ກະຊວງ ອຄ ຈັດຝຶກອົບຮົມ ຍົກສູງການເປັນເສນາທິການຂອງຮາກຖານພັກ

ໃນວັນທີ 30 ຕຸລາ 2026, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຫົວຂໍ້: ຍົກສູງການເປັນເສນາທິການຂອງຮາກຖານພັກທີ່ຂຶ້ນກັບອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ຂຶ້ນຢ່າງເປັນທາງການ ທີ່ສຳນັກງານໃຫຍ່ບໍລິສັດລັດວິສາຫະກິດໄຟຟ້າລາວ. ການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງເພື່ອຍົກສູງຄວາມຮູ້ ຄວາມສາມາດ ແລະ ທັກສະດ້ານວຽກງານເສນາທິການ, ການກະກຽມເນື້ອໃນໃຫ້ການນຳ, ການສັງລວມຂໍ້ມູນ, ການກະກຽມກອງປະຊຸມ ຕະຫຼອດຮອດການຮ່າງ ແລະ ກວດແກ້ເອກະສານຂອງພັກ ໃຫ້ມີຄວາມຖືກຕ້ອງ ຮັດກຸມ ຊັດເຈນ ແລະ ເປັນເອກະພາບ ຕາມນິຕິກຳທີ່ກ່ຽວຂ້ອງກຳນົດໃວ້.

ກອງປະຊຸມຝຶກອົບຮົມໄດ້ຮັບກຽດເປັນປະທານຂອງ ສະຫາຍ ພຸດທະວັນ ນັນທະວົງ, ກໍາມະການປະຈຳພັກກະຊວງ, ປະທານກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງ ອຄ, ພ້ອມດ້ວຍວິທະຍາກອນຮັບເຊີນຈາກຫ້ອງວ່າການສູນກາງພັກ, ມີຜູ້ເຂົ້າຮ່ວມຈາກບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ພະນັກງານຫຼັກແຫຼ່ງທີ່ຮັບຜິດຊອບວຽກງານຈັດຕັ້ງ-ພັກ, ວຽກງານເສນາທິການ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາຮາກຖານພັກ ທີ່ຂຶ້ນກັບອົງຄະນະພັກກະຊວງ ເຂົ້າຮ່ວມ ຈຳນວນ 200 ກວ່າສະຫາຍ.
ການຝຶກອົບຮົມຖືເປັນຂີດໝາຍອັນສຳຄັນໃນການຍົກສູງຄຸນນະພາບວຽກງານຂອງອົງຄະນະພັກ ໂດຍສະເພາະວຽກງານເສນາທິການ ເຊິ່ງເປັນກຳລັງສຳຄັນໃນການຊ່ວຍການນຳຄົ້ນຄວ້າ,ຜັນຂະຫຍາຍ ມະຕິ, ຄຳສັ່ງ ຂອງຂັ້ນເທິງ ເຂົ້າສູ່ຂົງເຂດວຽກງານຕົວຈິງຢ່າງມີປະສິດທິພາບ ສອດຄ່ອງກັບທິດທາງທີ່ຂັ້ນເທິງວາງອອກໃນແຕ່ລະໄລຍະ. ການມີເສນາທິການທີ່ມີຄຸນນະພາບ ຈະຊ່ວຍໃຫ້ການນຳແຕ່ລະຂັ້ນມີຂໍ້ມູນທີ່ຄົບຖ້ວນ ຖືກຕ້ອງ ແລະ ທັນເວລາ ສຳລັບປະກອບການພິຈາລະນາ ແລະ ຕັດສິນໃຈຕໍ່ວຽກງານຕ່າງໆ.
ໃນກອງປະຊຸມຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການຖ່າຍທອດຄວາມຮູ້ ແລະ ປະສົບການກ່ຽວກັບຫຼັກການ ແລະ ວິທີການເຮັດວຽກເສນາທິການໃຫ້ການນຳແຕ່ລະຂັ້ນ ຈາກນັກວິທະຍາກອນທີ່ມີປະສົບການໃນວຽກງານຕົວຈິງ ຈາກຫ້ອງວ່າການສູນກາງພັກ ໂດຍເນັ້ນໃສ່ການອະທິບາຍຊີ້ແຈງເນື້ອໃນຂອງຄຳສັ່ງ, ມະຕິ, ຂໍ້ກຳນົດ ແລະ ແນວທາງຂອງພັກ; ການກຳນົດແຜນວຽກຈຸດສຸມ; ການຈັດລຳດັບບູລິມະສິດຂອງວຽກ; ການກະກຽມເນື້ອໃນ ແລະ ເອກະສານປະກອບກອງປະຊຸມ; ການສັງລວມຄວາມຄິດເຫັນ; ການບັນທຶກເນື້ອໃນກອງປະຊຸມ; ການສ້າງບົດລາຍງານ ແລະ ການຕິດຕາມຜົນການມອບໝາຍວຽກຂອງການນຳແຕ່ລະຂັ້ນ ໃຫ້ມີຄວາມເປັນລະບົບ ມີປະສິດທິຜົນ ແລະ ສາມາດກວດສອບໄດ້.

ນອກຈາກນີ້ ຍັງໄດ້ເນັ້ນໜັກເຖິງຄວາມຮັບຜິດຊອບ ຄວາມລະອຽດຮອບຄອບ ແລະ ຈັນຍາບັນໃນການເຮັດວຽກເສນາທິການ ເນື່ອງຈາກເປັນວຽກງານທີ່ຕ້ອງອາໃສຂໍ້ມູນທີ່ຖືກຕ້ອງ ການປະສານງານທີ່ດີ ແລະ ການຮັກສາລະບຽບການທາງເອກະສານ. ຜູ້ຮັບຜິດຊອບວຽກງານຈຶ່ງຕ້ອງຮູ້ຈັກກວດກາແຫຼ່ງຂໍ້ມູນ, ຈັດລຽງເນື້ອໃນ, ນຳສະເໜີບັນຫາຢ່າງຈະແຈ້ງຊັດເຈນ ແລະ ສະເໜີທາງອອກທີ່ສອດຄ່ອງກັບແນວທາງ ແລະ ລະບຽບການຂອງພັກ.
ການຮ່າງເອກະສານຂອງພັກທີ່ດີ ຕ້ອງມີເນື້ອໃນຖືກຕ້ອງ ກົງກັບຈຸດປະສົງ ມີເຫດຜົນ ຊັດເຈນ ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້. ຜູ້ຮ່າງຕ້ອງຄຳນຶງເຖິງປະເພດຂອງເອກະສານ ເຊັ່ນ ບົດລາຍງານ, ບົດສະຫຼຸບ, ແຜນການ, ມະຕິ, ຄຳສັ່ງ, ແຈ້ງການ ແລະ ເອກະສານປະເພດອື່ນໆ ເພື່ອເລືອກຮູບແບບການນຳສະເໜີໃຫ້ເໝາະສົມ.
ການຈັດຝຶກອົບຮົມຄັ້ງນີ້ ນັບເປັນກິດຈະກຳທີ່ມີຄວາມໝາຍສຳຄັນ ໃນການພັດທະນາຄວາມຮູ້ ແລະ ທັກສະຂອງພະນັກງານຜູ້ປະຕິບັດວຽກງານພັກ, ສ້າງຄວາມເຂົ້າໃຈໃຫ້ເປັນໄປໃນທິດທາງດຽວກັນ ແລະ ຍົກສູງຄຸນນະພາບການກະກຽມເນື້ອໃນໃຫ້ການນຳ ລວມທັງການຈັດທຳເອກະສານຂອງພັກໃຫ້ມີມາດຕະຖານດີຂຶ້ນ.
