|
ທົ່ວໄປ02 ພະຈິກ 2026

ທ່ານຮອງລັດຖະມົນຕີ ຕ້ອນຮັບຄະນະຊ່ຽວຊານ ໂຄງການສ້າງຕັ້ງສູນບໍລິການນະວັດຕະກຳຊັບສິນທາງປັນຍາແຫ່ງຊາດ (NIPISC)

ທ່ານຮອງລັດຖະມົນຕີ ຕ້ອນຮັບຄະນະຊ່ຽວຊານ ໂຄງການສ້າງຕັ້ງສູນບໍລິການນະວັດຕະກຳຊັບສິນທາງປັນຍາແຫ່ງຊາດ (NIPISC)

ໃນຕອນບ່າຍ,ວັນທີ 30 ຕຸລາ 2026 ນີ້, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພຸດທະວັນ ນັນທະວົງ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ໃຫ້ກຽດຕ້ອນຮັບ ແລະ ໂອ້ລົມກັບຄະນະຊ່ຽວຊານຈາກ ບໍລິສັດຄຸ້ມຄອງໂຄງການ (ກຸ່ມບໍລິສັດ ANYFIVE) ແລະ ຜູ້ຕາງໜ້າຈາກອົງການ KOICA ປະຈຳ ສປປ ລາວ, ໃນໂອກາດການ ພົບປະຢ້ຽມຂໍ່ານັບ ແລະ ເຮັດວຽກຮ່ວມກັນ ກ່ຽວກັບໂຄງການສ້າງຕັ້ງສູນບໍລິການຊັບສິນທາງປັນຍາແຫ່ງຊາດ (NIPISC) ແລະ ປັບປຸງລະບົບການຄຸ້ມຄອງຊັບສິນທາງປັນຍາ ຢູ່ ສປປ ລາວ.

ຄະນະທີ່ເຂົ້າຮ່ວມໃນຄັ້ງນີ້ ນຳໂດຍ ທ່ານ ດຣ. ກວານຢອງ ຄິມ (Dr. Kwanyoung Kim) ຫົວໜ້າຄະນະຊ່ຽວຊານ PMC ຈາກກຸ່ມບໍລິສັດ ANYFIVE, ມີທ່ານ ນາງ ລີອາລິມ ຮອງຜູ້ຕາງໜ້າອົງການ KOICA ປະຈຳ ສປປ ລາວ ແລະ ພ້ອມດ້ວຍຄະນະຊ່ຽວຊານ ທີ່ໄດ້ມາເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນລະຫວ່າງວັນທີ 26 ຕຸລາ ຫາ 1 ພະຈິກ 2026.

ໃນໂອກາດນີ້ ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີ ກະຊວງ ອຄ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແຫ່ງ ສາທາລະນະລັດ ເກົາຫຼີ, ໂດຍຜ່ານອົງການ KOICA ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ແລະ ຮ່ວມມືຢ່າງໃກ້ຊິດກັບ ລັດຖະບານ ສປປ ລາວ, ໂດຍສະເພາະ ແມ່ນກະຊວງອຸດສາຫະກຳ ແລະ ການຄ້າ (MOIC). ພ້ອມດຽວກັນນັ້ນ, ກໍໄດ້ຊົມເຊີຍ ບໍລິສັດ ANYFIVE ທີ່ໄດ້ຮັບການຂັດເລືອກເປັນບໍລິສັດຄຸ້ມຄອງໂຄງການ (PMC) ເພື່ອຄຸ້ມຄອງການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ ໃນການພັດທະນາລະບົບຊັບສິນທາງປັນຍາ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ບຸກຄະລາກອນຂອງລາວ.

ທ່ານ ຮອງລັດຖະມົນຕີ ໄດ້ກ່າວຕື່ມອີກວ່າ ກະຊວງ ອຄ ໄດ້ຖືວ່າ ການສ້າງຕັ້ງ ສູນບໍລິການນະວັດຕະກຳຊັບສິນທາງປັນຍາແຫ່ງຊາດ (NIPISC) ແລະ ການປັບປຸງລະບົບການຄຸ້ມຄອງຊັບສິນທາງປັນຍາ ເປັນບຸລິມະສິດອັນດັບຕົ້ນໆ ເພື່ອປະກອບສ່ວນເຂົ້າໃນຜົນສຳເລັດຂອງແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ, ຊ່ວຍປັບປຸງການບໍລິການ, ສະໜັບສະໜູນການປະດິດສ້າງ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນໃຫ້ແກ່ພາກທຸລະກິດຂອງລາວ.

ທ່ານ ຮອງລັດຖະມົນຕີ ໄດ້ສະເໜີໃຫ້ທຸກພາກສ່ວນ ໂດຍສະເພາະ ແມ່ນ PMC, KOICA ແລະ ກົມຊັບສິນທາງປັນຍາ (DIP) ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເລັ່ງລັດການກະກຽມການອອກແບບອາຄານ ແລະ ຂະບວນການປະມູນການກໍ່ສ້າງອາຄານຫຼັງໃໝ່ ໃຫ້ສຳເລັດໂດຍໄວ ເພື່ອໃຫ້ມີເວລາພຽງພໍສຳລັບໄລຍະເວລາຮັບປະກັນ ຕາມກອບເວລາທີ່ໄດ້ຕົກລົງກັນໄວ້.

ຄຽງຄູ່ກັນນັ້ນ, ພ້ອມກັບການກໍ່ສ້າງອາຄານ, ຕ້ອງຮັກສາຄວາມຄືບໜ້າໃນການພັດທະນາລະບົບໄອທີ ແລະ ການບໍລິການດິຈິຕອນ ທີ່ທັນສະໄໝ, ລວມທັງການແກ້ໄຂບັນຫາທີ່ເປັນຄໍຂອດ (Bottleneck) ຕ່າງໆ ເຊັ່ນ: ການຕິດຕັ້ງອຸປະກອນໄອທີ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ເພື່ອຮັບປະກັນຄວາມຍືນຍົງຂອງລະບົບ.

ແລະ ທ່ານ ຮອງລັດຖະມົນຕີ, ຢືນຢັນຄວາມພ້ອມທີ່ຈະໃຫ້ການສະໜັບສະໜູນຢ່າງເຕັມສ່ວນ ແລະ ຍິນດີຮັບຟັງທຸກຂໍ້ສະເໜີແນະ ເພື່ອໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ບັນລຸຜົນສຳເລັດເປັນຮູບປະທຳ ແລະ ຕອບສະໜອງຄວາມຕ້ອງການຂອງ ສປປ ລາວ ໄດ້ຢ່າງແທ້ຈິງໃນໄລຍະຍາວ.

ທ່ານ ດຣ. ກວານຢອງ ຄິມ, ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງລັດຖະມົນຕີ ທີ່ໄດ້ສະຫຼະເວລາອັນມີຄ່າ ຕ້ອນຮັບ ທ່ານ ແລະ ຄະນະ ໃນຄັ້ງນີ້, ພ້ອມທັງລາຍງານກ່ຽວກັບການມາເຄື່ອນໄຫວ ແລະ ເຮັດວຽກຢູ່ ສປປ ລາວ ຕໍ່ທ່ານ ຮອງລັດຖະມົນຕີຊາບ ແລະ ຍິນດີຮັບຄຳສະເໜີ ຂອງທ່ານຮອງລັດຖະມົນຕີ ໃນການເລັ່ງລັດການກະກຽມການອອກແບບອາຄານ ແລະ ຂະບວນການປະມູນການກໍ່ສ້າງອາຄານຫຼັງໃໝ່ ໃຫ້ສຳເລັດໂດຍໄວ, ຊຶ່ງການຈັດຕັ້ງປະຕິບັດໂຄງການສ້າງສູນດັ່ງກ່າວນີ້ ແມ່ນຈະເອົາໃຈໃສ່ 03 ປັດໃຈຕົ້ນຕໍ ຄື: (1) ການນໍາໃຊ້ AI ເຂົ້າໃນການພັດທະນາຊັບສິນທາງປັນຍາ; (2) ການຊຸກຍູ້ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງວຽກງານຊັບສິນທາງປັນຍາ ໃຫ້ແກ່ທ້ອງຖິ່ນ ກໍຄືພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ໃນຂອບເຂດທົ່ວປະເທດ; ແລະ (3) ການພັດທະນາຊັບພະຍາກອນມະນຸດ ບໍ່ພຽງແຕ່ໃນຂອບເຂດວຽກງານຊັບສິນທາງປັນຍາເທົ່ານັ້ນ, ແຕ່ກວມເຖິງ ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ ໃນຂອບເຂດທົ່ວປະເທດ, ຄູ-ອາຈານ, ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ຕະຫຼອດເຖິງປະຊາຊົນ ອີກດ້ວຍ.

ທ່ານ ດຣ. ກວານຢອງ ຄິມ, ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເອົາໃຈໃສ່ສ້າງໂຄງການສ້າງຕັ້ງສູນບໍລິການນະວັດຕະກຳຊັບສິນທາງປັນຍາແຫ່ງຊາດ ຂອງ ສປປ ລາວ ໃຫ້ກາຍເປັນ ສູນທີ່ທັນສະໄໝ ແລະ ຢູ່ໃນແຖວໜ້າໃນພາກພື້ນ ອາຊຽນ ອີກດ້ວຍ.

 

ຂ່າວ ແລະ ຮູບພາບ: ກົມຊັບສິນທາງປັນຍາ

 

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ