|
General16 October 2026

ພິທີລົງນາມຮ່ວມມື ລະຫວ່າງ ກອຄ ແລະ ບໍລິສັດ ລາວ ໂທລະຄົມ

ພິທີລົງນາມຮ່ວມມື ລະຫວ່າງ ກອຄ ແລະ ບໍລິສັດ ລາວ ໂທລະຄົມ

ໃນວັນທີ 15 ຕຸລາ 2026, ກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ) ແລະ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືພັດທະນາບຸກຄະລາກອນ ແລະ ສົ່ງເສີມການນຳໃຊ້ເຕັກໂນໂລຊີດິຈິຕອນ ໂດຍມີ ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີ ກະຊວງ ອຄ ແລະ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານໃຫ້ກຽດເປັນປະທານໂດຍ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງ ອຄ, ຕາງໜ້າບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນເຊັນໂດຍທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ໃຫ້ກຽດເປັນສັກຂີພະຍານໂດຍປະທານທັງສອງ ພ້ອມດ້ວຍບັນດາຫົວໜ້າກົມ, ສະຖາບັນທີ່ຂຶ້ນກັບກະຊວງອຄ, ຄະນະຕາງໜ້າຈາກບໍລິສັດ ແລະ ພະນັກງານວິຊາການຂອງທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ, ທ່ານ ປອ ບົວວັນ ວິລະວົງ ໄດ້ກ່າວວ່າ ການຫັນເປັນດິຈິຕອນແມ່ນໜຶ່ງໃນວຽກງານບຸລິມະສິດ ແລະ ເປັນຍຸດທະສາດສຳຄັນໃນການຍົກສູງປະສິດທິພາບ, ຄວາມໂປ່ງໃສ ແລະ ຄວາມວ່ອງໄວໃນການບໍລິຫານວຽກງານລັດຖະກອນ ລວມທັງການຍົກລະດັບການບໍລິການໃຫ້ແກ່ປະຊາຊົນ ແລະ ພາກທຸລະກິດ. ການນຳເອົາເຕັກໂນໂລຊີດິຈິຕອນມາປະຍຸກໃຊ້ໃນວຽກງານບໍລິຫານຈຶ່ງເປັນທິດທາງສຳຄັນ ເພື່ອປັບປຸງວິທີການເຮັດວຽກໃຫ້ທັນສະໄໝ, ມີປະສິດທິຜົນ ແລະ ຕອບສະໜອງຕໍ່ຄວາມຕ້ອງການໃນຍຸກດິຈິຕອນ.

ການຮ່ວມມືລະຫວ່າງກະຊວງ ອຄ ແລະ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໃນຄັ້ງນີ້ ຈຶ່ງເປັນບາດກ້າວສຳຄັນໃນການປະສານຄວາມຮ່ວມມື, ນຳໃຊ້ຄວາມຊ່ຽວຊານ ແລະ ສົ່ງເສີມການແລກປ່ຽນຄວາມຮູ້ລະຫວ່າງສອງຝ່າຍ ເພື່ອຜັນຂະຫຍາຍແນວທາງການຫັນເປັນດິຈິຕອນໃຫ້ເກີດຜົນເປັນຮູບປະທຳ ໂດຍສຸມໃສ່ທັງການພັດທະນາຄົນ, ການປັບປຸງລະບົບບໍລິຫານ ແລະ ການນຳໃຊ້ເຄື່ອງມືດິຈິຕອນທີ່ເໝາະສົມກັບວຽກງານຂອງກະຊວງ.

ສຳລັບບົດບັນທຶກຄວາມເຂົ້າໃຈ (MOU) ສະບັບນີ້ ມີຈຸດປະສົງເພື່ອກຳນົດຂອບເຂດການປະສານງານ ແລະ ສົ່ງເສີມການຮ່ວມມືໃນ 7 ດ້ານສຳຄັນ ປະກອບມີ:

1) ການພັດທະນາບຸກຄະລາກອນ. ຮ່ວມມືຈັດຝຶກອົບຮົມໃນຫົວຂໍ້ທີ່ຈຳເປັນ ແລະ ທັນສະໄໝ ເພື່ອເສີມສ້າງຄວາມຮູ້, ທັກສະ ແລະ ຄວາມຊຳນານໃຫ້ແກ່ພະນັກງານວິຊາການ ໃຫ້ສາມາດນຳໃຊ້ເຕັກໂນໂລຊີມາປະຍຸກໃຊ້ໃນວຽກງານຕົວຈິງໄດ້ຢ່າງເໝາະສົມ.

2) ການທົດລອງລະບົບ HR Platform. ຮ່ວມກັນສຶກສາຄວາມເປັນໄປໄດ້ໃນການນຳໃຊ້ລະບົບດິຈິຕອນເພື່ອຊ່ວຍວຽກງານຄຸ້ມຄອງຊັບພະຍາກອນມະນຸດ ໃຫ້ມີຄວາມສະດວກ, ເປັນລະບົບ ແລະ ສອດຄ່ອງກັບທິດທາງການປັບປຸງວຽກງານບໍລິຫານຂອງກະຊວງ.

3) ການທົດລອງລະບົບສາຍດ່ວນ (Contact Center). ສຶກສາຄວາມເປັນໄປໄດ້ໃນການນຳໃຊ້ລະບົບສາຍດ່ວນ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ໃນການຕິດຕໍ່ສອບຖາມ ແລະ ຮັບຂໍ້ມູນຂ່າວສານກ່ຽວກັບວຽກງານບໍລິການຂອງກະຊວງ ໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນ.

4) ການສ້າງຄວາມອາດສາມາດ. ສົ່ງເສີມ ແລະ ເສີມສ້າງທັກສະຂອງພະນັກງານວິຊາການ ໃຫ້ມີຄວາມຮູ້ຄວາມສາມາດໃນການນຳໃຊ້ເຕັກໂນໂລຊີ ແລະ ເຄື່ອງມືທັນສະໄໝ ເພື່ອຍົກສູງຄຸນນະພາບການເຮັດວຽກ ແລະ ສ້າງພື້ນຖານສຳຄັນສຳລັບການປັບປຸງວຽກງານບໍລິຫານໃຫ້ທັນສະໄໝ.

ພ້ອມນີ້, ການຈັດຕັ້ງປະຕິບັດ MOU ດັ່ງກ່າວ ຈະມີກົນໄກການຕິດຕາມ, ການປະສານງານ ແລະ ການຈັດປະຊຸມທົບທວນຮ່ວມກັນຢ່າງໃກ້ຊິດ ເພື່ອຕິດຕາມຄວາມຄືບໜ້າ, ແລກປ່ຽນຂໍ້ມູນ ແລະ ປະສານການແກ້ໄຂບັນຫາທີ່ອາດເກີດຂຶ້ນໃນລະຫວ່າງການດຳເນີນງານ ເພື່ອໃຫ້ການຮ່ວມມືບັນລຸຕາມຈຸດປະສົງທີ່ວາງໄວ້.

ທ່ານ ປອ ບົວວັນ ວິລະວົງ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຊ່ຽວຊານ ແລະ ການສະໜັບສະໜູນຈາກບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ປະກອບກັບຄວາມເອົາໃຈໃສ່ ແລະ ການຮ່ວມແຮງຮ່ວມໃຈຂອງພະນັກງານວິຊາການຈາກທັງສອງຝ່າຍ ຈະເຮັດໃຫ້ການຮ່ວມມືຄັ້ງນີ້ບັນລຸໝາກຜົນຕາມຄາດໝາຍ ແລະ ກໍ່ໃຫ້ເກີດຜົນສຳເລັດທີ່ເປັນຮູບປະທຳ ໃນການຍົກສູງປະສິດທິພາບວຽກງານບໍລິຫານ ແລະ ການບໍລິການຂອງກະຊວງໃຫ້ມີຄວາມທັນສະໄໝຍິ່ງຂຶ້ນ.

ການລົງນາມ MOU ໃນຄັ້ງນີ້ ນັບເປັນອີກກ້າວສຳຄັນໃນການສ້າງພື້ນຖານການຮ່ວມມືດ້ານການພັດທະນາບຸກຄະລາກອນ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອສະໜັບສະໜູນການປັບປຸງການບໍລິຫານວຽກງານພາຍໃນກະຊວງ ແລະ ຊຸກຍູ້ການຍົກລະດັບການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີປະສິດທິຜົນຫຼາຍຂຶ້ນ.

Back to News