ສປປ ລາວ ເປີດໂຕໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ໄລຍະ 2 (LCT 2) ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ


ວັນທີ 20 ຕຸລາ 2026 – ລັດຖະບານ ຂອງ ສປປ ລາວ ໂດຍຮ່ວມມືກັບຄູ່ຮ່ວມພັດທະນາ ໄດ້ຈັດພິທີເປີດໂຕໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ໄລຍະ 2 (LCTP 2) ຢ່າງເປັນທາງການ ທີ່ ໂຮງແຮມ ຄຣາວ ພລາຊາ, ນະຄອນຫຼວງວຽງຈັນ. ໃນພິທີດັ່ງກ່າວ ມີບັນດາການນໍາຂັ້ນສູງຈາກພາກລັດ, ຄູ່ຮ່ວມພັດທະນາ ແລະ ຕົວແທນຈາກພາກທຸລະກິດ ເຂົ້າຮ່ວມຢ່າງພ້ອມພຽງ. ໂຄງການດັ່ງກ່າວ ມີຈຸດປະສົງໃນການສົ່ງເສີມຄວາມສາມາດໃນການແຂ່ງຂັນທາງດ້ານເສດຖະກິດຂອງ ສປປ ລາວ ແລະ ສົ່ງເສີມການເຕີບໂຕທີ່ທຸກຝ່າຍມີສ່ວນຮ່ວມ ໃນຍຸກຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC).
ໂຄງການ LCTP2 ໄດ້ຮັບການສະໜັບສະໜູນທຶນຈາກ ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ (DFAT) ຜ່ານກອງທຶນຄຸ້ມຄອງໂດຍງທະນາຄານໂລກ, ດ້ວຍງົບປະມານທັງໝົດ 4.99 ລ້ານໂດລາສະຫະລັດ. ໂຄງການນີ້ຈະຈັດຕັ້ງປະຕິບັດຕັ້ງແຕ່ເດືອນກໍລະກົດ 2026 ຫາ ເດືອນມີນາ 2029 ໂດຍສືບຕໍ່ຄວາມສໍາເລັດຈາກໂຄງການໄລຍະ I (LCTP1) ເຊິ່ງໄດ້ລິເລີ່ມລະບົບທະບຽນວິສາຫະກິດແບບເອເລັກໂຕຣນິກ (eBRS), ສ້າງກົນໄກທົບທວນມາດຕະການທາງການຄ້າທີ່ບໍ່ແມ່ນພາສີ (NTMs) ແລະ ໃຫ້ທຶນຊ່ວຍເຫຼືອລ້າແບບສົມທົບ ເພື່ອພັດທະນາບໍລິການຂອງພາກທຸລະກິດ ຫຼາຍກວ່າ 500 ຫົວໜ່ວຍທຸລະກິດ.
ໂຄງການນີ້ ເນັ້ນໜັກໃສ່ການປັບປຸງປະສິດທິພາບຂອງສະພາບແວດລ້ອມໃນການດໍາເນີນທຸລະກິດ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ ໂດຍຜ່ານການຫັນເປັນດີຈິຕອນ. ໂຄງການ ປະກອບດ້ວຍ 3 ອົງປະກອບທີ່ສົ່ງເສີມຊຶ່ງກັນ ແລະ ກັນ ໄດ້ແກ່:
ການອໍານວຍຄວາມສະດວກທາງດ້ານການຄ້າ;
ສະພາບແວດລ້ອມທາງດ້ານທຸລະກິດ; ແລະ
ການຄຸ້ມຄອງໂຄງການ.
ກິດຈະກໍາຫຼັກລວມມີ: ການຫຼຸດຜ່ອນຂັ້ນຕອນການບໍລິການ, ການສົ່ງເສີມການປະສານງານລະຫວ່າງຂະແໜງການ, ການຫັນການຂຶ້ນທະບຽນວິສາຫະກິດ ແລະ ອອກໃບອະນຸຍາດໃຫ້ເປັນດີຈີຕອນ, ການຍົກລະດັບລະບົບໃບຍັ້ງຢືນແຫຼ່ງກໍາເນີດສິນຄ້າແບບເອເລັກໂຕຣນິກ, ການເສີມຂະຫຍາຍລະບົບແຈ້ງພາສີປະຕູດຽວແຫ່ງຊາດ (National Single Window), ການສົ່ງເສີມການເຂົ້າເຖິງການຈົດທະບຽນທຸລະກິດແບບດີຈີຕອນຜ່ານການຍົກລະດັບ eBRS, ແລະ ການສົ່ງເສີມການປຶກສາຫາລືລະຫວ່າງພາກລັດ-ເອກະຊົນ. ນອກຈາກນີ້, LCTP2 ຍັງໃຫ້ຄວາມສໍາຄັນເປັນພິເສດກັບການເຂົ້າເຖິງຢ່າງທົ່ວເຖິງຂອງບໍລິສັດທີ່ມີແມ່ຍິງເປັນຜູ້ບໍລິຫານ ແລະ ຜູ້ປະກອບການທີ່ເປັນຄົນພິການ.
ຜົນທີ່ຄາດວ່າຈະໄດ້ຮັບຈາກ LCTP2:
ການຫຼຸດໄລຍະເວລາການກວດປ່ອຍສິນຄ້າ ຢູ່ດ່ານຊາຍແດນ ຈາກ 3.32 ຊົ່ວໂມງ ໃຫ້ຍັງເຫຼືອ 1.99 ຊົ່ວໂມງ.
ການເພີ່ມຈໍານວນຂອງຫົວໜ່ວຍວິສາຫະກິດ ທີ່ຍື່ນຂໍໃບທະບຽນວິສາຫະກິດຜ່ານລະບົບອອນລາຍ ຈາກ 0% ເປັນ 25%.
ການເພີ່ມຈໍານວນຂອງວິສາຫະກິດທີ່ມີແມ່ຍິງເປັນເຈົ້າຂອງ ທີ່ຍື່ນຂໍໃບທະບຽນວິສາຫະກິດຜ່ານລະບົບອອນລາຍ ຈາກ 0% ເປັນ 50%.

ໂຄງການນີ້ ຈະປະກອບສ່ວນເຂົ້າໃນການຜັນຂະຫຍາຍບູລິມະສິດແຫ່ງຊາດ ລວມທັງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ແຜນພັດທະນາ 5 ປີ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ.
ກ່າວໃນພິທີເປີດໂຕ, ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະແດງທັດສະນະວ່າ: “ມື້ນີ້, ພວກເຮົາບໍ່ພຽງແຕ່ເປີດໂຕໂຄງການເທົ່ານັ້ນ, ແຕ່ແມ່ນການຢືນຢັນເຖິງຄວາມມຸ່ງໝັ້ນຮ່ວມກັນ ເພື່ອສ້າງ ສປປ ລາວ ໃຫ້ມີຄວາມສາມາດໃນການແຂ່ງຂັນ ແບບທີ່ທຸກຄົນມີສ່ວນຮ່ວມ ແລະ ມີຄວາມຈະເລີນຮຸ່ງເຮືອງຍິ່ງຂຶ້ນ, ດັ່ງນັ້ນ, ຂໍໃຫ້ພວກເຮົາຮ່ວມມືກັນເພື່ອຜັນຂະຫຍາຍແຜນງານເຫຼົ່ານີ້ໃຫ້ປະກົດຜົນເປັນຮູບປະທໍາ.”
ທ່ານ ນາງ Pranjali Palnitkar, ຮັກສາການຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ກ່າວວ່າ:
“ອົດສະຕຣາລີ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຮ່ວມເຮັດວຽກຄຽງຄູ່ກັບ ລັດຖະບານລາວ, ທະນາຄານໂລກ ແລະ ພາກທຸລະກິດ ຜ່ານໂຄງການ LCTP2 ເພື່ອຊ່ວຍສົ່ງເສີມສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດ ໃນການລົງທຶນ, ຂະຫຍາຍຕົວ ແລະ ສ້າງວຽກເຮັດງານທໍາ. ພວກເຮົາ ຫວັງຢ່າງຍິ່ງທີ່ຈະໄດ້ເຫັນໂຄງການ LCTP2 ຜັນຂະຫຍາຍແຜນວຽກໄປສູ່ຜົນໄດ້ຮັບທີ່ເປັນຮູບປະທໍາ ສໍາລັບບັນດາທຸລະກິດ ແລະ ຊຸມຊົນໃນລາວ, ແນ່ໃສ່ປະກອບສ່ວນໃນການສ້າງເສດຖະກິດຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ມີຄວາມສາມາດໃນການແຂ່ງຂັນຫຼາຍຂຶ້ນ.”
ທ່ານ Khwima Nthara, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໄດ້ລະບຸວ່າ: “ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ໄລຍະ I ຖືເປັນຂໍ້ລິເລີ່ມ ໃນການລະດົມທຶນຈາກພາກເອກະຊົນ ເພື່ອການພັດທະນາຢູ່ ສປປ ລາວ ແລະ ທະນາຄານໂລກ ພ້ອມດ້ວຍຄູ່ຮ່ວມງານ ເຫັນວ່າໂຄງການໃໝ່ນີ້ ເປັນໂອກາດທີ່ດີໃນການສືບຕໍ່ ແລະ ຂະຫຍາຍຜົນຈາກຄວາມສໍາເລັດຂອງໂຄງການໄລຍະທໍາອິດ ເພື່ອສ້າງວຽກເຮັດງານທໍາ ແລະ ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ. ຈຸດປະສົງຫຼັກ ແມ່ນການຫຼຸດຜ່ອນອຸປະສັກທາງດ້ານການຄ້າ, ຫຼຸດໄລຍະເວລາ ແລະ ຕົ້ນທຶນໃນການດໍາເນີນຂັ້ນຕອນຢູ່ດ່ານຊາຍແດນ ພ້ອມທັງຍົກລະດັບລະບົບອອນລາຍ ເພື່ອປັບປຸງຂັ້ນຕອນການສ້າງຕັ້ງທຸລະກິດໃຫ້ດີຂຶ້ນ. ສິ່ງເຫຼົ່ານີ້ ຈະຊ່ວຍສ້າງວຽກເຮັດງານທໍາໃຫ້ຫຼາຍຂຶ້ນ ຊຶ່ງມີຄວາມສໍາຄັນຢ່າງຍິ່ງຕໍ່ອະນາຄົດຂອງ ສປປ ລາວ. ດ້ວຍການຮັກສາບຸກຄະລາກອນທີ່ມີທັກສະໄວ້ພາຍໃນປະເທດ ແລະ ການເພີ່ມໂອກາດໃຫ້ແກ່ຊາວ
ໜຸ່ມ ຈະເຮັດໃຫ້ປະເທດ ສາມາດພັດທະນາໄດ້ຢ່າງມີສິດທິພາບ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ເຫັນວ່າມີຄວາມຈໍາເປັນທີ່ຈະຕ້ອງປັບປຸງສະພາບແວດລ້ອມທາງດ້ານທຸລະກິດໃຫ້ດີຂຶ້ນ ແນໃສ່ສົ່ງເສີມການລົງທຶນຈາກພາກເອກະຊົນ. ໂຄງການນີ້ ມີສ່ວນຮ່ວມຢ່າງສໍາຄັນໃນການບັນລຸຈຸດປະສົງນີ້ ລວມທັງການຊຸກຍູ້ປະສິດທິພາບການດໍາເນີນງານຂອງທຸລະກິດຂະໜາດນ້ອຍ ຊຶ່ງເປັນກົນໄກຂັບເຄື່ອນທີ່ສໍາຄັນຂອງເສດຖະກິດລາວ”.

ພາບ: ວຽງສະຫວັນ ປຣະດິດ
ຂ່າວ: ພະແນກNIU
ກວດແກ້: ຄະນະບັນນາທິການຂ່າວສານ ອຄ
