|
ພະລັງງານ11 ຕຸລາ 2026

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລກປ່ຽນບົດຮຽນ ດ້ານການຄຸ້ມຄອງຄວາມປອດໄພເຂື່ອນ ຢູ່ສະວິດເຊີແລນ

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລກປ່ຽນບົດຮຽນ ດ້ານການຄຸ້ມຄອງຄວາມປອດໄພເຂື່ອນ ຢູ່ສະວິດເຊີແລນ

ໃນລະຫວ່າງວັນທີ 11–14 ຕຸລາ 2026, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ກອຄ) , ໄດ້ນຳພາຄະນະຜູ້ແທນ ໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ດ້ານການຄຸ້ມຄອງຄວາມປອດໄພເຂື່ອນ ຢູ່ສະວິດເຊີແລນ, ຕາມການເຊີນ ຂອງ ອົງການພັດທະນາ ແລະ ຮ່ວມມືສະວິດ (SDC). ຄະນະຜູ້ແທນ ປະກອບດ້ວຍ ຄະນະນຳ ຂອງຫ້ອງການກະຊວງ ແລະ ກົມພະລັງງານ, ພະນັກງານວິຊາການ ທີ່ເປັນຫົວຈັກຫຼັກແຫຼ່ງ ຂອງ ພະແນກຄຸ້ມ ຄອງຄວາມ ປອດໄພເຂື່ອນ ແລະ ພະແນກບໍລິຫານຈັດການນ້ຳ ແລະ ແຜນຮັບມືສຸກເສີນ, ພ້ອມດ້ວຍ ຜູ້ຕາງໜ້າ ກະຊວງການຕ່າງປະເທດ, ຫ້ອງການ SDC ປະຈຳ ສປປ ລາວ ແລະ ໂຄງການ DSTIA. ນອກຈາກນັ້ນ, ຄະນະຜູ້ແທນຖາວອນ ສປປ ລາວ ປະຈຳ ຫ້ອງການ ສະຫະປະຊາຊາດ ທີ່ເຈນີວາ ກໍໄດ້ເຂົ້າຮ່ວມ ໃນບາງກິດຈະກຳ.

ການຢ້ຽມຢາມຄັ້ງນີ້ ມີຈຸດປະສົງ ເພື່ອແລກປ່ຽນບົດຮຽນ ກັບສະວິດ ຕາມ 4 ບູລິມະສິດ ທີ່ ທ່ານ ລັດຖະມົນຕີ ໄດ້ຊີ້ນຳ ຄື ການຄຸ້ມຄອງຄວາມປອດໄພເຂື່ອນ, ການເພີ່ມປະສິດທິພາບ ການຜະລິດ ແລະ ລາຍຮັບ ທົ່ວລະບົບ, ການຄຸ້ມຄອງຕະກອນ ແລະ ຄຸນນະພາບນ້ຳ, ແລະ ນະໂຍບາຍ ການໂອນ ແລະ ຕໍ່ອາຍຸ ສຳປະທານ. ພ້ອມກັນນັ້ນ, ກໍເພື່ອຊຸກຍູ້ ແຜນງານການຮ່ວມມື ໃຫ້ ໂຄງການ ຊ່ວຍເຫຼືອດ້ານວິຊາການ ແລະ ລະບຽບການ ດ້ານຄວາມປອດໄພເຂື່ອນ (DSTIA) ໄລຍະທີ I ທີ່ຈະສິ້ນສຸດ ໃນວັນທີ 31 ມີນາ 2027 ສືບຕໍ່ ໄປ ໄລຍະທີ II (ເມສາ 2027 – ມີນາ 2031) ຢ່າງຕໍ່ເນື່ອງ.

ໃນວັນຈັນ ທີ 12 ຕຸລາ, ຢູ່ອາຄານ Bernerhof (Bundesgasse 3, ນະຄອນຫຼວງເບີນ), ທ່ານ ລັດຖະມົນຕີ ແລະ ຄະນະ ໄດ້ພົບປະ ຄະນະຜູ້ບໍລິຫານ SDC, ກະຊວງການຕ່າງປະເທດສະວິດ (FDFA) ແລະ SECO, ໂດຍມີ ທ່ານ ເອກອັກຄະລາຊະທູດ Markus Leitner ແລະ ທ່ານ ນາງ ເອກອັກຄະລາຊະທູດ Véronique Hulmann, ຮອງຜູ້ອຳນວຍການໃຫຍ່ SDC, ນຳພາຝ່າຍສະວິດ. ໃນກອງປະຊຸມ, ທ່ານ ລັດຖະມົນຕີ ໄດ້ນຳສະເໜີ ວິໄສທັດ "ລາວ ສູນກາງພະລັງງານສະອາດ ຂອງພາກພື້ນ". ຈາກນັ້ນ, ທ່ານ ຫົວໜ້າກົມພະລັງງານ ໄດ້ລາຍງານ ຜົນສຳເລັດ ຂອງ ໂຄງການ DSTIA ໄລຍະທີ I ແລະ ທິດທາງ ຂອງ ໄລຍະທີ II. ໃນຕອນບ່າຍ, ຄະນະ ໄດ້ເດີນທາງໄປ ເມືອງ Martigny, ລັດ Valais, ເພື່ອຮັບຟັງ ການບັນລະຍາຍ ຢູ່ ໂຮງແຮມ Vatel ກ່ຽວກັບ ລະບົບໄຟຟ້ານ້ຳຕົກ Emosson ແລະ ການຄຸ້ມຄອງຮ່ວມກັນ ລະຫວ່າງ ສະວິດ ແລະ ຝຣັ່ງ, ການເຝົ້າລະວັງ ແລະ ຕິດຕາມ ຄວາມປອດໄພເຂື່ອນ, ພ້ອມທັງ ໂຄງການເສີມຄວາມສູງ ເຂື່ອນ Vieux-Emosson.

ໃນວັນອັງຄານ ທີ 13 ຕຸລາ, ຄະນະ ໄດ້ລົງຢ້ຽມຢາມ ພາກສະໜາມ ຢູ່ເຂດໃກ້ ເມືອງ Martigny, ລັດ Valais. ຄະນະ ໄດ້ຢ້ຽມຊົມ ໂຄງການໄຟຟ້າສູບນ້ຳກັບຄືນ Nant de Drance (ບ້ານ Châtelard, ເມືອງ Finhaut), ລວມທັງ ຖ້ຳເຮືອນຈັກ ແລະ ຖ້ຳວາວ ທີ່ຕັ້ງຢູ່ເລິກ ໃນພູເຂົາ. ຫຼັງຈາກນັ້ນ, ຄະນະ ໄດ້ຢ້ຽມຊົມ ເຂື່ອນ Emosson (ເມືອງ Finhaut), ເຊິ່ງປະກອບມີ ສັນເຂື່ອນ, ອຸໂມງກວດກາ Gallery 1926, ລະບົບເຄື່ອງມື ຕິດຕາມພຶດຕິກຳເຂື່ອນ, ແບບຈຳລອງ ແລະ ຫ້ອງຄວບຄຸມ ລະບົບແຈ້ງເຕືອນໄພນ້ຳ ສຳລັບປະຊາຊົນ ທີ່ອາໄສຢູ່ທ້າຍເຂື່ອນ.

ໃນວັນພຸດ ທີ 14 ຕຸລາ, ຄະນະ ໄດ້ຢ້ຽມຢາມ ໂຮງໄຟຟ້າ Eglisau ຂອງບໍລິສັດ Axpo (ເມືອງ Glattfelden, ລັດ Zurich) ເພື່ອຮຽນຮູ້ ການຈັດຕັ້ງ ແລະ ດຳເນີນງານ, ການຄຸ້ມຄອງຕະກອນ ແລະ ການຄຸ້ມຄອງຄວາມປອດໄພ ຂອງເຂື່ອນຂັ້ນໄດ ຢູ່ແມ່ນ້ຳ. ໃນຕອນບ່າຍ, ຄະນະ ໄດ້ແລກປ່ຽນ ກັບ ຫ້ອງການສິ່ງແວດລ້ອມ ລັດຖະບານກາງ (FOEN) ທີ່ຫ້ອງການ ຂອງ FOEN (Mühlestrasse 2, ເມືອງ Ittigen, ລັດ Bern) ກ່ຽວກັບ ການຄຸ້ມຄອງຄວາມສ່ຽງ, ການປ້ອງກັນໄພນ້ຳຖ້ວມ, ບົດບາດ ຂອງເຂື່ອນ ໃນການຄວບຄຸມນ້ຳຖ້ວມ ແລະ ລະບົບສະຖານີອຸທົກກະສາດ. ໃນຕອນແລງ, ທ່ານ ເອກອັກຄະລາຊະທູດ Markus Leitner ແລະ ທ່ານ ນາງ ເອກອັກຄະລາຊະທູດ Véronique Hulmann, ຮອງຜູ້ອຳນວຍການໃຫຍ່ SDC, ໄດ້ເປັນເຈົ້າພາບ ງານລ້ຽງຕ້ອນຮັບ ທີ່ Casino Bern (ນະຄອນຫຼວງເບີນ), ໂດຍມີ ຄະນະຜູ້ບໍລິຫານ SDC ແລະ ຕາງໜ້າພາກເອກະຊົນ ຂອງສະວິດ ເຂົ້າຮ່ວມ. ໃນງານ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານສະວິດ ທີ່ເປັນຄູ່ຮ່ວມງານຫຼັກ ດ້ານຄວາມປອດໄພເຂື່ອນ ຂອງ ສປປ ລາວ ນັບແຕ່ປີ 2018 ເປັນຕົ້ນມາ. ພາຍຫຼັງນັ້ນ, ໃນວັນທີ 15–16 ຕຸລາ, ຄະນະວິຊາການ ຂອງກົມພະລັງງານ ຈະສືບຕໍ່ ຢ້ຽມຢາມ ເຂື່ອນ Sihlsee ແລະ ໂຮງໄຟຟ້າ Etzelwerk (ເຂດ Einsiedeln, ລັດ Schwyz) ແລະ ລະບົບໄຟຟ້ານ້ຳຕົກ Grimsel ຂອງບໍລິສັດ KWO (ຊ່ອງພູ Grimsel, ລັດ Bern), ເພື່ອສຶກສາ ການເຝົ້າລະວັງເຂື່ອນ, ການຈັດການນ້ຳຖ້ວມ ແລະ ການອະນຸຍາດ ສຳປະທານ.

ຜ່ານການຢ້ຽມຢາມຄັ້ງນີ້, ຄາດວ່າ ລັດຖະບານສະວິດ ໂດຍຜ່ານ SDC ຈະສືບຕໍ່ ໃຫ້ການຊ່ວຍເຫຼືອ ໂຄງການ DSTIA ໄລຍະທີ II ຢ່າງຕໍ່ເນື່ອງ, ໂດຍສຸມໃສ່ ການເສີມສ້າງ ກົມພະລັງງານ ຜ່ານ ພະແນກວິຊາການ ໃນຖານະເປັນອົງການຄຸ້ມຄອງ ດ້ານຄວາມ ປອດ ໄພເຂື່ອນ, ການຍົກສູງ ບົດບາດ ຂອງເຈົ້າຂອງເຂື່ອນ ແລະ ການພັດທະນາ ຊ່ຽວຊານລາວ ທີ່ມີຄຸນວຸດທິສູງ. ພ້ອມກັນນັ້ນ, ຄະນະ ຍັງໄດ້ຮັບ ຄວາມຮູ້ ແລະ ບົດຮຽນ ທີ່ເປັນປະໂຫຍດ ຈາກສະວິດ ທັງໃນດ້ານ ການຕິດຕາມກວດກາເຂື່ອນ ຢ່າງເປັນລະບົບ, ການແບ່ງໜ້າທີ່ ທີ່ຈະແຈ້ງ ລະຫວ່າງ ອົງການກຳກັບ ແລະ ເຈົ້າຂອງເຂື່ອນ, ລະບົບແຈ້ງເຕືອນໄພນ້ຳ, ການນຳໃຊ້ ໄຟຟ້າ ສູບນ້ຳກັບຄືນ ແລະ ການປັບປຸງເຂື່ອນເກົ່າ ເພື່ອເພີ່ມປະສິດທິພາບ ຂອງລະບົບ, ການຄຸ້ມ ຄອງຕະກອນ, ຕະຫຼອດເຖິງ ການປະສານງານ ລະຫວ່າງ ພາກສ່ວນຕ່າງໆ ໃນການ ປ້ອງກັນໄພນ້ຳຖ້ວມ. ບົດຮຽນເຫຼົ່ານີ້ ຈະຖືກນຳໄປປັບປຸງ ແບບແຜນວິທີການເຮັດວຽກ ໃນດ້ານ ການຄຸ້ມຄອງຄວາມປອດໄພເຂື່ອນ ໃນ ສປປ ລາວ.

ພາບ ແລະ ຂ່າວ: ກົມພະລັງງານ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ