|
ການຄ້າ16 ພະຈິກ 2026

ການຈັດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ການແຂ່ງຂັນທາງທຸລະກິດ ແລະ ການປົກປ້ອງຜູ້ຊົມໃຊ້

ການຈັດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ການແຂ່ງຂັນທາງທຸລະກິດ ແລະ ການປົກປ້ອງຜູ້ຊົມໃຊ້


ໃນວັນທີ 16-18 ພະຈິກ 2026 ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຝຶກອົບຮົມໃຫ້ແກ່ວິທະຍາກອນ(Training of Trainers – TOT) ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ແລະ ການປົກປ້ອງຜູ້ຊົມໃຊ້ ໃນ ສປປ ລາວ, ທີ່ເມືອງວັງວຽງ ແຂວງວຽງຈັນ. ໂດຍຮ່ວມມືກັບໂຄງການ ສະໜັບສະໜູນການຄ້າເພື່ອການພັດທະນາພາກພື້ນ (RT4D) ແລະ ແຜນງານການເຊື່ອມໂຍງທາງດ້ານເສດຖະກິດໃນພາກພື້ນອາຊຽນ-ອັງກິດ ປະຈຳ ສປປ ລາວ (ASEAN-UK Economic Integration Programm) ໃຫ້ການສະໜັບສະໜູນຜູ້ຊ່ຽວຊານດ້ານການປົກປ້ອງຜູ້ຊົມໃຊ້ຈາກປະເທດອັງກິດພ້ອມທັງການປະກອບສ່ວນດ້ານວິຊາການຈາກຜູ້ຊ່ຽວຊານດ້ານການປົກປ້ອງຜູ້ຊົມໃຊ້ ແລະ ການແຂ່ງຂັນຈາກປະເທດໄທ.

ກອງປະຊຸມໄຂຂຶ້ນໂດຍການເປັນປະທານ ຂອງທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມີຜູ້ເຂົ້າຮ່ວມທີ່ມາຈາກ ຂະແໜງການ ອຸດສາຫະກຳ ແລະ ການຄ້າຂັ້ນ ສູນກາງ ແລະ ທ້ອງຖິ່ນ, ຄູຝຶກ ທັງພາຍໃນ ແລະ ຕ່າງປະເທດ ລວມຈຳນວນຜູ້ເຂົ້າຮ່ວມແບບເຊິ່ງໜ້າທັງໝົດ 62 ທ່ານ ແລະ ອອນລາຍ 100 ກວ່າທ່ານ.

ການຝຶກອົບຮົມຄັ້ງນີ້ ເປັນສ່ວນໜຶ່ງຂອງໂຄງການ “ການມີສ່ວນຮ່ວມລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການແຂ່ງຂັນທາງທຸລະກິດ ແລະ ການປົກປ້ອງຜູ້ຊົມໃຊ້ ໃນ ສປປ ລາວ” ໂດຍຈຸດປະສົງຕົ້ນຕໍ ແມ່ນແນໃສ່ການເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ຂີດຄວາມສາມາດໃຫ້ແກ່ພະນັກງານຈາກສູນກາງ ແລະທ້ອງຖິ່ນ ໃນການນຳໃຊ້ກົດໝາຍດັ່ງກ່າວ ໃນສະຖານະການຕົວຈິງທີ່ຕິດພັນກັບວຽກງານຂອງຕົນ, ພ້ອມທັງພັດທະນາທັກສະຄວາມຮູ້ການເປັນວິທະຍາກອນ ເພື່ອສາມາດອະທິບາຍຖ່າຍທອດຄວາມຮູ້ ແລະ ຈັດການຝຶກອົບຮົມຕໍ່ໄປໃຫ້ແກ່ບຸກຄະລາກອນໃນຂັ້ນແຂວງ ແລະ ຂັ້ນເມືອງ.

ການຝຶກອົບຮົມຄັ້ງນີ້ ຈັດເປັນເວລາ 3 ວັນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ແລະ ແລກປ່ຽນປະສົບການ ວຽກງານການປົກປ້ອງຜູ້ຊົມໃຊ້ໃນທາງປະຕິບັດຕົວຈິງ ເຊັ່ນ: ການປົກປ້ອງຜູ້ຊົມໃຊ້ໃນການຄ້າອອນລາຍ   (E-commerce),ບັນຫາການຫຼອກລວງທາງອອນລາຍ, ການຈັດການຄຳຮ້ອງທຸກແບບດິຈິຕອນ, ສິດທິ ແລະ ຄວາມຮັບຜິດຊອບຂອງຜູ້ຊົມໃຊ້ ແລະ ພາກທຸລະກິດ ພ້ອມທັງການຝຶກຫັດຜ່ານກໍລະນີສຶກສາຕົວຈິງ ວຽກງານການແຂ່ງຂັນທາງທຸລະກິດໂດຍມີການແບ່ງປັນປະສົບການຈາກຜູ້ຊ່ຽວຊານຈາກປະເທດໄທ ກ່ຽວກັບການສັງເກດຄວາມສ່ຽງດ້ານການແຂ່ງຂັນ, ການກວດສອບຄຳຮ້ອງທຸກ, ການຈັດລຳດັບບູລິມະສິດຂອງກໍລະນີສຶກສາ, ການສົ່ງເສີມການປະຕິບັດຕາມກົດໝາຍແລະ ການປະສານງານກັບໜ່ວຍງານອື່ນໆ. ນອກນັ້ນ ຍັງມີການຝຶກຫັດກໍລະນີສຶກສາ ແລະ ຝຶກທັກສະຄວາມຮູ້ການເປັນວິທະຍາກອນ ຜ່ານການທົດລອງສອນເປັນກຸ່ມຍ່ອຍ.

ພ້ອມນັ້ນ, ກອງປະຊຸມ ຍັງໄດ້ລົງທັດສະນະສຶກສາພາກປະຕິບັດ ໂດຍການຢ້ຽມຢາມຕະຫຼາດ ຫຼື ຮ້ານຄ້າຂາຍຍ່ອຍ ໃນພື້ນທີ່ເມືອງວັງວຽງ ເພື່ອສັງເກດ ແລະ ສົນທະນາກ່ຽວກັບຂໍ້ມູນສິນຄ້າ, ລາຄາທີ່ໂຄສະນາ, ຄຳຮ້ອງທຸກຂອງລູກຄ້າ ແລະ ການປະຕິບັດທາງທຸລະກິດ. ຈາກນັ້ນ, ກໍຈະໄດ້ມີການຖອດຖອນບົດຮຽນ ແລະ ສະຫຼຸບແນວທາງການນຳເອົາປະສົບການທີ່ໄດ້ຮັບໄປປັບໃຊ້ໃນການຝຶກອົບຮົມຂັ້ນແຂວງ.

ພາບ ແລະ ຂ່າວ: ກົມການຄ້າພາຍໃນ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ