Department of Standards and Metrology Signs MOU with China on Alcoholic Beverage Standards

ວັນທີ 8 ພຶດສະພາ 2026
ທ່ານ ສີສັງຄົມ ໂຄດໂຍທາ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ການຮ່ວມມືສາກົນອາຊຽນ-ຈີນ ກ່ຽວກັບ ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ອຸດສາຫະກຳເຄື່ອງໝັກດອງ.
ຈຸດປະສົງຂອງການເຂົ້າຮ່ວມກອງປະຊຸມ ແມ່ນເພື່ອ:
ຮັບຟັງການສະເໜີ ແລະ ແລກປ່ຽນຂໍ້ມູນ ກ່ຽວກັບ ມາດຕະຖານຂອງເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ອາຫານໝັກດອງ
ເຊັນ MOU ການຮ່ວມມື ກ່ຽວກັບ "ການສ້າງມາດຕະຖານເຄື່ອງດື່ມທີ່ມີທາດເຫຼົ້າ" ລະຫວ່າງກົມມາດຕະຖານ ແລະ ວັດແທກ ກັບ ສະຖາບັນຄົ້ນຄວ້າແຫ່ງຊາດຈີນ ກ່ຽວກັບ ອາຫານ ແລະ ອຸດສາຫະກຳເຄື່ອງໝັກດອງ (CNRIFFI)
ນອກຈາກນັ້ນ ຍັງໄດ້ລົງຢ້ຽມຢາມໂຮງງານຜະລິດເຫຼົ້າຕົວຈິງ ຂອງ ບໍລິສັດ Red Star ຈຳກັດ ເພື່ອສຶກສາ ແລະ ແລກປ່ຽນຂໍ້ມູນ ການພັດທະນາດ້ານການສ້າງມາດຕະຖານເຫຼົ້າ ແນໃສ່ການສ້າງມາດຕະຖານເຫຼົ້າ ຢູ່ ສປປ ລາວ ເພື່ອໃຫ້ສາມາດຄຸ້ມຄອງເຄື່ອງດື່ມທີ່ມີທາດເຫຼົ້າໄດ້ຢ່າງມີປະສິດທິຜົນ.

ວັນທີ 11 ພຶດສະພາ 2026
ໂດຍ ການໃຫ້ກຽດນຳພາຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍ ທ່ານ ສີສັງຄົມ ໂຄດໂຍທາ, ຫົວໜ້າກົມມາດຕະຖານ ແລະ ວັດແທກ ພ້ອມດ້ວຍຄະນະ.
ຈຸດປະສົງ:
ພົບປະແລກປ່ຽນບົດຮຽນ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ
ລົງນາມ MOU "ການປະເມີນຄວາມສອດຄ່ອງດ້ານວຽກງານການຢັ້ງຢືນ ແລະ ການຮັບຮອງ ມາດຕະຖານ ແລະ ວັດແທກ" ເພື່ອພັດທະນາລະບຽບການ ໃນການຄຸ້ມຄອງວຽກງານ
ຢ້ຽມຢາມຫ້ອງວາງສະແດງ ແລະ ຫ້ອງທົດລອງຂອງ CNRIFFI ເພື່ອຖອດຖອນບົດຮຽນ


Related News
25 September 2026
ກອງປະຊຸມແລກປ່ຽນບົດຮຽນ ການຈັດງານວາງສະແດງລົດ ແລະ ການກະກຽມຈັດງານວາງສະແດງລົດ ວຽງຈັນນານາຊາດ ໂອໂຕໂຊ ປີ 2026
27 August 2026
ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມນຳສະເໜີ ຮ່າງວິໄສທັດ 2055 ແລະ ແຜນຍຸດທະສາດ 10 ປີ (2026-2035) ເພື່ອຄວາມສະເໝີພາບຍິງ-ຊາຍ
15 May 2026
