|
ທົ່ວໄປ30 ຕຸລາ 2026

ກົມຈັດຕັ້ງ ກະຊວງ ອຄ ຈັດປະຖົມນິເທດ ໃຫ້ຜູ້ທີ່ໄດ້ຮັບທຶນການສຶກສາ ຈາກມະຫາວິທະຍາໄລອຸດສາຫະກຳ ນະຄອນໂຮຈີມິນ

ກົມຈັດຕັ້ງ ກະຊວງ ອຄ ຈັດປະຖົມນິເທດ ໃຫ້ຜູ້ທີ່ໄດ້ຮັບທຶນການສຶກສາ ຈາກມະຫາວິທະຍາໄລອຸດສາຫະກຳ ນະຄອນໂຮຈີມິນ

ກະຊວງ ອຄ ຈັດກອງປະຊຸມປະຖົມນິເທດໃຫ້ແກ່ພະນັກງານ ແລະ ລູກຫຼານພະນັກງານ ທີ່ໄດ້ຮັບທຶນການສຶກສາຈາກມະຫາວິທະຍາໄລອຸດສາຫະກຳ ນະຄອນໂຮ່ຈິມິນ ສສ ຫວຽດນາມ ສົກປີ 2026-2027

ໃນວັນທີ 30 ຕຸລາ 2026, ທີ່ຫ້ອງປະຊຸມຊັ້ນ 3 ກົມຈັດຕັ້ງ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຈັດກອງປະຊຸມປະຖົມນິເທດໃຫ້ແກ່ພະນັກງານ ແລະ ລູກຫຼານພະນັກງານ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ຮັບທຶນການສຶກສາຈາກມະຫາວິທະຍາໄລອຸດສາຫະກຳ ນະຄອນໂຮ່ຈິມິນ ສາທາລະນະລັດສັງຄົມນິຍົມຫວຽດນາມ ສົກປີ 2026-2027, ໂດຍມີທ່ານນາງ ແສງເດືອນ ວົງອິນ ຫົວໜ້າກົມຈັດຕັ້ງ ເປັນປະທານ, ມີຜູ້ປົກຄອງ, ຄະນະພະແນກ, ພະນັກງານວິຊາການ ແລະ ນັກສຶກສາຜູ້ໄດ້ຮັບທຶນເຂົ້າຮ່ວມ.

ການຈັດກອງປະຊຸມໃນຄັ້ງນີ້ ມີຈຸດປະສົງເພື່ອໃຫ້ຂໍ້ມູນ ແລະ ແນະນຳຄວາມຮູ້ພື້ນຖານທີ່ຈຳເປັນແກ່ນັກສຶກສາກ່ອນການເດີນທາງໄປສຶກສາຕໍ່ຢູ່ ສສ ຫວຽດນາມ, ພ້ອມທັງເປີດໂອກາດໃຫ້ຜູ້ປົກຄອງ, ພະນັກງານ ແລະ ນັກສຶກສາໄດ້ແລກປ່ຽນຄຳຄິດເຫັນ, ສອບຖາມຂໍ້ຂ້ອງໃຈ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ, ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ກ່ອນອອກເດີນທາງໄປສຶກສາຕໍ່ຢ່າງມີປະສິດທິຜົນ.

ໃນໂອກາດດັ່ງກ່າວ, ທ່ານນາງ ແສງເດືອນ ວົງອິນ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງການກະກຽມຄວາມພ້ອມໃຫ້ແກ່ນັກສຶກສາກ່ອນການເດີນທາງໄປສຶກສາຕໍ່ຢູ່ຕ່າງປະເທດ. ເຖິງວ່ານັກສຶກສາສ່ວນໜຶ່ງຈະໄດ້ຮັບຂໍ້ມູນກ່ຽວກັບທຶນການສຶກສາ ແລະ ການຮຽນມາກ່ອນແລ້ວກໍຕາມ, ແຕ່ການຈັດກອງປະຊຸມປະຖົມນິເທດໃນຄັ້ງນີ້ ແມ່ນເພື່ອທົບທວນ ແລະ ເນັ້ນຄືນຂໍ້ມູນທີ່ຈຳເປັນ ລວມທັງຊ່ວຍໃຫ້ນັກສຶກສາ ແລະ ຜູ້ປົກຄອງມີຄວາມເຂົ້າໃຈກົງກັນ ກ່ຽວກັບຂັ້ນຕອນ ແລະ ການກະກຽມກ່ອນເຂົ້າຮຽນ.

ສຳລັບຄວາມເປັນມາຂອງທຶນການສຶກສາຄັ້ງນີ້, ຖືເປັນຄັ້ງທຳອິດທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບການຈັດສັນທຶນການສຶກສາຈາກມະຫາວິທະຍາໄລອຸດສາຫະກຳ ນະຄອນໂຮ່ຈິມິນ ສສ ຫວຽດນາມ ຈຳນວນທັງໝົດ 100 ທຶນ, ໂດຍແບ່ງເປັນ 2 ກຸ່ມສາຂາວິຊາ ຄື: ຈຳນວນ 50 ທຶນ ສຳລັບສາຂາວິຊາບໍລິຫານທຸລະກິດ, ການບັນຊີ, ການເງິນ-ການທະນາຄານ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ (IT); ສ່ວນອີກ 50 ທຶນ ແມ່ນສຳລັບສາຂາວິຊາວິສະວະກຳລົດຍົນ, ວິສະວະກຳກົນຈັກ ແລະ ວິສະວະກຳໄຟຟ້າ-ເອເລັກໂຕຣນິກ.

ທຶນການສຶກສາດັ່ງກ່າວ ຄອບຄຸມການສຶກສາຫຼາຍລະດັບ ໂດຍສຳລັບພະນັກງານ ປະກອບມີ 2 ລະດັບ ຄື: ປະລິນຍາໂທ ແລະ ປະລິນຍາເອກ; ສ່ວນລູກ, ອ້າຍເອື້ອຍນ້ອງ ແລະ ຫຼານຂອງພະນັກງານ ແມ່ນລະດັບປະລິນຍາຕີ. ການຈັດສັນທຶນຄັ້ງນີ້ ຈຶ່ງເປັນໂອກາດສຳຄັນໃນການສ້າງເງື່ອນໄຂໃຫ້ພະນັກງານ ແລະ ລູກຫຼານພະນັກງານໄດ້ພັດທະນາຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາຊີບ ເພື່ອເປັນພື້ນຖານໃນການສຶກສາ ແລະ ການປະກອບອາຊີບໃນອະນາຄົດ.

ທຶນການສຶກສາຈຳນວນ 100 ທຶນນີ້ ແມ່ນໄດ້ຮັບການປະສານຜ່ານຫ້ອງການການຄ້າຫວຽດນາມ ແລະ ສະຖານທູດຫວຽດນາມ ປະຈຳ ສປປ ລາວ, ໂດຍຫ້ອງການການຄ້າຫວຽດນາມເປັນຜູ້ນຳສົ່ງຂໍ້ສະເໜີທຶນການສຶກສາມາໃຫ້ກະຊວງອຸດສາຫະກຳ ແລະ ການຄ້າໂດຍສະເພາະ. ພາຍຫຼັງໄດ້ຮັບຂໍ້ສະເໜີດັ່ງກ່າວ, ກົມຈັດຕັ້ງໄດ້ເປັນເຈົ້າການໃນການປະສານສົມທົບ, ຄົ້ນຄວ້າ ແລະ ອອກແຈ້ງການແຈ້ງໃຫ້ພາກສ່ວນຂັ້ນສູນກາງ ແລະ ທ້ອງຖິ່ນຮັບຊາບ ເພື່ອຄັດເລືອກຜູ້ສະໝັກທີ່ມີຄວາມສົນໃຈ ແລະ ມີຄຸນສົມບັດຕາມເງື່ອນໄຂທີ່ກຳນົດ.

ໃນຂັ້ນຕອນການປະຊາສຳພັນ ແລະ ຄັດເລືອກຜູ້ສະໝັກ, ກົມຈັດຕັ້ງໄດ້ອອກແຈ້ງການຈຳນວນ 2 ຄັ້ງ. ຄັ້ງທີ 1 ໃນວັນທີ 3 ມິຖຸນາ 2026 ເພື່ອແຈ້ງເງື່ອນໄຂ ແລະ ໃຫ້ຄັດເລືອກພະນັກງານ ແລະ ລູກພະນັກງານເຂົ້າຮ່ວມສະໝັກ; ຕໍ່ມາ ໃນວັນທີ 8 ກໍລະກົດ 2026 ໄດ້ອອກແຈ້ງການຄັ້ງທີ 2 ໂດຍຂະຫຍາຍກຸ່ມເປົ້າໝາຍໃຫ້ລວມເຖິງລູກ, ອ້າຍເອື້ອຍນ້ອງ ແລະ ຫຼານຂອງພະນັກງານໃນຂະແໜງອຸດສາຫະກຳ ແລະ ການຄ້າ, ເພື່ອຂະຫຍາຍໂອກາດໃຫ້ຜູ້ທີ່ມີຄຸນສົມບັດໄດ້ເຂົ້າເຖິງທຶນການສຶກສາຫຼາຍຂຶ້ນ.

ຜ່ານຂະບວນການຮັບສະໝັກ ແລະ ຄັດເລືອກ, ມີຜູ້ໄດ້ຮັບທຶນການສຶກສາທັງໝົດ 11 ຄົນ, ໃນນັ້ນ ເປັນເພດຍິງ 6 ຄົນ. ແບ່ງເປັນຜູ້ຮັບທຶນຈາກຂັ້ນສູນກາງ 7 ຄົນ, ຍິງ 4 ຄົນ, ປະກອບມີລະດັບປະລິນຍາໂທ 1 ຄົນ ແລະ ປະລິນຍາຕີ 6 ຄົນ; ສ່ວນຂັ້ນທ້ອງຖິ່ນມີ 4 ຄົນ, ຍິງ 2 ຄົນ, ທັງໝົດແມ່ນລະດັບປະລິນຍາຕີ. ນັກສຶກສາທັງ 11 ຄົນ ຈະເດີນທາງໄປສຶກສາກຽມພາສາຫວຽດນາມຢູ່ ສສ ຫວຽດນາມ ກ່ອນເຂົ້າສູ່ຫຼັກສູດການຮຽນຕາມລະດັບ ແລະ ສາຂາວິຊາທີ່ກຳນົດ.

ການຈັດກອງປະຊຸມປະຖົມນິເທດຄັ້ງນີ້ ຈຶ່ງເປັນຂັ້ນຕອນສຳຄັນໃນການກະກຽມນັກສຶກສາໃຫ້ມີຄວາມພ້ອມກ່ອນເດີນທາງໄປສຶກສາຕໍ່ຢູ່ຕ່າງປະເທດ ທັງໃນດ້ານຂໍ້ມູນການສຶກສາ, ການປັບຕົວເຂົ້າກັບສະພາບແວດລ້ອມໃໝ່ ແລະ ການວາງແຜນການຮຽນໃຫ້ເໝາະສົມ. ພ້ອມນີ້ ຍັງເປັນການສົ່ງເສີມການຮ່ວມມືດ້ານການສຶກສາລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ເພື່ອສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ມີຄຸນນະພາບ ໃຫ້ແກ່ການພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ປະເທດຊາດໃນອະນາຄົດ.

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ