ກອງປະຊຸມວຽກງານຈັດຕັ້ງ ກະຊວງອຸດສາຫະກຳ ແລະ ການຄ້າ ໄລຍະ 5ປີ(2021-2025) ແລະ ທິດທາງແຜນການ 5ປີ(2026-2030)

ໃນຕອນເຊົ້າຂອງວັນທີ 13 ພະຈິກ 2026 — ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂຶ້ນຢ່າງເປັນທາງການ, ທີ່ໂຮງແຮມ ອາມາຣີ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ໂດຍມີບັນດາຄະນະປະຈຳພັກ, ຄະນະພັກ, ຄະນະນຳກະຊວງ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າພະແນກ ພ້ອມດ້ວຍຕາງໜ້າພະແນກ ອຄ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ: ເພື່ອສະຫຼຸບຕໍລາຄາການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນໄລຍະ 5 ປີ 2021-2025 ແລະ ທິດທາງແຜນການ 2026-2030 ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂດ້ານອ່ອນຂໍ້ຄົງຄ້າງ ເຮັດໃຫ້ການຈັດຕັ້ງປະຕິບັດໃນຕໍ່ໜ້າມີປະສິດທິພາບສູງກວ່າເກົ່າ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານ (ຮ່າງ) ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຈັດຕັ້ງ ໃນໄລຍະ 5 ປີຜ່ານມາ ຈາກ ສະຫາຍ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງ ອຄ. ເຖິງແມ່ນວ່າສະພາບແວດລ້ອມສາກົນ ແລະ ພາກພື້ນ ຈະຜັນແປໄປຢ່າງສະຫຼັບສັບຊ້ອນ ພ້ອມທັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ໄພພິບັດຕ່າງໆ, ແຕ່ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຂອງສູນກາງພັກ, ລັດຖະບານ ກໍ່ຄືຄະນະບໍລິຫານງານພັກກະຊວງ ອຄ, ວຽກງານກໍ່ສ້າງພັກ-ພະນັກງານ ທັງ 4 ດ້ານ ໄດ້ຮັບການປັບປຸງຢ່າງຕັ້ງໜ້າ. ພົ້ນເດັ່ນແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະ XII ຂອງພັກ ໃນການປັບປຸງກົງຈັກການຈັດຕັ້ງຕາມທິດ “ກະທັດຮັດ, ສົມເຫດສົມຜົນ, ໂລ່ງລ່ຽນ ແລະ ມີປະສິດທິພາບ”, ແກ້ໄຂການຊໍ້າຊ້ອນດ້ານພາລະບົດບາດ ແລະ ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງ. ພ້ອມກັນນີ້, ສະຫາຍ ນາງ ແສງເດືອນ ວົງອິນ ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ໄດ້ລາຍງານຕີລາຄາການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກກະຊວງ, ລວມທັງການເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ.

ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງບົດປະກອບຄຳເຫັນເຈາະຈີ້ມຈາກບັນດາພາກສ່ວນຕ່າງໆ ກ່ຽວກັບການປະຕິຮູບລັດວິສາຫະກິດໄຟຟ້າລາວ ໂດຍ ສະຫາຍ ປອ ອາຄົມເດດ ວົງໄຊ ປະທານສະພາບໍລິຫານ ຟຟລ, ການປັບປຸງແບບແຜນວິທີເຮັດວຽກຂອງກະຊວງ ໂດຍ ສະຫາຍ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການກະຊວງ, ວຽກງານກວດກາພັກ-ລັດ ໂດຍ ສະຫາຍ ຈັນທະເລດ ວໍລະບຸດ ຫົວໜ້າກົມກວດກາ ແລະ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃນອົງການຈັດຕັ້ງມະຫາຊົນ ໂດຍ ສະຫາຍ ນາງ ມະນີວອນ ວົງໄຊ ປະທານສະຫະພັນແມ່ຍິງກະຊວງ ພ້ອມທັງການປະກອບຄຳເຫັນຢ່າງກົງໄປກົງມາຈາກຜູ້ແທນກອງປະຊຸມ.
ໃນຕອນທ້າຍ, ສະຫາຍ ມະໄລທອງ ກົມມະສິດໄດ້ໃຫ້ກຽດມີຄຳເຫັນສັງລວມ ແລະ ໂອ້ລົມຊີ້ທິດເຍືອງທາງ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງຜັນຂະຫຍາຍທິດທາງແຜນການ 5 ປີຕໍ່ໜ້າ ໃຫ້ເກີດໝາກຜົນຕົວຈິງ, ກ່ອນທີ່ສະຫາຍ ຕຸລາໄຊ ພັນທະວົງຮອງຫົວໜ້າກົມຈັດຕັ້ງ ຈະໄດ້ຜ່ານ (ຮ່າງ) ມະຕິກອງປະຊຸມ ແລະ ປະທານໄດ້ກ່າວປິດກອງປະຊຸມດ້ວຍຜົນສຳເລັດອັນຈົບງາມ

