|
ທົ່ວໄປ26 ຕຸລາ 2026

ກອງປະຊຸມຜ່ານຮ່າງວິໄສທັດ 2055 ຍຸດທະສາດ 10 ປີ ແລະ ຮ່າງແຜນດຳເນີນງານ 5 ປີ ເພື່ອສົ່ງເສີມຄວາມສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ

ກອງປະຊຸມຜ່ານຮ່າງວິໄສທັດ 2055 ຍຸດທະສາດ 10 ປີ ແລະ ຮ່າງແຜນດຳເນີນງານ 5 ປີ  ເພື່ອສົ່ງເສີມຄວາມສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ

       ໃນວັນທີ 26 ຕຸລາ 2026 ທີ່ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກຳ ແລະ ການຄ້າ, ຈັດກອງປະຊຸມຮັບ ຮອງວິໄສທັດ 2055 ແລະ ແຜນຍຸດທະສາດ 10 ປີ (2026-2035) ພ້ອມທັງ ປຶກສາຫາລື ຮ່າງແຜນດໍາເນີນງານ 5 ປີ (2026–2030) ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃນຂົງເຂດອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການພັດທະນາພາກທຸລະກິດ. ໃຫ້ກຽດເປັນປະທານຂອງ ທ່ານ ພຸດທະວັນ ນັນທະວົງ, ກໍາມະການປະຈໍາພັກ, ປະ ທານຄະນະກວດກາກະຊວງ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ທ່ານ ນາງ Pranjali Palnitkar, ຮັກສາການຮອງທູດ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ, ບັນດາຜູ້ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ, ສະມາຄົມນັກທຸລະກິດແມ່ຍິງລາວ, ໂຄງການ TGEI/RT4D, ສະມາຄົມຄົນພິການແຫ່ງຊາດລາວ, ພາກທຸລະກິດ, ອົງການຈັດຕັ້ງສາກົນ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ທົ່ວປະເທດເຂົ້າຮ່ວມ.

       ທ່ານ ພຸດທະວັນ ນັນທະວົງ ກ່າວວ່າ: ເມື່ອພິຈາລະນາເຖິງສະພາບການໃນປະຈຸບັນ ການນໍາໃຊ້ກົດລະບຽບອັນດຽວກັນ ບໍ່ໄດ້ໝາຍຄວາມວ່າທຸກຄົນຈະໄດ້ຮັບຜົນປະໂຫຍດທີ່ເທົ່າທຽມກັນ. ເຖິງວ່າລະບຽບການຂຶ້ນທະບຽນການກວດປ່ອຍສິນຄ້າຈະຖືກກຳນົດໃຫ້ສະເໝີພາບກັນ, ແຕ່ໃນການປະຕິບັດຕົວຈິງ, ແມ່ຍິງ ແລະ ຄົນພິການຍັງ ພົບອຸປະສັກຫຼາຍດ້ານ. ຊ່ອງຫວ່າງນີ້ບໍ່ໄດ້ເກີດຈາກການຂາດນິຕິກຳ ຫຼື ນະໂຍບາຍ ແຕ່ເກີດຈາກກົນໄກ ແລະ  ວິທີການຈັດຕັ້ງ ປະຕິ ບັດໃນຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ຍັງບໍ່ທັນຫັນເອົານະໂຍບາຍໄປສູ່ການປະຕິບັດໄດ້ຢ່າງທົ່ວເຖິງ.

        ນອກຈາກນີ້, ໃນຂະນະທີ່ ສປປ ລາວ ກຳລັງກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ, ສິດທິພິ ເສດທາງ ການຄ້າອາດຫຼຸດລົງ ໂດຍສະເພາະໃນຂະແໜງການທີ່ຜູ້ປະກອບການຍິງ ແລະ ມີແຮງງານແມ່ຍິງເປັນກຳລັງ ຕົ້ນຫຼັກ ເຊັ່ນ: ເຄື່ອງນຸ່ງຫົ່ມ ແລະ ຢາງພາລາ ຊຶ່ງອາດມີມູນຄ່າສົ່ງອອກເຖິງ 700 ກວ່າລ້ານໂດລາສະຫະລັດ. ຫາກເຮົາ ບໍ່ສ້າງເງື່ອນໄຂໃຫ້ ແມ່ຍິງມີສ່ວນຮ່ວມຢ່າງເຕັມສ່ວນ, ການຂະຫຍາຍຕົວທາງເສດຖະກິດຂອງປະເທດກໍຈະຂາດຄວາມ ເຂັ້ມແຂງ ແລະ ບໍ່ທົ່ວເຖິງ.

        ດັ່ງນັ້ນ, ວິໄສທັດ ແລະ ແຜນຍຸດທະສາດທີ່ພວກເຮົາຈະຮ່ວມກັນພິຈາລະນາ ແລະ ຮັບຮອງໃນມື້ນີ້ຈຶ່ງແມ່ນ ສິ່ງສໍາຄັນໃນການປະຕິບັດພາລະບົດບາດຫຼັກຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອໃຫ້ທຸກກຸ່ມຄົນເຂົ້າເຖິງການບໍລິ ການຢ່າງທົ່ວເຖິງ ແລະ ເທົ່າທຽມ.

     ກອງປະຊຸມປະກອບມີ 3 ວຽກງານສໍາຄັນທີ່ຕ້ອງຮ່ວມກັນດໍາເນີນການຄື:

1. ການພິຈາລະນາ ແລະ ຮັບຮອງ ວິໄສທັດ 2055 ແລະ ແຜນຍຸດທະສາດ 10 ປີ ແລະ ສ້າງແຜນດໍາເນີນງານ 5 ປີ (2026-2030) ເພື່ອຄວາມສະເໝີພາບຍິງ-ຊາຍ ເພື່ອຮັບປະກັນໃຫ້ມີເນື້ອໃນທີ່ຊັດເຈນ, ເປັນຮູບປະທຳ, ມີການກຳ ນົດພາກສ່ວນຮັບຜິດຊອບຢ່າງຈະແຈ້ງ ພ້ອມທັງຕົວຊີ້ວັດທີ່ສາມາດວັດແທກ ແລະ ປະເມີນຜົນໄດ້ຢ່າງແທ້ຈິງ.

2. ສ້າງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຮ່ວມກັນ.

3. ການສ້າງລະບົບການຕິດຕາມ, ປະເມີນຜົນ ແລະ ການຮຽນຮູ້.

      ໃນຕອນບ່າຍ ທ່ານ ນາງ ແສງເດືອນ ວົງອິນ ກໍາມະການປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ໄດ້ກ່າວປິດກອງປະ ຊຸມຢ່າງເປັນທານການ ທ່ານກ່າວວ່າ: ເຖິງແມ່ນວ່າກອງປະຊຸມໃນມື້ນີ້ ຈະໄດ້ບັນລຸໝາກຜົນເປັນທີ່ໜ້າພໍໃຈກໍ່ຕາມ, ແຕ່ພາລະກິດອັນສໍາຄັນຂອງພວກເຮົາ ແມ່ນຈະເລີ່ມຕົ້ນນັບແຕ່ນີ້ ເປັນຕົ້ນໄປ. ການພິຈາລະນາ ແລະ ຮັບຮອງແຜນດໍາເນີນງານໃນມື້ນີ້ບໍ່ ແມ່ນຈຸດສິ້ນສຸດຂອງວຽກງານນີ້, ແຕ່ເປັນຈຸດເລີ່ມຕົ້ນຂອງການນໍາເອົາແຜນໄປສູ່ການຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຢ່າງເປັນຮູບປະທໍາ.

      ສໍາລັບທິດທາງ ແລະ ຂັ້ນຕອນການຈັດຕັ້ງປະຕິບັດໃນໄລຍະຕໍ່ໄປ ໃນເດືອນພະຈິກ 2026 ນີ້, ພະແນກສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ຈະຈັດສົ່ງເນື້ອໃນແຜນດໍາເນີນງານ ລະດັບ 1 ແລະ ລະດັບ 2 ໃຫ້ແຕ່ລະກົມນໍາໄປຈັດຕັ້ງປະຕິບັດ; ພາຍໃນໄຕມາດ 4 ປີ 2026, ບັນດາກົມ ແລະ ພາກສ່ວນກ່ຽວຂ້ອງ ຕ້ອງເຊື່ອມສານວຽກງານຄວາມສະເໝີພາບຍິງ-ຊາຍ ເຂົ້າໃນແຜນວຽກປະຈໍາປີ 2027 ພ້ອມທັງແຕ່ງຕັ້ງຈຸດປະສານງານໃຫ້ຄົບຖ້ວນ; ສໍາລັບການສ້າງແຜນງົບປະມານ ປີ 2028, ໃຫ້ກໍານົດ ແລະ ນໍາໃຊ້ລະຫັດງົບປະມານທີ່ກ່ຽວຂ້ອງ; ພ້ອມທັງຮັບປະກັນວ່າ ການລາຍງານໝາກຜົນ ປະຈໍາປີ ຈະຕ້ອງມີຂໍ້ມູນຕົວເລກສະຖິຕິທີ່ຈໍາແນກຕາມເພດ ແລະ ສະຖານະຄວາມພິການຢ່າງໜ້ອຍ 1 ລາຍ ການເພື່ອຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນຜົນ.

ພາບ: ລຸ້ງຟ້າ ອົບພະຈັນ

ຂ່າວ: ວຽງສະຫວັນ ປຣະດິດ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ