫຼັກຂອງລາວໄປປະເທດຍີ່ປຸ່ນ ປະກອບມີ ເກີບ, ເຄື່ອງນຸ່ງຫົ່ມ ແລະ ອຸປະກອນໄຟຟ້າ.

ທ່ານຮອງລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບເຖິງຂີດໝາຍປະຫວັດສາດອັນສຳຄັນ ທີ່ ສປປ ລາວ ໄດ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງເປັນທາງການ ໃນວັນທີ 24 ພະຈິກ 2026 ເຊິ່ງເປັນຈຸດເລີ່ມຕົ້ນຂອງໄລຍະການພັດທະນາໃໝ່. ສຳລັບທິດທາງການພັດທະນາໃນໄລຍະປີ 2026–2030, ກະຊວງ ໄດ້ວາງບູລິມະສິດໃນການຍົກສູງຂີດຄວາມສາມາດໃນການແຂ່ງຂັນ, ການເພີ່ມທະວີການປຸງແຕ່ງພາຍໃນເພື່ອສ້າງມູນຄ່າເພີ່ມ, ການຊຸກຍູ້ວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ ກາງ (MSME) ໃຫ້ເຂົ້າສູ່ລະບົບ ແລະ ຫັນເປັນດິຈິຕອນ ລວມທັງການສົ່ງເສີມນິຄົມອຸດສາຫະກຳ ເພື່ອຮອງຮັບການລົງທຶນໃນຂະແໜງປຸງແຕ່ງກະສິກຳ-ອາຫານ, ຊິ້ນສ່ວນລົດຍົນ ແລະ ອຸປະກອນໄຟຟ້າ.

ພ້ອມກັນນີ້, ຝ່າຍລາວຍັງໄດ້ສະແດງຄວາມສົນໃຈຢາກຮຽນຮູ້ ແລະ ແລກປ່ຽນບົດຮຽນຈາກປະສົບການຂອງປະເທດປະເທດຍີ່ປຸ່ນ ກ່ຽວກັບລະບົບການຢັ້ງຢືນຄຸນວຸດທິທີ່ປຶກສາການຄຸ້ມຄອງ SME ລະດັບຊາດ ຫຼື "ຊິນດັນຊິ" (Shindanshi) ເພື່ອນຳມາປັບໃຊ້ເຂົ້າໃນການຍົກລະດັບວຽກງານບໍລິການໃຫ້ຄຳປຶກສາທາງທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ແທດເໝາະກັບຕົວຈິງ.

ພາບ-ຂ່າວ: ສົມສະນຸກ

Back to News