ສປປ ລາວ ເປັນປະທານກອງປະຊຸມຄະນະຊ່ຽວຊານດ້ານການແຂ່ງຂັນທາງທຸລະກິດອາຊຽນ (AEGC) ຄັ້ງທີ 37


ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄດ້ຮັບກຽດເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມຄະນະຊ່ຽວຊານດ້ານການແຂ່ງຂັນທາງທຸລະກິດອາຊຽນ (ASEAN Experts Group on Competition ຫຼື AEGC) ຄັ້ງທີ 37 ເຊິ່ງເປັນກອງປະຊຸມໃນຂອບວຽກການແຂ່ງຂັນທາງທຸລະກິດຄັ້ງສຸດທ້າຍ ພາຍໃຕ້ວາລະການເປັນປະທານອາຊຽນຂອງ ສປປ ລາວ ໃນປີນີ້, ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 5-9 ຕຸລາ 2026, ໂດຍການເປັນປະທານຂອງທ່ານ ນາງ ວິໄລພອນ ຊິນດາວົງ, ຮອງຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ.

ເນື້ອໃນຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນຈະສຸມໃສ່ການຈັດຕັ້ງປະຕິບັດແຜນວຽກບູລິມະສິດປະຈຳປີ ແລະ ກົນໄກການສ້າງຕັ້ງ ຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດອາຊຽນ (ASEAN Heads of Competition Agencies ຫຼື AHCA) ຢ່າງເປັນທາງການ. ນອກຈາກນີ້, ກອງປະຊຸມຍັງໄດ້ແລກປ່ຽນບົດຮຽນ ແລະ ປະສົບການໃນການຈັດຕັ້ງປະຕິບັດວຽກງານການແຂ່ງຂັນອາຊຽນ, ໂດຍສະເພາະແມ່ນການສ້າງນິຕິກຳ, ການແກ້ໄຂບັນຫາການແຂ່ງຂັນທາງທຸລະກິດຂອງແຕ່ລະປະເທດ, ພ້ອມທັງຕິດຕາມຄວາມຄືບໜ້າຂອງ ປະເທດໄທ ແລະ ຕີມໍ ແລັດສະເຕ ໃນການລົງນາມສັນຍາຂອບການແຂ່ງຂັນອາຊຽນ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືເພື່ອສ້າງຂີດຄວາມສາມາດກັບບັນດາຄູ່ຮ່ວມພັດທະນາ ເຊັ່ນ: ອົດສະຕຣາລີ, ຈີນ, ຍີ່ປຸ່ນ, ເກົາຫຼີ, ຮົງກົງ, ສະຫະພາບເອີຣົບ, ເຍຍລະມັນ, ນິວຊີແລນ, ລັດເຊຍ, ອັງກິດ ແລະ ສູນການຄ້າສາກົນ (ITC).

ສປປ ລາວ ໄດ້ຮັບກຽດເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດອາຊຽນ (AHCA) ຄັ້ງທີ 8 ແລະ ກອງປະຊຸມຄະນະຊ່ຽວຊານດ້ານການແຂ່ງຂັນທາງທຸລະກິດອາຊຽນ (AEGC) ຄັ້ງທີ 37 ໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການສົ່ງເສີມບົດບາດ ແລະ ການຮ່ວມມືຂອງ ສປປ ລາວ ໃນຂອບອາຊຽນ, ທັງເປັນການຊຸກຍູ້ການພັດທະນານະໂຍບາຍ ແລະ ຂອບກົດໝາຍດ້ານການແຂ່ງຂັນ, ສ້າງເສີມການແລກປ່ຽນບົດຮຽນ ແລະ ຂີດຄວາມສາມາດລະຫວ່າງອົງການແຂ່ງຂັນຂອງອາຊຽນ, ແນໃສ່ສົ່ງເສີມຕະຫຼາດທີ່ມີການແຂ່ງຂັນຢ່າງເປັນທຳ ແລະ ເອື້ອອຳນວຍຕໍ່ການພັດທະນາເສດຖະກິດໃນພາກພື້ນ.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ກົມການຄ້າພາຍໃນ
ກວດແກ້: ຄະນະບັນນາທິການຂ່າວສານ ອຄ
