|
ທົ່ວໄປ09 ພະຈິກ 2026

ກະຊວງ ອຸດສາຫະກຳ ແລະ ການຄ້າຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າໜອງເກືອຊິງໄຮ ແລະ ສະຖາບັນຄົ້ນຄວ້າພູພຽງຊິງໄຮ–ທິເບດ

ກະຊວງ ອຸດສາຫະກຳ ແລະ ການຄ້າຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າໜອງເກືອຊິງໄຮ ແລະ ສະຖາບັນຄົ້ນຄວ້າພູພຽງຊິງໄຮ–ທິເບດ

ທ່ານ ປອ ຈັນສະແຫວງ ບຸນຍົງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄດ້ຕ້ອນຮັບ ທ່ານ Academician ສາດສະດາຈານ ປະລິນຍາເອກ Fang Xiaomin, ນັກວິຊາການປະຈຳສະພາບັນດິດວິທະຍາສາດຈີນ, ຈາກສະຖາບັນຄົ້ນຄວ້າພູພຽງທິເບດ ພ້ອມດ້ວຍຄະນະວິໄຈຂອງທ່ານ, ແລະ ທ່ານນາງ ສາດສະດາຈານ ປະລິນຍາເອກ Wang Jianping, ຮອງຜູ້ອຳນວຍການໃຫຍ່ ຈາກສະຖາບັນຄົ້ນຄວ້າໜອງເກືອຊິງໄຫ່ ພ້ອມດ້ວຍຄະນະວິໄຈຂອງທ່ານນາງ, ສັງກັດສະພາບັນດິດວິທະຍາສາດຈີນ (CAS).

ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບຄວາມຮ່ວມມືສັນຕິມິດຕະພາບ ແລະ ການພັດທະນາດ້ານເສດຖະກິດ-ການຄ້າລະຫວ່າງຈີນ-ລາວ, ວິທະຍາສາດ, ການສຶກສາ ແລະ ການພັດທະນາບຸກຄະລາກອນຕະຫຼອດຈົນທ່າແຮງ ແລະ ການພັດທະນາຊັບພະຍາກອນແຮ່ໂປຕາສຊ້ຽມຢ່າງເປັນມິດຕໍ່ສິ່ງແວດລ້ອມ. ວັນທີ 9 ພະຈິກ 2026.

       ຄະນະຜູ້ແທນມີຄວາມຫວັງຈະອາໄສເວທີຫ້ອງທົດລອງຮ່ວມ ເພື່ອສົ່ງເສີມການສຳຫຼວດ ແລະ ປະເມີນທ່າແຮງຊັບພະຍາກອນແຮ່ໂປຕາສ, ການຄົ້ນຄວ້າ ແລະ ນະວັດຕະກຳໃໝ່, ການແລກປ່ຽນດ້ານການສຶກສາ ແລະການພັດທະນາບຸກຄະລາກອນ, ຕະຫຼອດຈົນການຄົ້ນຄວ້າ, ພັດທະນາ ແລະນຳໃຊ້ເຕັກໂນໂລຊີດ້ານວິສະວະກຳໄປພ້ອມກັນ; ສົ່ງເສີມການຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດ; ຄົ້ນຄວ້າໂອກາດຄວາມຮ່ວມມືດ້ານເສດຖະກິດ-ການຄ້າ, ຕ່ອງໂສ້ອຸດສາຫະກຳ ແລະ ໂຄງການ. ໂດຍຜ່ານການຄົ້ນຄວ້າຮ່ວມກັນ, ການແລກປ່ຽນທາງວິຊາການ ແລະ ການພັດທະນາບຸກຄະລາກອນ ຈະຊ່ວຍເສີມສ້າງຄວາມສາມາດດ້ານການຄົ້ນຄວ້າແລະ ການພັດທະນາບຸກຄະລາກອນຂອງລາວ, ປ່ຽນທ່າແຮງດ້ານຊັບພະຍາກອນໃຫ້ເປັນໂອກາດພັດທະນາອຸດສາຫະກຳ, ຍົກສູງສາຍພົວພັນສັນຕິ ແລະ ຄວາມໄວ້ວາງໃຈທາງການເມືອງລະຫວ່າງຈີນ-ລາວ ເພື່ອປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ຄວາມຮ່ວມມືທີ່ເປັນຜົນປະໂຫຍດຮ່ວມກັນໃນຫຼາຍຂົງເຂດ.

        ຄະນະຜູ້ແທນໄດ້ສະເໜີທິດທາງການຄົ້ນຄວ້າຂອງສະຖາບັນ, ພື້ນຖານຄວາມຮ່ວມມືກັບອົງການ ແລະ ວິສາຫະກິດທີ່ກ່ຽວຂ້ອງໃນລາວ ແລະ ຄວາມຄືບໜ້າໃນການທີ່ສອງສະຖາບັນ ແລະ ພາກສ່ວນຄົ້ນຄວ້າອື່ນໆ ຮ່ວມກັບມະຫາວິທະຍາໄລແຫ່ງຊາດລາວຜັກດັນການສະໝັກຈັດຕັ້ງຫ້ອງທົດລອງຮ່ວມ ຈີນ–ລາວ ພາຍໃຕ້ຂໍ້ລິເລີ່ມ “ໜື່ງແລວ ໜື່ງເສັ້ນທາງ” ດ້ານການພັດທະນາແຮ່ໂປຕາສຢ່າງເປັນມິດຕໍ່ສິ່ງແວດລ້ອມ. ຄະນະຜູ້ແທນໄດ້ແຈ້ງວ່າການນຳສະເໜີ ແລະ ຕອບຄຳຖາມປະກອບການສະໝັກ ຄາດວ່າຈະຈັດຂຶ້ນປະມານເດືອນກໍລະກົດປີໜ້າ; ສະຖາບັນກຳລັງປຶກສາຫາລືກັບກະຊວງສຶກສາທິການ ແລະ ກິລາ ເພື່ອຜັກດັນບົດບັນທຶກຄວາມເຂົ້າໃຈ(MOU) ທີ່ຄາດວ່າຈະລົງນາມກັບມະຫາວິທະຍາໄລແຫ່ງຊາດລາວໃນໃກ້ໆນີ້.

       ຄະນະຜູ້ແທນນັກຄົ້ນຄວ້າຝ່າຍຈີນຫວັງວ່າ ກະຊວງອຸດສາຫະກຳ ແລະການຄ້າ ຈະຊ່ວຍສະໜັບສະໜູນການສະໝັກ ແລະ ວຽກງານຄົ້ນຄວ້າທີ່ກ່ຽວຂ້ອງ ແລະ ໄດ້ຂໍໃຫ້ກະຊວງພິຈາລະນາຮ່ວມກັບພະແນກການອື່ນໆ ສົ່ງຈົດ  ໝາຍທາງການເຖິງລັດຖະບານຈີນ ເພື່ອສະເໜີຂໍການຮ່ວມມືສ້າງຕັ້ງຫ້ອງທົດລອງຮ່ວມດັ່ງກ່າວ.

       ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການສຳຫຼວດ ແລະ ປະເມີນທ່າແຮງຊັບພະຍາກອນແຮ່ໂປຕາສ, ກົດເກນການເກີດແຮ່ ແລະ ການປ້ອງກັນ ແລະຄວບຄຸມອັນຕະລາຍຈາກນ້ຳໃນບໍ່ແຮ່, ການຂຸດຄົ້ນທີ່ປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ການແຍກແຮ່ຢ່າງມີປະສິດທິພາບ, ການນຳໃຊ້ຫາງແຮ່ ແລະນ້ຳເຫຼືອຈາກການຜະລິດຢ່າງຮອບດ້ານ ແລະ ການປົກປັກຮັກສາລະບົບນິເວດໃນເຂດບໍ່ແຮ່; ພ້ອມທັງແລກປ່ຽນຄວາມຄິດເຫັນກ່ຽວກັບທິດທາງຄວາມຮ່ວມມືດ້ານການແລກປ່ຽນເຕັກນິກ, ການຝຶກອົບຮົມບຸກຄະລາກອນ ແລະການນຳຜົນການຄົ້ນຄວ້າໄປນຳໃຊ້. ຄະນະຜູ້ແທນໄດ້ແນະນຳວ່າ ບຸກຄະລາກອນຝ່າຍລາວສາມາດໄປຢ້ຽມຢາມ ແລະ ຮັບການຝຶກອົບຮົມຢູ່ສະຖາບັນຄົ້ນຄວ້າໜອງເກືອຊິງໄຮ ແລະ ສະຖາບັນຄົ້ນຄວ້າພູພຽງຊິງໄຮ–ທິເບດ ເພື່ອເພີ່ມຂະຫຍາຍໂອກາດ ແລະ ຄວາມຮູ້ໃໝ່ໃນການພັດທະນາບຸກຄະລາກອນ.

        ຄະນະຜູ້ແທນໄດ້ກ່າວວ່າ ການຮ່ວມມືຄັ້ງນີ້ແມ່ນການປະຕິບັດຢ່າງເປັນຮູບປະທຳ ເພື່ອສືບຕໍ່ປະຕິບັດຖະແຫຼງການວ່າດ້ວຍມິດຕະພາບ ແລະ ຄວາມຮ່ວມມື ທີ່ປະມຸກລັດຂອງ ສປ ຈີນ ແລະ ສປປ ລາວ ໄດ້ລົງນາມຮ່ວມກັນ. ຄະນະຜູ້ແທນຫວັງວ່າ ຄວາມຮ່ວມມືນີ້ຈະເປັນແບບຢ່າງ ແລະ ຊ່ວຍຜັກດັນໃຫ້ສອງຝ່າຍຂະຫຍາຍຄວາມຮ່ວມມືໃນຂົງເຂດອື່ນໆໃຫ້ຫຼາຍຂຶ້ນ.

        ຄະນະຜູ້ແທນສະແດງຄວາມຫວັງວ່າຈະເສີມສ້າງການຕິດຕໍ່ກັບກະຊວງອຸດສາຫະກຳ ແລະ ການຄ້າ ຕະຫຼອດຈົນອົງການ ແລະ ວິສາຫະກິດທີ່ກ່ຽວຂ້ອງໃນລາວ, ຄົ້ນຄວ້າການສ້າງກົນໄກການແລກປ່ຽນຢ່າງສະໝ່ຳສະເໝີແລະ ໄດ້ເຊີນຜູ້ແທນຂອງກະຊວງໄປຢ້ຽມຢາມສະຖາບັນຄົ້ນຄວ້າໜອງເກືອຊິງໄຮ ແລະ ສະຖາບັນຄົ້ນຄວ້າພູພຽງຊິງໄຮ–ທິເບດ ໃນເວລາທີ່ເໝາະສົມ ເພື່ອຜັກດັນການຮ່ວມມືທີ່ເປັນຮູບປະທຳໃນດ້ານການພັດທະນາຊັບພະຍາກອນແຮ່ໂພແທັດຢ່າງເປັນມິດຕໍ່ສິ່ງແວດລ້ອມ.

ພາບ: ວຽງສະຫວັນ ປຣະດິດ

ຂ່າວ: ກົມອຸດສາຫະກຳປຸງແຕ່ງ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ