|
ທົ່ວໄປ06 ຕຸລາ 2026

ບັນຫາ ແລະ ສິ່ງທ້າທາຍ ທາງດ້ານພະລັງງານ ຂອງ ສປປ ລາວ ໃນໄລຍະ 5 ປີ (2021-2025)

ບັນຫາ ແລະ ສິ່ງທ້າທາຍ ທາງດ້ານພະລັງງານ ຂອງ ສປປ ລາວ ໃນໄລຍະ 5 ປີ (2021-2025)

ເຖິງວ່າໃນໄລຍະຜ່ານມາ, ຈະມີຜົນສຳເລັດໃນການເພີ່ມກຳລັງການຜະລິດໄຟຟ້າ ແລະ ການຂະຫຍາຍຕາໜ່າງໄຟຟ້າ, ແຕ່ຂະແໜງພະລັງງານຍັງປະເຊີນກັບ 5 ສິ່ງທ້າທາຍຫຼັກທາງດ້ານໂຄງສ້າງ:

1) ການເພິ່ງພາໄຟຟ້ານ້ຳຕົກຫຼາຍເກີນໄປ ແລະ ຄວາມຜັນຜວນຂອງສະພາບອາກາດທີ່ເພີ່ມຂຶ້ນ

  • ຂາດສະຖຽນລະພາບຕາມລະດູການ: ເຂື່ອນໄຟຟ້ານ້ຳຕົກກວມເອົາເຖິງ 94.27% ຂອງກຳລັງຕິດຕັ້ງທັງໝົດ (ປີ 2025). ໃນລະດູແລ້ງ (ແຕ່ປີ 2020-2025) ການນໍາເຂົ້າພະລັງງານສະເລ່ຍ ປະມານ 1,601 GWh/ປີ, ໂດຍສະເພາະໃນປີ 2024 ທີ່ນໍາເຂົ້າສຸງຮອດ 2,621 GWh ຕ້ອງໄດ້ນຳເຂົ້າໄຟຟ້າທີ່ມີຕົ້ນທຶນສູງ ຈາກຕ່າງປະເທດ.

  • ຜົນກະທົບ: ເກີດສະພາວະ "ພະລັງງານໄຟຟ້າເຫຼືອໃນລະບົບ ໃນລະດູຝົນ, ແຕ່ຂາດແຄນໃນລະດູແລ້ງ".

  • ດ້ານສິ່ງແວດລ້ອມ-ສັງຄົມ: ໂຄງການເຂື່ອນໄຟຟ້າຍັງສົ່ງຜົນກະທົບຕໍ່ການໄຫຼຂອງຕະກອນ, ການເຄື່ອນຍ້າຍຂອງປາ, ຊີວະນາໆພັນ ແລະ ການດຳລົງຊີວິດຂອງຊຸມຊົນ.

2) ຂໍ້ຈຳກັດທາງດ້ານການເງິນ, ສິ່ງທ້າທາຍດ້ານລາຍຮັບ ແລະ ພາລະໜີ້ສິນຂອງ ລັດວິສາຫະກິດໄຟຟ້າລາວ (ຟຟລ)

  • ຟຟລ ປະເຊີນຄວາມກົດດັນທາງດ້ານການເງິນ, ຂາດສະພາບຄ່ອງ ຍ້ອນຂາຍໄຟຟ້າໃນລາຄາທີ່ຕ່ຳກວ່າຕົ້ນທຶນ.

  • ຂໍ້ຈຳກັດດ້ານງົບປະມານ ສົ່ງຜົນໃຫ້ ຟຟລ ຂາດຄວາມສາມາດໃນການບຳລຸງຮັກສາ, ຍົກລະດັບໂຄງລ່າງພື້ນຖານ, ຊຳລະເງິນໃຫ້ຜູ້ຜະລິດໄຟຟ້າ (IPPs) ແລະ ລະດົມທຶນມາພັດທະນາໂຄງສ້າງພື້ນຖານລະບົບໄຟຟ້າ ສາຍສົ່ງ ແລະ ສະຖານີໄຟຟ້າ.

3) ຂໍ້ຈຳກັດຂອງລະບົບສາຍສົ່ງ, ລະບົບຈຳໜ່າຍ ແລະ ການສະໜອງໄຟຟ້າພາຍໃນປະເທດທີ່ບໍ່ພຽງພໍ

  • ລະບົບໄຟຟ້າ ຄວາມສະເຖຍລະພາບ ບໍ່ທັນສູງ: ລະບົບສາຍສົ່ງ ແລະ ສະຖານີໄຟຟ້າ ໃນບາງຈຸດຍັງຂາດລະບົບສຳຮອງ ບໍ່ສາມາດຮອງຮັບເງື່ອນໄຂ N-1, ສາຍສົ່ງບາງຈຸດຍັງເປັນຄໍຂວດ (115 kV ແລະ 230 kV) ເຮັດໃຫ້ເກີດຄວາມແອອັດ (Congression) ໃນລະດູຝົນ, ເຮັດໃຫ້ລະບົບໄຟຟ້າຂາດຄວາມໝັ້ນຄົງ ແລະ ຄວາມສ່ຽງເກີດໄຟດັບເປັນວົງກວ້າງ.

  • ການເຊື່ອມໂຍງບໍ່ທົ່ວເຖິງ: ລະບົບສາຍສົ່ງລະຫວ່າງ ພາກເໜືອ-ກາງ-ໃຕ້ ແລະ ແຂວງຫ່າງໄກສອກຫຼີກ ຍັງບໍ່ທັນເຊື່ອມຕໍ່ກັນຢ່າງສົມບູນ, ບວກກັບຄວາມລ່າຊ້າໃນການກໍ່ສ້າງສາຍສົ່ງ ແລະ ອຸປະສັກຈາກລະເບີດຕົກຄ້າງ (UXO).

  • ການສະໜອງໄຟຟ້າພາຍໃນປະເທດ: ແຫຼ່ງຜະລິດສະໜອງໄຟແມ່ນມາ ຈາກເຂື່ອນໄຟຟ້າພະລັງນໍ້າເປັນຫຼັກ ເຖິງວ່າຈະມີກຳລັງຕິດຕັ້ງ ຢ່າງຫຼວງຫຼາຍ, ແຕ່ ສປປ ລາວ ກໍ່ຍັງຜະເຊີນກັບສະພາວະຂາດແຄນໄຟຟ້າພາຍໃນປະເທດໃນຊ່ວງລະດູແລ້ງ ແຕ່ໃນຊ່ວງລະດູຝົນ ຕ້ອງຫຼຸດຜ່ອນ, ຢຸດການຜະລິດບາງສ່ວນ ຫຼື ປ່ອຍນໍ້າອອກຜ່ານປະຕຸລະບາຍນໍ້າ.

  • ເຫດການໄຟດັບບໍລິເວນກວ້າງ: ຜູ້ຄວບຄຸມລະບົບໄຟຟ້າ ຍັງບໍໍ່ມີລະບົບທີ່ທັນສະໄໝພຽງພໍ ໃນການຕອບສະໜອງ ຕໍ່ເຫດການໄຟຕົກ-ໄຟດັບໃນຈຸດທີ່ສໍາຄັນຂອງລະບົບ, ເຮັດໃຫ້ບາງຄັ້ງເກີດເຫດໄຟດັບເປັນບໍລິເວນກວ້າງ ແລະ ໃຊ້ເວລາດົນໃນການກູ້ລະບົບຄືນ.

  • ເຂດຊົນນະບົດ: ຍັງມີປະຊາກອນອີກປະມານ 5% ໃນເຂດຫ່າງໄກສອກຫຼີກທີ່ລະບົບຕາຂ່າຍໄຟຟ້າຍັງເຂົ້າບໍ່ເຖິງ.

4) ບັນຫາດ້ານການຄຸ້ມຄອງ, ການປະຕິບັດຕາມລະບຽບການ ແລະ ເຕັກນິກ

  • ພາລະບົດບາດລະຫວ່າງການວາງນະໂຍບາຍ, ການອອກລະບຽບການ ແລະ ການຄຸ້ມຄອງຕະຫຼາດໄຟຟ້າຍັງມີຄວາມທັບຊ້ອນກັນ.

  • ຂັ້ນຕອນການອອກໃບອະນຸຍາດ, ການເຈລະຈາສັນຍາ ຊື້-ຂາຍໄຟຟ້າ (PPA), ການອະນຸມັດດ້ານສິ່ງແວດລ້ອມ ຂາດຄວາມຕໍ່ເນື່ອງ, ຂາດຄວາມໂປ່ງໃສ ແລະ ບໍ່ມີກຳນົດເວລາຊັດເຈນ.

  • ຂາດກົດລະບຽບ ທີ່ກໍານົດລາຍລະອຽດ ວິສະວະກໍາໄຟຟ້າຂັ້ນສູງ ເພື່ອບັງຄັບໃຊ້ກັບ ແຫຼ່ງຜະລິດໄຟຟ້າໃນການຮັກສາຄວາມສະຖຽນລະພາບໃນລະບົບໄຟຟ້າ (Detailed Grid Code).

  • ຂໍ້ມູນແບບ Real-time ຍັງມີຄວາມຈໍາກັດ, ລະບົບ SCADA/EMS ຍັງບໍ່ທັນໄດ້ນໍາໃຊ້ທົ່ວເຖິງ, ຂາດການປະສານງານບໍລິຫານຈັດການນ້ຳແບບຄົບວົງຈອນ (Cascade) ແລະ ຂີດຄວາມສາມາດດ້ານວິຊາການຂອງບຸກຄະລາກອນຍັງມີຂໍ້ຈຳກັດ.

5) ຄວາມທ້າທາຍໃນການປ່ຽນຜ່ານດ້ານພະລັງງານ ໃຫ້ມີຄວາມສົມດູນ, ສະຖຽນລະພາບ ແລະ ມີລາຄາທີ່ເໝາະສົມ

  • ປະເທດລາວຍັງເພິ່ງພາເຊື້ອໄຟ ປະມານ 20% ຂອງຄວາມຕ້ອງການພະລັງງານທັງໝົດ (ໂດຍສະເພາະພາກຂົນສົ່ງ). ການປ່ຽນຜ່ານໄປສູ່ພະລັງງານສະອາດຕ້ອງເຮັດແບບຄ່ອຍເປັນຄ່ອຍໄປ ເພື່ອບໍ່ໃຫ້ກະທົບຕໍ່ການສະໜອງໄຟຟ້າພື້ນຖານ (Baseload) ແລະ ເຕັກໂນໂລຊີໃໝ່ໆ (ເຊັ່ນ SMR, Hydrogen) ຍັງຕ້ອງໃຊ້ເວລາສຶກສາ (long-term).

 

ແຜນ ແລະ ເປົ້າໝາຍການແກ້ໄຂບັນຫາ ໃນໄລຍະ 5 ປີ ຕໍ່ໜ້າ (2026-2030)

ໃນໄລຍະ 2026-2030, ລັດຖະບານ ສປປ ລາວ ຈະສຸມໃສ່ ທິດທາງຍຸດທະສາດ ແລະ ມາດຕະການຈັດຕັ້ງປະຕິບັດ ດັ່ງນີ້:

v ເປົ້າໝາຍຕົວເລກສູ້ຊົນ

1)     ການເຕີບໂຕ: ຮັກສາອັດຕາການເຕີບໂຕສະເລ່ຍຂອງຂະແໜງພະລັງງານໃຫ້ໄດ້ 5% ຕໍ່ປີ.

2)    ການເງິນ: ຟຟລ ຕ້ອງບັນລຸການຄືນທຶນຢ່າງເຕັມຮູບແບບ (Full cost recovery) ຈາກລາຄາຂາຍໄຟຟ້າ ພາຍໃນປີ 2030.

3)    ຄຸນນະພາບ: ຢ່າງໜ້ອຍ 50% ຂອງໂຄງການລົງທຶນດ້ານພະລັງງານໃໝ່ຕ້ອງໄດ້ມາດຕະຖານຄຸນນະພາບ.

v ມາດຕະການແກ້ໄຂ ແລະ ແຜນບຸລິມະສິດ (2026-2030)

1) ປັບປຸງໂຄງສ້າງການຜະລິດໄຟຟ້າໃຫ້ມີຄວາມຫຼາກຫຼາຍ (Diversification)

  • ຫຼຸດການເພິ່ງພານ້ຳຕົກ: ເພີ່ມແຫຼ່ງຜະລິດໄຟຟ້າພື້ນຖານ (Base Supply) ທີ່ໝັ້ນຄົງໃນລະດູແລ້ງ ເຊັ່ນ: ໂຮງໄຟຟ້າຄວາມຮ້ອນ, ໂຮງໄຟຟ້າກ໊າຊແບບປະສົມປະສານ (Gas-hybrid), ເຂື່ອນທີ່ມີອ່າງເກັບນ້ຳ (ຜະລິດໄຟຟ້າລະດູແລ້ງໄດ້ >60%).

  • ຂະຫຍາຍພະລັງງານທົດແທນ: ສົ່ງເສີມຮູບແບບປະສົມປະສານ ໂຊລ່າ-ພະລັງງານນ້ຳ, ໂຄງການ ພະລັງງານລົມ (ເຊັ່ນ Monsoon Wind ທີ່ຜະລິດໄຟໄດ້ດີໃນລະດູແລ້ງ), ພະລັງງານຊີວະມວນ ແລະ ພະລັງງານຈາກສິ່ງເສດເຫຼືອ.

  • ຍົກລະດັບເຂື່ອນເກົ່າ: ບຳລຸງຮັກສາກົງຫັນ (Turbines), ປັບປຸງຈັກປັ່ນໄຟ, ແລະ ນຳໃຊ້ເຕັກໂນໂລຊີພະຍາກອນອຸທົກກະສາດດີຈີຕອນ ເພື່ອເພີ່ມປະສິດທິພາບເຂື່ອນທີ່ມີຢູ່ໂດຍໃຊ້ຕົ້ນທຶນຕ່ຳ.

  • ຈໍາເປັນຕ້ອງຫັນເອົາໂຄງການເຂື່ອນໄຟຟ້າຂະໜາດໃຫຍ່ຂອງ IPP ສົ່ງອອກທີ່ຈະໝົດອາຍຸສໍາປະທານ ມາສະໜອງໄຟໃຫ້ກັບພາຍໃນປະເທດເປັນຫຼັກ. ທີ່ສາມາດບໍລິຫານຈັດການພະລັງງານໄດ້ຢ່າງມີປະສິດທິຜົນໃນລະດູແລ້ງ ແລະ ທັງສາມາດນໍາມາເປັນ Spinning reserve ຮັກສາຄວາມຖືລະບົບໄຟຟ້າດ້ວຍຕົນເອງເທື່ອລະກ້າວ.

ພັດທະນາ ລະບົບກັກເກັນພະລັງງານເຊັ່ນ: Pump Hydro storage (ອາດພັດທະນາເປັນແຕ່ລະໄລຍະ) ແລະ ລະບົບກັກເກັບພະລັງງານປະເພດ Battery Storage (BESS) ໃນໄລຍະສັ້ນ ແລະ ກາງ.2) ປະຕິຮູບອົງກອນ, ການເງິນ ແລະ ຕະຫຼາດໄຟຟ້າ

  • ຟື້ນຟູ ຟຟລ: ແກ້ໄຂສະພາບຄ່ອງ, ຄຸ້ມຄອງໜີ້ສິນ, ຫຼຸດລາຍຈ່າຍ ແລະ ປັບປຸງໂຄງສ້າງລາຄາໄຟຟ້າ/ສັນຍາ PPA ໃຫ້ມີຄວາມໂປ່ງໃສ ແລະ ສະທ້ອນຕົ້ນທຶນຕົວຈິງ.

  • ປະຕິຮູບ 2 ເສົາຄ້ຳ:

    1. ປະຕິຮູບອົງກອນ ແລະ ແກ້ໄຂໜີ້ສິນ/ສະພາບຄ່ອງ ຟຟລ.

    2. ປະຕິຮູບຕະຫຼາດໄຟຟ້າ ແລະ ລະບຽບການຄຸ້ມຄອງຂອງລັດ (ແບ່ງພາລະບົດບາດລະຫວ່າງກະຊວງ ອຸດສາຫະກໍາ ແລະ ການຄ້າ, ຟຟລ, ແລະ ກະຊວງການເງິນ ໃຫ້ຊັດເຈນ).

  • ສ້າງຄວາມເຊື່ອໝັ້ນ: ສ້າງສະພາບແວດລ້ອມການລົງທຶນທີ່ສາມາດຄາດເດົາໄດ້ ເພື່ອດຶງດູດທຶນເອກະຊົນ.

3) ເລັ່ງພັດທະນາ ແລະ ຍົກລະດັບລະບົບສາຍສົ່ງ-ຈຳໜ່າຍ (T&D)

  • ແກ້ໄຂຈຸດແອອັດ: ເຂັ້ມງວດການລົງທຶນຂະຫຍາຍສາຍສົ່ງ 115 kV ແລະ 230 kV ທີ່ສຳຄັນ ພ້ອມທັງເຊື່ອມໂຍງຕາຂ່າຍ ເໜືອ-ກາງ-ໃຕ້ ໃຫ້ເປັນລະບົບດຽວກັນ.

  • ເພີ່ມຄວາມສະຖຽນລະພາບ: ເພີ່ມລະບົບສຳຮອງ N-1, ຕິດຕັ້ງອຸປະກອນ ຊົດເຊີຍກຳລັງໄຟຟ້າ (SVC, Capacitor banks, Shunt reactors), ຫຼຸດການເພິ່ງພາການຄວບຄຸມຄວາມຖີ່ຈາກປະເທດເພື່ອນບ້ານ (Frequency Co-ordination) ແລະ ເກັບກູ້ UXO ໃນແລວສາຍສົ່ງ.

  • ຫັນເປັນດີຈີຕອນ: ຍົກລະດັບລະບົບ SCADA/EMS ເພື່ອສັ່ງການຜະລິດ ອັດຕະໂນມັດ (Automatic Generation Control, AGC) ແລະ ຈ່າຍໄຟຟ້າ (Dispatch) ແບບ Real-time ທົ່ວປະເທດ.

4) ສະໜອງໄຟຟ້າຮັບຮອງພາກອຸດສາຫະກຳ ແລະ ເຂດເສດຖະກິດພິເສດ (SEZ)

  • ຄາດວ່າການຊົມໃຊ້ໄຟຟ້າພາກອຸດສາຫະກຳຈະເກີນ 50% ພາຍໃນປີ 2035. ລັດຈະສ້າງແຫຼ່ງຜະລິດ ແລະ ລະບົບສາຍສົ່ງໃກ້ກັບລະບຽງອຸດສາຫະກຳ ແລະ ເຂດ SEZ ເພື່ອຫຼຸດຜ່ອນການສູນເສຍໄຟຟ້າ ແລະ ສະໜອງໄຟຟ້າທີ່ໝັ້ນຄົງ ໃນລາຄາທີ່ສົມເຫດ ສົມຜົນ.

  • ຂະຫຍາຍຕາໜ່າງໄຟຟ້າຂະໜາດນ້ອຍ (Off-grid/Mini-grid) ແລະ ພະລັງງານແສງຕາເວັນ ເພື່ອສະໜອງໄຟຟ້າໃຫ້ປະຊາກອນອີກ 5% ໃນເຂດຊົນນະບົດຫ່າງໄກສອກຫຼີກ.

5) ເພີ່ມທະວີການເຊື່ອມໂຍງ ແລະ ສົ່ງອອກໄຟຟ້າໃນພາກພື້ນ

  • ສືບຕໍ່ພັນທະສັນຍາສົ່ງອອກໄຟຟ້າ (ໄທ, ຫວຽດນາມ, ກຳປູເຈຍ, ມາເລເຊຍ, ສິງກະໂປ), ແຕ່ ກຳນົດໃຫ້ priority ແກ່ການສະໜອງໄຟຟ້າພາຍໃນປະເທດໃນລະດູແລ້ງ ເປັນບູລິມະສິດ.

  • ແຜນນໍາໃຊ້ສາຍສົ່ງແຮງສູງເຊື່ອມຕໍ່ກັບຕ່າງປະເທດທີ່ມີຄວາມພ້ອມແລ້ວຂອງ ແຫຼ່ງຜະລິດໄຟຟ້າຂອງ IPP ສົ່ງອອກຕ່າງປະເທດໂດຍກົງທີ່ຈະໝົດອາຍຸສໍາປະທານ (CA) ໃຫ້ເປັນຊັບສິນຂອງລັດ ແລະ ໃຫ້ການ ຄ້າ-ຂາຍ ພະລັງງານ ເປັນແບບ Grid to Grid ເພື່ອເປັນການເພີ່ມລາຍຮັບໃຫ້ກັບ ຟຟລ.

  • ເລັ່ງສ້າງສາຍສົ່ງ 500 kV ລາວ-ຈີນ ລວມທັງການພັດທະນາລະບົບສາຍສົ່ງ ແລະ ຊຸກຍູ້ ສປປ ລາວ ໃຫ້ເປັນສູນກາງການຄ້າພະລັງງານສະອາດໃນອະນຸພາກພື້ນລ້ານຊ້າງ-ແມ່ນ້ຳຂອງ ຫຼື “A Regional Green Energy Hub”.

‘’ການປະຢັດພະລັງງານ ແມ່ນຮັກຊາດ’’ ດ້ວຍຄວາມປາຖະໜາດີ ຈາກກະຊວງ ອຸດສາຫະກໍາ ແລະ ການຄ້າ

ຂ່າວໂດຍ: ນ. ຄໍາພັດ ພູນສຸກ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ