|
ທົ່ວໄປ26 ພະຈິກ 2026

ຈັດຝຶກອົບຮົມ ການຄຸ້ມຄອງບໍລິຫານໂຄງການຊ່ວຍເຫຼືອເພື່ອການພັດທະນາ (ODA) ທີ່ ແຂວງຫຼວງພະບາງ

ຈັດຝຶກອົບຮົມ ການຄຸ້ມຄອງບໍລິຫານໂຄງການຊ່ວຍເຫຼືອເພື່ອການພັດທະນາ (ODA) ທີ່ ແຂວງຫຼວງພະບາງ

ໃນຕອນເຊົ້າ,ວັນທີ 26 ພະຈິກ 2026 ທີ່ ໂຮງແຮມ ສູພັດຕາ ແຂວງຫຼວງພະບາງ, ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຝຶກອົບຮົມ ການຄຸ້ມຄອງບໍລິຫານໂຄງການຊ່ວຍເຫຼືອເພື່ອການພັດທະນາ (ODA) ໃນລະຫວ່າງວັນທີ 25-27 ພະຈິກ 2026 ທີ່ ແຂວງຫຼວງພະບາງ, ໂດຍສຸມໃສ່ການສ້າງຄວາມເຂັ້ມແຂງດ້ານວຽກງານການເງິນ, ການຈັດຊື້-ຈັດຈ້າງ, ວຽກງານການສື່ສານ ແລະ ປະຊາສຳພັນ (Communication) ແລະ ກົນໄກແກ້ໄຂຄຳຮ້ອງທຸກ (Grievance Redress Mechanism - GRM) ພາຍໃຕ້ໂຄງການເສີມສ້າງຄວາມສາມາດການແຂ່ງຂັນ ແລະ ການຄ້າໄລຍະສອງ (Second Lao Competitiveness and Trade Project).

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ. ຜູ້ເຂົ້າຮ່ວມປະກອບມີບັນດາພະນັກງານວິຊາການທີ່ຮັບຜິດຊອບວຽກງານໂຄງການຈາກບັນດາກົມ ແລະ ພາກສ່ວນຈັດຕັ້ງປະຕິບັດໂຄງການ ພາຍໃນຂະແໜງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຕາງໜ້າຈາກຄັງເງິນແຫ່ງລັດ, ກະຊວງການເງິນ ເຂົ້າຮ່ວມບັນຍາຍ ແລະ ແລກປ່ຽນບົດຮຽນ.

ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລະບຽບການຄຸ້ມຄອງບໍລິຫານໂຄງການ ODA ໃຫ້ມີປະສິດທິພາບ, ໂປ່ງໃສ ແລະ ສອດຄ່ອງກັບລະບຽບການຂອງພາກລັດ ແລະ ຜູ້ໃຫ້ທຶນ.

ກອງປະຊຸມ ໄດ້ຮັບຟັງການນຳສະເໜີສະພາບລວມຂອງໂຄງການເສີມສ້າງຄວາມສາມາດການແຂ່ງຂັນ ແລະ ການຄ້າໄລຍະສອງ, ກົນໄກການຄຸ້ມຄອງ ແລະ ການນຳໃຊ້ການຊ່ວຍເຫຼືອເພື່ອການພັດທະນາ ໃນຂະແໜງອຸດສາຫະກຳ ແລະ ການຄ້າ, ພ້ອມທັງບັນຍາຍກ່ຽວກັບການຄຸ້ມຄອງບໍລິຫານວຽກງານການເງິນໂຄງການ ODA ເຊັ່ນ: ການຂຶ້ນແຜນງົບປະມານ, ການເບີກຈ່າຍ, ການກວດສອບລະບຽບທັງພາຍໃນ ແລະ ຕ່າງປະເທດ, ຂັ້ນຕອນການປະກອບເອກະສານ, ການຊຳລະຄ່າບໍລິການໃຫ້ແກ່ຊ່ຽວຊານ ແລະ ການບໍລິຫານເງິນສົດ. ນອກຈາກນີ້, ຕາງໜ້າຈາກຄັງເງິນແຫ່ງລັດ, ກະຊວງການເງິນ ຍັງໄດ້ນຳສະເໜີກ່ຽວກັບຂໍ້ຕົກລົງ ວ່າດ້ວຍກຳນົດໝາຍໃຊ້ຈ່າຍງົບປະມານບໍລິຫານຂອງລັດ ສະບັບເລກທີ 0200/ກງ ລົງວັນທີ 25 ມັງກອນ 2023, ພ້ອມທັງມີການເຮັດກໍລະນີສຶກສາເປັນກຸ່ມ ກ່ຽວກັບການຂຶ້ນແຜນງົບປະມານ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຝຶກປະຕິບັດຕົວຈິງ ນອກຈາກນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີກ່ຽວກັບວຽກງານການສື່ສານ ແລະ ປະຊາສຳພັນໂຄງການ, ແຜນງານດ້ານສິ່ງແວດລ້ອມ ແລະ ສັງຄົມ, ວຽກງານການຈັດຊື້-ຈັດຈ້າງ ລວມທັງກົນນໄກແກ້ໄຂຄຳຮ້ອງທຸກ (GRM) ຈາກຕາງໜ້າພະແນກຄຸ້ມຄອງການຊ່ວຍເຫຼືອຂອງຕ່າງປະເທດ.

ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການເສີມສ້າງຂີດຄວາມສາມາດໃຫ້ແກ່ພະນັກງານວິຊາການ ພາຍໃນຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອເພື່ອການພັດທະນາ ດຳເນີນໄປຢ່າງຄ່ອງຕົວ,ມີປະສິດທິຜົນ, ຖືກຕ້ອງຕາມລະບຽບຫຼັກການ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້.

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ