ກະຊວງອຸດຫະກຳ ແລະ ການຄ້າ ແລະ ແຂວງ ຈໍາປາສັກ ລົງນາມຮ່ວມມື ໃນ 22 ໂຄງການ ໄລຍະ 2026-2030

ໃນຕອນເຊົ້າ ຂອງວັນທີ 26 ພະຈິກ 2026 ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຄ ແລະ ຄະນະກຳມະການປົກຄອງ ແຂວງ ຈໍາປາສັກ ໂດຍ ປະລິນຍາເອກ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງ ຈໍາປາສັກ ໄດ້ລົງນາມຮ່ວມມື ໃນການປະຕິບັດ 22 ໂຄງການ ໄລຍະ 2026-2030 ພາຍໃຕ້ 7 ຂົງເຂດວຽກງານ:
- ອຸດສາຫະກຳປຸງແຕ່ງ
- ຫັດຖະກຳ
- ພະລັງງານ
- ທໍລະນີສາດ ແລະ ແຮ່ທາດ
- ການຄ້າ
- ວິສາຫະກິດ
- ມາດຕະຖານ ແລະ ຊັບສິນທາງປັນຍາ
ໂຄງການດັ່ງກ່າວ ໄດ້ເປັນການສືບສານການຮ່ວມມື ອັນດີງາມ ທີ່ສອງຝ່າຍໄດ້ດໍາເນີນ ຕະຫຼອດໄລຍະທີ່ຜ່ານມາ.
ໃນພິທີ, ຄະນະນໍາ ຂອງທັງສອງຝ່າຍ ໄດ້ໃຫ້ຮູ້ວ່າ ໄລຍະ 2020-2023 ທັງສອງຝ່າຍ ໄດ້ຮ່ວມກັນປະຕິບັດສໍາເລັດ 11 ໂຄງການຮ່ວມມື ຢ່າງມີຜົນສໍາເລັດ.
ໃນພິທີລົງນາມ, ກະຊວງ ອຄ ຍັງໄດ້ມອບເງິນຊ່ວຍເຫຼືອ:
1) ບ້ວງໄພພິບັດ ຈໍານວນ 100 ລ້ານກີບ ໃຫ້ຄະນະກໍາມະການປົກຄອງແຂວງຈໍາປາສັກ.
2) ໂຄງການຍົກລະດັບມາດຕະຖານກາເຟ ຈໍານວນ 100 ລ້ານກີບ ໃຫ້ພະແນກ ອຄ ແຂວງຈໍາປາສັກ.
ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ແຂວງ ຈໍາປາສັກ ໄດ້ໃຫ້ຄໍາໝັ້ນສັນຍາ ຈະເພີ່ມທະວີການປະສານງານ ເຊິ່ງກັນ ແລະ ກັນ ເພື່ອເອົາໃຈໃສ່ ຜັນຂະຫຍາຍ 22 ໂຄງການຮ່ວມມື ໄລຍະ 2026-2030 ໃຫ້ປະກົດຜົນເປັນຈິງ ດ້ວຍຜົນສໍາເລັດອັນຈົບງາມ ປະກອບສ່ວນໃຫ້ແກ່ການພັດທະນາຂອງແຂວງຈໍາປາສັກ ກໍຄືຂອງຊາດ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່.
