|
General05 October 2026

ກອງປະຊຸມສໍາມະນາ ການພັດທະນາແບບຈໍາລອງການວິນິໄສຜະລິດຕະພາບຂະແໜງການ ໂດຍການນໍາໃຊ້ບັນຊີຕົ້ນທຶນການໄຫຼວຽນຂອງວັດສະດຸ (MFCA)

ກອງປະຊຸມສໍາມະນາ ການພັດທະນາແບບຈໍາລອງການວິນິໄສຜະລິດຕະພາບຂະແໜງການ ໂດຍການນໍາໃຊ້ບັນຊີຕົ້ນທຶນການໄຫຼວຽນຂອງວັດສະດຸ (MFCA)

ໃນວັນທີ 5 ຕຸລາ 2026, ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ) ຮ່ວມກັບ ກົມອຸດສາຫະກໍາ ແລະ ປຸງແຕ່ງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມສໍາມະນາໃນຫົວຂໍ້ “ການພັດທະນາແບບຈໍາລອງການວິນິໄສຜະລິດ ຕະພາບຂະແໜງການ ໂດຍການນໍາໃຊ້ບັນຊີຕົ້ນທຶນການໄຫຼວຽນຂອງວັດສະດຸ (Developing a Sector-level Productivity Diagnostic Model through Material Flow Cost Accounting – MFCA)” ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 5-7 ຕຸລາ 2026 ທີ່ ໂຮງແຮມເມືອງແທງ ນະຄອນຫຼວງວຽງຈັນ.

ກອງປະຊຸມສໍາມະນາຄັ້ງນີ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ວິລະກອນ ພິລົມລັກ, ຮອງຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທ່ານ ຈັນສະໝອນ ສີສະອາດ, ຮອງຫົວໜ້າກົມອຸດສາຫະກຳ ແລະ ປຸງແຕ່ງ, ພ້ອມດ້ວຍການເຂົ້າຮ່ວມຂອງ ທ່ານ Trieu Thanh Nam ຜູ້ຕາງໜ້າຈາກອົງການ APO.

ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອແນະນໍາ ແລະ ສົ່ງເສີມການນໍາໃຊ້ ບັນຊີຕົ້ນທຶນການໄຫຼວຽນຂອງວັດສະດຸ (Material Flow Cost Accounting – MFCA) ເຊິ່ງເປັນເຄື່ອງມືສຳຄັນໃນການວິເຄາະການໃຊ້ວັດສະດຸ, ພະລັງງານ ແລະ ຊັບພະຍາກອນໃນຂະບວນການຜະລິດ. ການນໍາໃຊ້ MFCA ຈະຊ່ວຍໃຫ້ພາກອຸດສາຫະກໍາສາມາດເຫັນເຖິງຈຸດທີ່ເກີດການສູນເສຍ ແລະ ຕົ້ນທຶນທີ່ບໍ່ສ້າງມູນຄ່າເພີ່ມໃນຂະບວນການຜະລິດໄດ້ຢ່າງຊັດເຈນ.

ພາຍໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮັບຄວາມຮູ້ ແລະ ແລກປ່ຽນບົດຮຽນກ່ຽວກັບຫຼັກການ, ແນວທາງ ແລະ ວິທີການນໍາໃຊ້ MFCA ເຂົ້າໃນການວິນິໄສຜະລິດຕະພາບໃນລະດັບຂະແໜງການ, ພ້ອມທັງຮ່ວມກັນວິເຄາະການໄຫຼຂອງວັດສະດຸ-ພະລັງງານ, ການສູນເສຍໃນຂະບວນການຜະລິດ ແລະ ຕົ້ນທຶນທີ່ບໍ່ສ້າງມູນຄ່າເພີ່ມ (Hidden Costs) ເພື່ອຊອກຫາແນວທາງປັບປຸງປະສິດທິພາບ.

ຈຸດປະສົງສຳຄັນຂອງການຈັດກອງປະຊຸມໃນຄັ້ງນີ້ ປະກອບມີ:

  1. ເພີ່ມປະສິດທິພາບການນໍາໃຊ້ຊັບພະຍາກອນ ແລະ ຫຼຸດຜ່ອນສິ່ງເສດເຫຼືອ: ເພື່ອໃຫ້ໂຮງງານອຸດສາຫະກໍາສາມາດວິເຄາະ ແລະ ຕິດຕາມການໄຫຼຂອງວັດສະດຸ ແລະ ພະລັງງານໄດ້ຢ່າງຊັດເຈນ, ຊ່ວຍລະບຸຈຸດສູນເສຍ ແລະ ຫຼຸດຜ່ອນການໃຊ້ຊັບພະຍາກອນເກີນຄວາມຈໍາເປັນ.

  2. ຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນ: ການນໍາໃຊ້ MFCA ຊ່ວຍໃຫ້ໂຮງງານສາມາດກໍານົດ ແລະ ວິເຄາະຕົ້ນທຶນທີ່ບໍ່ສ້າງມູນຄ່າເພີ່ມ (Hidden Costs) ເຊິ່ງເຮັດໃຫ້ສາມາດຫຼຸດຜ່ອນຕົ້ນທຶນລວມໃນການຜະລິດ, ເພີ່ມປະສິດທິຜົນ ແລະ ຍົກລະດັບຂີດຄວາມສາມາດໃນການແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ.

  3. ສົ່ງເສີມການພັດທະນາອຸດສາຫະກໍາແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ: ສົ່ງເສີມໃຫ້ໂຮງງານປັບປຸງມາດຕະຖານ ແລະ ຮູບແບບການຜະລິດ ໃຫ້ກ້າວໄປສູ່ອຸດສາຫະກໍາສີຂຽວ (Green Industry) ໂດຍຫຼຸດຜ່ອນການໃຊ້ຊັບພະຍາ ກອນ, ຫຼຸດຜ່ອນຂອງເສຍ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ, ອັນເປັນການສົມທົບກັບທິດທາງການພັດທະນາເສດຖະກິດ-ສັງຄົມແບບຍືນຍົງຂອງ ສປປ ລາວ.

ການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ຖືເປັນເວທີສຳຄັນໃນການເສີມສ້າງຄວາມຮູ້, ທັກສະ ແລະ ຄວາມເຂົ້າໃຈດ້ານການວິນິໄສຜະລິດຕະພາບ, ການບັນຊີຕົ້ນທຶນການໄຫຼວຽນຂອງວັດສະດຸ ແລະ ການນໍາໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ຍັງເປັນໂອກາດໃຫ້ບັນດາຜູ້ແທນຈາກພາກລັດ, ພາກອຸດສາຫະກໍາ, ຜູ້ຊ່ຽວຊານ ແລະ ພາກສ່ວນກ່ຽວຂ້ອງ ໄດ້ແລກປ່ຽນບົດຮຽນ, ປະສົບການ ແລະ ແນວຄິດເຫັນ ເພື່ອຮ່ວມກັນຊອກຫາແນວທາງນໍາໃຊ້ MFCA ໃຫ້ເໝາະສົມກັບສະພາບການຂອງລາວ.

ພາບ ແລະ ຂ່າວ: ກຈນກ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

Back to News