|
General15 October 2026

ກະຊວງ ອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມຜ່ານຮ່າງແຜນການຫັນເປັນດິຈິຕອນ 5 ປີ (2026–2030)

ກະຊວງ ອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມຜ່ານຮ່າງແຜນການຫັນເປັນດິຈິຕອນ 5 ປີ (2026–2030)

ວັນທີ 15 ຕຸລາ 2026 – ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງແຜນການຫັນເປັນດິຈິຕອນ 5 ປີ (2026–2030) ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ພຸດທະວັນ ນັນທະວົງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍມີບັນດາຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າສະຖາບັນ, ຄະນະຫັນເປັນດິຈິຕອນ ພ້ອມດ້ວຍ ພະນັກງານຜູ້ຕາງໜ້າຈາກ ບັນດາພາກສ່ວນທີ່່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີເປີດກອງປະຊຸມ, ທ່ານ ພຸດທະວັນ ນັນທະວົງ ໄດ້ເນັ້ນໜັກວ່າ ໃນຍຸກສັດຕະວັດທີ 21 ນີ້ ຂໍ້ມູນ ແລະ ດິຈິຕອນ ໄດ້ກາຍເປັນ “ເສັ້ນທາງສາຍໃໝ່” ແລະ “ເສັ້ນເລືອດ” ທີ່ຫຼໍ່ລ້ຽງການຕັດສິນໃຈຂອງທຸກອົງການຈັດຕັ້ງ ເຊິ່ງເຕັກໂນໂລຊີ ແລະ ປັນຍາປະດິດ (AI) ໄດ້ເຂົ້າມາປ່ຽນແປງຮູບແບບການດຳເນີນທຸລະກິດ ແລະ ການໃຫ້ບໍລິການຂອງລັດຢ່າງວ່ອງໄວ.

ສຳລັບຂະແໜງອຸດສາຫະກຳ ແລະ ການຄ້າ ທີ່ມີຄວາມໃກ້ຊິດກັບຜູ້ປະກອບການ ແລະ ປະຊາຊົນຫຼາຍທີ່ສຸດ ຕັ້ງແຕ່ການອອກໃບອະນຸຍາດ, ການຂຶ້ນທະບຽນວິສາຫະກິດ ຈົນເຖີງການຄຸ້ມຄອງການຄ້າພາຍໃນ ແລະ ຕ່າງປະເທດ; ການຫັນເປັນດິຈິຕອນຈຶ່ງ “ບໍ່ແມ່ນທາງເລືອກ ຫາກແຕ່ເປັນພັນທະ” ທີ່ທຸກຂະແໜງການຕ້ອງຮ່ວມມືກັນຈັດຕັ້ງປະຕິບັດ ເພື່ອຮອງຮັບການເຊື່ອມໂຍງເສດຖະກິດອາຊຽນ ແລະ ຍົກລະດັບຄວາມສາມາດໃນການແຂ່ງຂັນຂອງປະເທດ.

ເຖິງແມ່ນວ່າຜ່ານມາ ກະຊວງ ອຄ. ຈະມີຜົນສຳເລັດໃນການສ້າງພື້ນຖານໂຄງລ່າງດ້ານ ICT ລະດັບໜຶ່ງແລ້ວ ກໍຕາມ, ແຕ່ມີບາງບັນຫາ ຄົງຄ້າງ ເຊັ່ນ: ລະບົບຂໍ້ມູນຂອງແຕ່ລະກົມຍັງຕ່າງຄົນຕ່າງສ້າງຈຶ່ງບໍ່ສາມາດເຊື່ອມໂຍງກັນໄດ້ສົມບູນ, ຂະບວນການບາງສ່ວນຍັງໃຊ້ເຈ້ຍ ແລະ ຂໍ້ຈຳກັດດ້ານທັກສະພະນັກງານ. ດັ່ງນັ້ນ, ຮ່າງແຜນການ 5 ປີ ສະບັບນີ້ ຈຶ່ງຖືກສ້າງຂຶ້ນມາເພື່ອເປັນ “ເຂັມທິດ ແລະ ແຜນທີ່ນຳທາງ” ຊຶ່ງລວມມີ 3 ອົງປະກອບຫຼັກ ຄຶ:

1.    ການບໍລິການລັດດິຈິຕອນ

2.    ການບໍລິຫານລັດດິຈິຕອນ

3.    ຂໍ້ມູນ, ສະຖິຕິ ແລະ ການວິເຄາະ

ພ້ອມທັງມີ 3 ວຽກສະໜັບສະໜູນ ລວມທັງໝົດ 103 ກິດຈະກຳ ໄດ້ວາງຄາດໝາຍສູ້ຊົນທີ່ສຳຄັນ ເຊັ່ນ:

·         ຢ່າງໜ້ອຍ 80% ຂອງການອອກໃບອະນຸຍາດ ຈະຜ່ານລະບົບອອນລາຍພາຍໃນປີ 2028 (ຜູ້ປະກອບການບໍ່ຈຳເປັນຕ້ອງມາ ມາກະຊວງ);

·         ຂະບວນການອະນຸມັດພາຍໃນ ຈະເປັນດິຈິຕອນ 100% ທຸກກົມ ພາຍໃນປີ 2028;

·         ຄະນະນຳສາມາດຕິດຕາມຂໍ້ມູນການຄ້າຜ່ານ Trade Dashboard ໄດ້ທັນທີ ພາຍໃນປີ 2027; ແລະ

·         ພະນັກງານທຸກຄົນ ຈະຜ່ານການຝຶກອົບຮົມທັກສະດິຈິຕອນພື້ນຖານ ພາຍໃນປີ 2028.

ຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານ ຈົ່ງປະກອບສ່ວນມີຄໍາເຫັນຕໍ່ແຜນດັ່ງກ່າວ  ເພື່ອຮັບປະກັນຄວາມສອດຄ່ອງ, ເນື້ອໃນຂອງແຜນໃຫ້ ມີຄວາມຄົບຖ້ວນ ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້.

ພາບ ແລະ ຂ່າວ: ສູນທອງ ພາວັນ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

Back to News