ກະຊວງ ອຄ ຕ້ອນຮັບຄະນະຄູ-ອາຈານ ແລະ ນັກສຶກສາ ມະຫາວິທະຍາໄລອຸບົນຣາຊະທານີ ຣາຊະອານາຈັກໄທ

ໃນວັນທີ 21 ຕຸລາ 2026, ທີ່ຫ້ອງປະຊຸມຊັ້ນ 1 ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຈັດກອງປະຊຸມ “ຢ້ຽມຢາມ ແລະ ແລກປ່ຽນສາຍພົວພັນການຄ້າ ລາວ–ໄທ” ເພື່ອຕ້ອນຮັບຄະນະຜູ້ບໍລິຫານ, ຄູ-ອາຈານ ແລະ ນັກສຶກສາຊັ້ນປີທີ 4 ພາກວິຊາການເມືອງ ແລະ ຄວາມສຳພັນລະຫວ່າງປະເທດ ຈາກຄະນະລັດຖະສາດ ມະຫາວິທະຍາໄລອຸບົນຣາຊະທານີ ແຫ່ງຣາຊະອານາຈັກໄທ ຈໍານວນ 138ທ່ານ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍບັນດາຫົວໜ້າກົມ, ຜູ້ຕາງໜ້າບັນດາກົມອ້ອມຂ້າງກະຊວງ ແລະ ຄະນະຜູ້ແທນຈາກຝ່າຍໄທເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ປອ ບົວວັນ ວິລະວົງ ໄດ້ກ່າວວ່າ ການຄ້າລະຫວ່າງລາວ–ໄທ ມີພື້ນຖານມາແຕ່ການແລກປ່ຽນສິນຄ້າຕາມແນວຊາຍແດນໃນອະດີດ ແລະ ໄດ້ຄ່ອຍໆພັດທະນາຂະຫຍາຍຕົວຈົນກາຍເປັນໜຶ່ງໃນກົນໄກສຳຄັນທີ່ປະກອບສ່ວນຕໍ່ການເຕີບໂຕທາງເສດຖະກິດຂອງທັງສອງປະເທດ. ປັດຈຸບັນ ຣາຊະອານາຈັກໄທເປັນຄູ່ຄ້າ ແລະ ຜູ້ລົງທຶນທີ່ສຳຄັນຂອງ ສປປ ລາວ, ທັງໃນດ້ານການຄ້າສິນຄ້າ, ການບໍລິການ ແລະ ການເຊື່ອມໂຍງດ້ານໂລຈິສະຕິກ ເຊິ່ງມີບົດບາດສຳຄັນໃນການເສີມສ້າງການຄ້າສາກົນ ແລະ ຂະຫຍາຍການຮ່ວມມືດ້ານການຄ້າໃນພູມິພາກ ລວມທັງຂອບອາຊຽນ.

ພ້ອມນັ້ນ, ການຮ່ວມມືດ້ານພະລັງງານຍັງເປັນອີກໜຶ່ງຂົງເຂດສຳຄັນຂອງສາຍພົວພັນລາວ–ໄທ. ສປປ ລາວ ໃນຖານະ “ສູນກາງແລກປ່ຽນພະລັງງານສະອາດຂອງພາກພື້ນ” ຫຼື “A Regional Green Energy Hub” ໄດ້ຮ່ວມມືກັບຣາຊະອານາຈັກໄທໃນການພັດທະນາ ແລະ ແລກປ່ຽນພະລັງງານໄຟຟ້າຢ່າງຕໍ່ເນື່ອງ. ການຮ່ວມມືດັ່ງກ່າວບໍ່ພຽງແຕ່ຊ່ວຍສົ່ງເສີມການເຕີບໂຕທາງເສດຖະກິດ ແຕ່ຍັງປະກອບສ່ວນຕໍ່ການພັດທະນາພະລັງງານສະອາດ ແລະ ການເສີມສ້າງຄວາມໝັ້ນຄົງດ້ານພະລັງງານໃນພູມິພາກ.

ສຳລັບຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມເຂົ້າໃຈກ່ຽວກັບວຽກງານການຄ້າລະຫວ່າງສອງປະເທດ ແລະ ເປີດໂອກາດໃຫ້ຄະນະຄູ-ອາຈານ ແລະ ນັກສຶກສາໄດ້ຮັບຮູ້ບົດບາດ, ນະໂຍບາຍ ແລະ ກົນໄກການດຳເນີນງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃນການຊຸກຍູ້ການຄ້າລາວ–ໄທ.

ສະນັ້ນ, ການຈັດກອງປະຊຸມ ແລະ ການຢ້ຽມຢາມສຶກສາວຽກງານຄັ້ງນີ້ ຈຶ່ງເປັນໂອກາດອັນດີໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມຮ່ວມມື ແລະ ການແລກປ່ຽນບົດຮຽນລະຫວ່າງບຸກຄະລາກອນທາງວິຊາການ ແລະ ຊາວໜຸ່ມ ນັກສຶກສາຂອງສອງປະເທດ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ພ້ອມກັນນັ້ນ, ຍັງຊ່ວຍສ້າງຄວາມເຂົ້າໃຈອັນດີຕໍ່ນະໂຍບາຍ ແລະ ການດຳເນີນງານດ້ານການຄ້າ ຊຶ່ງເປັນພື້ນຖານສຳຄັນໃນການສ້າງຄວາມຮ່ວມມືທີ່ຍືນຍົງ ແລະ ເກີດປະໂຫຍດຮ່ວມກັນໃນອະນາຄົດ.
