|
General01 October 2026

ກົມຊັບສິນທາງປັນຍາ (ກຊປ) ກະຊວງອຸດສາຫະກຳ ແລະ ການຄ້າ ຈັດຝຶກອົບຮົມ ວຽກງານຊັບສິນທາງປັນຍາ ໃຫ້ແກ່ ພະແນກ ອຄ ແຂວງ ຜົ້ງສາລີ

ກົມຊັບສິນທາງປັນຍາ (ກຊປ) ກະຊວງອຸດສາຫະກຳ ແລະ ການຄ້າ ຈັດຝຶກອົບຮົມ ວຽກງານຊັບສິນທາງປັນຍາ ໃຫ້ແກ່ ພະແນກ ອຄ ແຂວງ ຜົ້ງສາລີ

ໃນວັນທີ 1-2 ຕຸລາ 2026, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຈັດຝຶກອົບ ວຽກງານຊັບສິນທາງປັນຍາ ໃຫ້ແກ່ ພະນັກງານພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ, ທີ່ຫ້ອງປະຊຸມພະແນກ ອຄ ແຂວງດັ່ງກ່າວ, ໃຫ້ກຽດເປັນປະທານຮ່ວມກອງປະຊຸມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອຸດອນ ມະນີຈັນ, ຮອງຫົວໜ້າພະແນກ ອຄ ແຂວງຜົ້ງສາລີ.

ເຂົ້າຮ່ວມມີ ທ່ານ ກິແກ້ວ ວໍລະວົງສາ, ຮອງຫົວຫນ້າກົມຊັບສິນທາງປັນຍາ, ທ່ານ ສໍລະສິນ ແສງສີລາວົງ ຫົວຫນ້າພະແນກສິດທິບັດ, ກົມຊັບສິນທາງປັນຍາ, ມີຄະນະວິຊາການຈາກສູນກາງ, ຜູ້ຕາງໜ້າຈາກ ພະ ແນກ ອຄ ແຂວງຜົ້ງສາລີ, ພະແນກ ອຄ ແຂວງຫຼວງນໍ້າທາ,  ຜູ້ຕາງໜ້າຈາກ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ອ້ອມຂ້າງແຂວງ, ຂະແໜງການທີ່ກ່ຽວຂ້ອງ, ຜູ້ປະກອບການ ແລະ ນັກທຸລະກິດ ເຂົ້າຮ່ວມ.

ຈຸດປະສົງ: ເພື່ອເຜີຍແຜ່ ວຽກງານຊັບສິນທາງປັນຍາ ແລະ ສົ່ງເສີມສ້າງຈິດສໍານຶກ ໃຫ້ແກ່ຜູ້ຜະລິດຂອງຊຸມຊົນ ໃຫ້ເຂົ້າໃຈ ແລະ ເຫັນໄດ້ຄວາມ ສໍາຄັນຂອງວຽກງານຊັບສິນທາງປັນຍາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ ແລະ ແຂວງຫຼວງນໍ້າທາ ໃຫ້ມີຄວາມຮູ້, ຄວາມສາມາດ, ມີປະສົບການ, ມີຄວາມຊໍານິຊໍານານ ທາງດ້ານວິຊາການ ສາມາດນໍາໃຊ້ລະບົບຄຸ້ມຄອງຊັບສິນທາງປັນຍາ ແລະ ການໃຫ້ບໍລິການຊັບສິນທາງປັນຍາແກ່ ສັງຄົມ.

ໃນໂອກາດນີ້ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ໄດ້ກ່າວວ່າ: ຈຸດປະສົງຂອງການຝຶກອົບໃນຄັ້ງນີ້, ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕໍ່ກັບການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ກໍຄື ການສ້າງເສດຖະກິດແຫ່ງຊາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ຍົກສູງຄວາມອາດສາມາດໃນການແຂ່ງຂັນ ທາງດ້ານຊັບສິນທາງປັນຍາ, ຊຶ່ງຊັບສິນທາງປັນຍາກໍເປັນເຄື່ອງມືອັນໜຶ່ງທີ່ສຳ ຄັນ ໃນການກະຕຸກຊຸກຍູ້ ແລະ ຂັບເຄື່ອນເສດຖະກິດແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄວາມຈຳເປັນຢ່າງຍິ່ງ ໃນການສ້າງຄວາມອາດສາມາດ ສ້າງຄວາມຊໍານິຊໍານານທາງດ້ານວິຊາການ ໃຫ້ແກ່ຂະ ແໜງການໃນທ້ອງຖິ່ນ, ສົ່ງເສີມຜູ້ປະກອບການ ແລະ ສັງຄົມ. ໂດຍສະເພາະ ແມ່ນສ້າງຄວາມເຂົ້າໃຈ ແລະ ຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ ແລະ ນັກທຸລະກິດ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ກໍຄື ການນຳໃຊ້ຊັບສິນທາງປັນຍາ ເພື່ອປົກປ້ອງພູມປັນຍາ ໃນການປະດິດສ້າງ ແລະ ປະດິດຄິດແຕ່ງ ທັງເປັນການປົກປ້ອງຜົນປະ ໂຫຍດຂອງຕົນ ເຂົ້າໃນການສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້.

ໃນການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງເນື້ອໃນທີ່ສຳຄັນ ໂດຍສະເພາະ ພາບລວມ ແລະ ແຜນພັດທະນາວຽກງານຊັບສິນທາງປັນຍາ ຢູ່ສູນກາງ ແລະ ທ້ອງຖິ່ນ; ການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ, ຄວາມສຳຄັນຂອງການຮ່ວມມື EPO ຕໍ່ ສປປ ລາວ, ພ້ອມດຽວກັນນັ້ນ ຈະໄດ້ລົງປະຕິບັດຕົວຈິງ ໃຫ້ແກ່ ພະນັກງານ ຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ກ່ຽວກັບການຮັບຄຳຮ້ອງ ແລະ ປ້ອນຂໍ້ມູນເຂົ້າລະບົບ IPAS ອີກດ້ວຍ.

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

Back to News