|
ທົ່ວໄປ29 ກັນຍາ 2026

ການລົງຊຸກຍູ້ຕິດຕາມວຽກງານການຟື້ນຟູສິ່ງແວດລ້ອມ-ປິດບໍ່ແຮ່ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ

ການລົງຊຸກຍູ້ຕິດຕາມວຽກງານການຟື້ນຟູສິ່ງແວດລ້ອມ-ປິດບໍ່ແຮ່ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ

ໃນລະຫວ່າງວັນທີ 29-30 ກັນຍາ 2026 ຄະນະວິຊາການຈາກກົມທໍລະນີສາດ ແລະ ບໍ່ແຮ່ ໄດ້ເດີນທາງໄປສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງແຂວງຫົວພັນ (ຫ້ອງວ່າການປົກຄອງ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກກະສິກໍາ ແລະ ສິ່ງແວດລ້ອມ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງວຽງໄຊ ແລະ ເມືອງຊໍາເໜືອ) ລົງຕິດຕາມກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານການຟື້ນຟູສິ່ງແວດລ້ອມ-ປິດບໍ່ແຮ່ ແລະ ການວາງເງິນຄໍ້າປະກັນການປິດບໍ່ແຮ່ ຂອງໂຄງການ ຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ເຂດບ້ານນາເອົ້າ, ເມືອງຊຳເໜືອ ແລະ ບ້ານຕາແອນ, ເມືອງວຽງໄຊ, ແຂວງຫົວພັນ ຂອງບໍລິສັດ ລາວເອັສພີຈີ ຊີເອັມຊີ ບໍ່ແຮ່ ຈຳກັດ. ຊຶ່ງໄດ້ເຊັນສັນຍາ ກັບລັດຖະບານ ຄັ້ງວັນທີ 15 ຕຸລາ 2019.

ການຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້, ຄະນະກໍາມະການ ໄດ້ລົງເລິກຕິດຕາມວຽກງານການພື້ນຟູສິ່ງແວດລ້ອມ-ປິດບໍ່ແຮ່ ຢູ່ບັນດາເຂດ/ກິດຈະກໍາການພັດທະນາບໍ່ແຮ່ ຂອງໂຄງການ ເຊັ່ນ: ເຂດຂຸດຄົ້ນ, ເຂດໂຮງງານປຸງແຕ່ງແຮ່ທາດ, ເຂດລານກອງແຮ່, ເຂດຖິ້ມເສດດິນ-ຫີນ, ເຂດກໍາຈັດສິ່ງເສດເຫຼືອ, ເສັ້ນທາງ, ເຂດອ່າງຫາງແຮ່ ແລະ ເຂດອື່ນໆ ລວມທັງໃຫ້ບໍລິສັດ ດໍາເນີນການວາງເງິນຄໍ້າປະກັນການປິດບໍ່ແຮ່ ໂດຍສອດຄ່ອງຕາມມາດຕາ 81 ຂອງກົດໝາຍວ່າດ້ວຍແຮ່ທາດ ກໍານົດໄວ້.

ພ້ອມດຽວກັນນັ້ນ, ຍັງໄດ້ປຶກສາຫາລື ຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂອງແຂວງ ໃນການສ້າງຄະນະກໍາມະການປິດບໍ່ແຮ່, ທຸກໂຄງການພັດທະນາແຮ່ທາດ ຕ້ອງໄດ້ດໍາເນີນການວາງເງິນຄໍ້າປະກັນການປິດບໍ່ແຮ່ ໂດຍສອດຄ່ອງກັບ ກົດໝາຍວ່າດ້ວຍແຮ່ທາດ ແລະ ດໍາລັດວ່າດ້ວຍການປິດບໍ່ແຮ່ກໍານົດໄວ້.

ພາບ ແລະ ຂ່າວ: ກົມທໍລະນີສາດ ແລະ ບໍ່ແຮ່

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ