|
General07 October 2026

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ ເຂົ້າພົບ ແລະ ຢ້ຽມຢາມ

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ ເຂົ້າພົບ ແລະ ຢ້ຽມຢາມ

ໃນ ວັນທີ 07 ຕຸລາ 2026, ສະມາຄົມສຽງແຄນລາວ ໄດ້ເຂົ້າພົບຢ້ຽນຢາມ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ເພື່ອສະເໜີເຂົ້າພົບຢ້ຽມຢາມອວຍພອນ ແລະ ຂໍການຊີ້ນຳ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດງານຂອງສະມາຄົມ.

ການເຂົ້າພົບໃນຄັ້ງນີ້ ແມ່ນອິງໃສ່ດຳລັດວ່າດ້ວຍສະມາຄົມ ສະບັບເລກທີ 536/ລບ, ລົງວັນທີ 18 ສິງຫາ 2025 ແລະ ຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 273/ຄຈສພ, ລົງວັນທີ 11 ກຸມພາ 2026 ວ່າດ້ວຍການຮັບເອົາສະມາຄົມສຽງແຄນລາວ ມາຂຶ້ນກັບຄະນະຈັດຕັ້ງສູນກາງພັກ.

 ຄະນະບໍລິຫານສະມາຄົມສຽງແຄນລາວ ເຂົ້າພົບຢ້ຽມຢາມ ແລະ ຂໍທິດຊີ້ນຳ ຈາກ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ປະກອບມີ:

1.    ທ່ານ ຄຳພັນ ເໝືອນສິດທິດາ, ກຳມະການສູນກາງແນວລາວສ້າງຊາດ, ກຳມະການຄະນະບໍລິຫານສະຫະພັນຊາວໜຸ່ມລາວ, ປະທານສະມາຄົມສຽງແຄນລາວ.

2.    ທ່ານ ນາງ ກກົງເດືອນ ເນດຕະວົງ, ອະດີດຜູ້ອຳນວຍການຫໍສະໝຸດແຫ່ງຊາດ, ກຳມະການຄະນະບໍລິຫານສະມາຄົມສຽງແຄນລາວ.

3.    ທ່ານ ນາງ ດາວັນ ວິຈິດວົງສາ, ກຳມະການຄະນະບໍລິຫານສະມາຄົມສຽງແຄນລາວ.

4.    ທ່ານ ພຸດປະສິດ ຊະແມັນບົດ, ຫົວໜ້າຫ້ອງການ.

ໃນໂອກາດດັ່ງກ່າວ ສະມາຄົມ ສຽງແຄນລາວ ກໍ່ໄດ້ ຄັບຊໍາເໜືອ ອວຍພອນທ່ານ ລມຕ ຢ່າງມ່ວນຊື່ນ.

ການເຂົ້າພົບຢ້ຽມຢາມແມ່ນພົບປະ ແລະ ສ້າງຄວາມສະມັກຄີ ລະຫ່ວາງ ພາກລັດ ແລະ ສະມາຄົມ ໃຫ້ມີຄວາມໝັ້ນແກ່ນຂື້ນເລີຍໆ.

 

ພາບ ແລະ ຂ່າວ:​ ສູນທອງ ພາວັນ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

 

Back to News