|
General28 November 2026

ກະຊວງ ອຄ ເຜີຍແຜ່ສົນທິສັນຍາ CEDAW ຄົບຮອບ 45 ປີ

ກະຊວງ ອຄ ເຜີຍແຜ່ສົນທິສັນຍາ CEDAW ຄົບຮອບ 45 ປີ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເຜີຍແຜ່ເອກະສານສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບແບບການຈຳແນກຕໍ່ແມ່ຍິງ (CEDAW) ຄົບຮອບ 45 ປີ ພ້ອມທັງສ້າງຂະບວນການເຕັ້ນແອໂຣບິກ ເພື່ອສຸຂະພາບ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານກ່າວເປີດຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາທ່ານອະດີດຮອງລັດຖະມົນຕີ, ອະດີດປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ພັນລະຍາການນຳ, ຫ້ອງການ, ສະຖາບັນ, 3ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດອ້ອມຂ້າງກະຊວງ ແລະ ແຂກທີ່ມີກຽດເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ຮອງລັດຖະມົນຕີ ໄດ້ກ່າວຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຕະຫຼອດໄລຍະ 45 ປີ ທີ່ ສປປ ລາວ ໄດ້ເຂົ້າເປັນພາຄີ ແລະ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາ CEDAW ນັບແຕ່ປີ 1981 ເປັນຕົ້ນມາ ເຊິ່ງພັກ ແລະ ລັດຖະບານ ໄດ້ຖືເອົາວຽກງານການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງເປັນໜຶ່ງໃນບຸລິມະສິດສຳຄັນຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສະເພາະໃນຂະແໜງອຸດສາຫະກຳ ແລະ ການຄ້າ, ກຳລັງແຮງງານ ແລະ ຜູ້ປະກອບການເພດຍິງ ລ້ວນແຕ່ມີບົດບາດສຳຄັນຢ່າງຍິ່ງໃນການຂັບເຄື່ອນການຜະລິດ, ການບໍລິການ ແລະ ການຄ້າ ທັງພາຍໃນ ແລະ ຕ່າງປະເທດ.

ພ້ອມນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ ສົນທິສັນຍາວ່າດ້ວຍການລຶບລ້າງການຈຳແນກທຸກຮູບແບບຕໍ່ແມ່ຍິງ CEDAW ໂດຍທ່ານ ນາງ ມາລີວັນ ພົມແສງສະຫວັນ, ຮອງຫົວໜ້າຫ້ອງການ ຮອງປະທານຄະນະ ກໍາມະທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຜູ້ປະຈຳການ), ໃຫ້ກັບພະນັກງານ-ລັດຖະກອນພາຍໃນກະຊວງ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງພັນທະສາກົນ ແລະ ນະໂຍບາຍຂອງລັດຖະບານ ແນໃສ່ການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນແຜນງານ, ໂຄງການ ແລະ ການປະຕິບັດໜ້າທີ່ວິຊາສະເພາະໃຫ້ເກີດດອກອອກຜົນຢ່າງແທ້ຈິງ ພ້ອມທັງຮັບປະກັນບໍ່ໃຫ້ມີການຈຳແນກ ຫຼື ການໃຊ້ຄວາມຮຸນແຮງທຸກຮູບແບບໃນສະຖານທີ່ເຮັດວຽກ ແລະ ໃນສັງຄົມ.

ຄຽງຄູ່ກັນນັ້ນ, ຍັງໄດ້ຈັດກິດຈະກຳເຕັ້ນແອໂຣບິກ ເພື່ອສຸຂະພາບ ເພື່ອສ້າງຂະບວນການຟົດຟື້ນມ່ວນຊື່ນ ສົ່ງເສີມໃຫ້ພະນັກງານ-ລັດຖະກອນ ໄດ້ມີໂອກາດອອກກຳລັງກາຍ, ເສີມສ້າງພະລານາໄມທີ່ສົມບູນແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນຕອນທ້າຍ, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ກໍຄືຫ້ອງການກະຊວງ ທີ່ຫ້າງຫາກະກຽມຈັດງານໄດ້ຢ່າງສົມກຽດ ແລະ ຂອບໃຈມາຍັງພາກສ່ວນຜູ້ສະໜັບສະໜູນຫຼັກ ປະກອບມີ ບໍລິສັດ ເບຍລາວ ຈຳກັດ, ລັດວິສາຫະກິດໄຟຟ້າລາວ ແລະ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ທີ່ປະກອບສ່ວນເຮັດໃຫ້ກິດຈະກຳດັ່ງກ່າວດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.

ພາບ: ສູນທອງ

ຂ່າວ: ພະແນກ ຄກມດ

Back to News