General05 November 2026
ພີທີເປີດງານວາງສະແດງສິນຄ້າສາກົນຄັ້ງທີ 9 ປະຈຳປີ 2026

ໃນວັນທີ 5 ພະຈິກ 2026 ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ນໍາພາກົມການຄ້າຕ່າງປະເທດ ແລະ ກົງສູນລາວປະຈຳນະຄອນຊຽງໄຮ ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຄັ້ງທີ 9 ປະຈໍາປີ 2026 China International Import Expo (CIIE) ມີຊຶ່ງໃນງານວາງສະແດງດັ່ງກ່າວມີຈໍານວນທຸລະກິດເຂົ້າຮ່ວມທັງຫມົດຈໍານວນ 4.142 ບໍລິສັດ ລວມມີ 153 ປະເທດ ໃນນີ້ທ່ານຍັງໄດ້ໃຫ້ກຽດນຳພາຄະນະຜູ້ແທນລາວມາຢ້ຽມຢາມຫ້ອງວາງສະແດງແຫ່ງຊາດລາວທີ່ໄດ້ສັງລວມສິນຄ້າທີ່ມີທ່າແຮງຂອງລາວ,ການທ່ອງທ່ຽວ,ໂຄສະນາເຂດເສດຖະກິດພິເສດເພື່ອດຶງດູດການລົງທຶນຂອງ ສປປ ລາວ ໃນພື້ນທີ່ຫ້ອງວາງສະແດງແຫ່ງຊາດ, ນອກນີ້ທາງເຈົ້າພາບຍັງໄດ້ໃຫ້ການສະຫນັບສະຫນູນທຸລະກິດລາວເຂົ້າຮ່ວມຈຳນວນ 4 ບໍລິສັດ ນຳເອົາຜະລິດຕະພັນເຂົ້າ,ຊາ,ກາເຟ,ສະຫມູນໄພ,ເຄື່ອງຫັດຖະກຳໄມ້ ແລະ ຜ້າໄຫມ.
ພາບ ແລະ ຂ່າວ: ກົມການຄ້າຕ່າງປະເທດ
