ກອງປະຊຸມສະຫຼຸບຜົນການຕິດຕາມເຮັດວຽກຂອງທະນາຄານໂລກ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ໄລຍະ 2 (LCT2)
ໃນຕອນບ່າຍວັນທີ 2 ຕຸລາ 2026, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຈັດກອງປະຊຸມສະຫຼຸບຜົນການຕິດຕາມເຮັດວຽກ (Wrap-Up Meeting for the 1st Implementation Support Mission) ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ໄລຍະ 2 (LCT2).
ກອງປະຊຸມເປັນປະທານຮ່ວມໂດຍ ທ່ານ ປອ. ບົວວັນ ວິລະວົງ, ຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Jean Michel Lobet, ຜູ້ຊ່ຽວຊານດ້ານເສດຖະກິດການເງິນ ແລະ ຫົວໜ້າທີມງານໂຄງການ LCT2 ຈາກ ທະນາຄານໂລກ, ໂດຍມີຕາງໜ້າຈາກບັນດາກົມພາຍໃນກະຊວງ, ຂະແໜງການຈັດຕັ້ງປະຕິບັດໂຄງການ ແລະ ທະນາຄານໂລກ ເຂົ້າຮ່ວມ.
ຈຸດປະສົງຫຼັກ ແມ່ນເພື່ອສະຫຼຸບຜົນການລົງເຮັດວຽກໃນການຕິດຕາມຄວາມຄືບໜ້າຂອງໂຄງການ ແລະ ເເນະນຳຫົວ ໜ້າທີມງານໂຄງການຊຸດໃໝ່. ໂຄງການ LCT2 ເນັ້ນໃສ່ການປັບປຸງສະພາບແວດລ້ອມທາງດ້ານນິຕິກຳ ແລະ ການອຳນວຍຄວາມສະດວກທາງດ້ານການຄ້າ ໂດຍຜ່ານການຫັນເປັນດິຈິຕອນ ເພື່ອຊຸກຍູ້ການເຕີບໂຕຂອງພາກເອກະຊົນ.
ໃນກອງປະຊຸມ, ທ່ານ ປອ. ບົວວັນ ວິລະວົງ ໄດ້ສະແດງຄວາມຂອບໃຈຕໍ່ ທະນາຄານໂລກ ແລະ ສະຖານທູດອົດສະຕຣາລີ ທີ່ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ. ຈາກນັ້ນ, ກອງປະຊຸມໄດ້ຮັບຟັງຜົນໄດ້ຮັບ ແລະ ແຜນວຽກກິດຈະກຳທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ. ທັງສອງຝ່າຍໄດ້ປຶກສາຫາລືໃນ 2 ເນື້ອໃນຫຼັກ ຄື:
ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ດິຈິຕອນ: ການປະສານງານຜ່ານ NTTFC, ການທົບທວນ NTM, ການຫັນເປັນດິຈິຕອນສຳລັບບັນດາໃບອະນຸຍາດ ແລະ ໃບຢັ້ງຢືນຕ່າງໆ - PLCs, E-CO, ການຍົກລະດັບ ICT ຂອງວຽງງານພາສີ ແລະ ການປັບປຸງລະບົບ eBRS.
ການປຶກສາຫາລື ລະຫວ່າງ ພາກລັດ-ເອກະຊົນ ແລະ ວຽກງານປິ່ນອ້ອມ: ການສົ່ງເສີມກົນໄກປຶກສາຫາລື ລະຫວ່າງ ພາກລັດ-ເອກະຊົນ, ພ້ອມທັງການການສົ່ງເສີມວຽກງານບົດບາດຍິງ-ຊາຍ ແລະ ການຄ້າສີຂຽວ.
ໃນຕອນທ້າຍ, ທ່ານປະທານ ໄດ້ເນັ້ນໜັກໃຫ້ພະແນກຄຸ້ມຄອງການຊ່ວຍເຫຼືອຂອງຕ່າງປະເທດ (NIU) ແລະ ໜ່ວຍງານກ່ຽວຂ້ອງເລັ່ງລັດການຈັດຕັ້ງປະຕິບັດແຜນວຽກທີ່ໄດ້ຕົກລົງກັນໃນກອງປະຊຸມຄັ້ງນີ້ ລວມທັງກະກຽມພິທີເປີດໂຕໂຄງການ LCT2 ໃນວັນທີ 20 ຕຸລາ 2026 ແລະ ກະກຽມກອງປະຊຸມທຸລະກິດລາວ ຄັ້ງທີ 17 ໃນຕົ້ນປີ 2027 ໃຫ້ໄດ້ຮັບຜົນດີ.
ພາບ: ລຸ້ງຟ້າ ອົບພະຈັນ
ຂ່າວ: ພະແນກ NIU
ກວດແກ້: ຄະນະບັນນາທິການຂ່າວສານ ອຄ
ຂ່າວທີ່ກ່ຽວຂ້ອງ
02 ຕຸລາ 2026
ພິທີປິດຊຸດຝຶກອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຊຸດທີ III
02 ຕຸລາ 2026
ກະຊວງ ອຸດສາຫະກຳ ແລະ ການຄ້າ ເລັ່ງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII
01 ຕຸລາ 2026
