|
ການຄ້າ30 ຕຸລາ 2026

ກອງປະຊຸມສົ່ງເສີມ ແລະ ອຳນວຍຄວາມສະດວກໃນການສົ່ງອອກສິນຄ້າຂອງລາວ

ກອງປະຊຸມສົ່ງເສີມ ແລະ ອຳນວຍຄວາມສະດວກໃນການສົ່ງອອກສິນຄ້າຂອງລາວ

ວັນທີ 30 ຕຸລາ 2026 ທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ, ກົມການຄ້າຕ່າງປະເທດ ໄດ້ຈັດກອງປະຊຸມສົ່ງເສີມ ແລະ ອຳນວຍຄວາມສະດວກໃນການສົ່ງອອກສິນຄ້າຂອງລາວ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ດາລາ ອິນດາວົງ ຮອງກົມການຄ້າຕ່າງປະເທດ ແລະ ທ່ານ ຂາວ ເມກສະຫວັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການສູນກາງ, ພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບນິຕິກຳ, ລະບຽບການ ແລະ ກົນໄກດ້ານການຄ້າ ເພື່ອສ້າງເງື່ອນໄຂໃຫ້ຜູ້ປະກອບການສາມາດເຂົ້າເຖິງຂໍ້ມູນ, ນຳໃຊ້ສິດທິພິເສດດ້ານການຄ້າ ແລະ ດຳເນີນຂັ້ນຕອນການສົ່ງອອກໄດ້ຢ່າງຖືກຕ້ອງ, ວ່ອງໄວ ແລະ ມີປະສິດທິຜົນ.

ພາຍໃນກອງປະຊຸມ ຍັງມີການ ແລກປ່ຽນຄວາມຮູ້ໃນຫຼາຍຫົວຂໍ້ສຳຄັນ ເຊັ່ນ: ສະພາບລວມ ແລະ ທິດທາງການພັດທະນາການຄ້າເອເລັກໂຕຣນິກ (E-commerce) ຢູ່ ສປປ ລາວ, ການນຳໃຊ້ປັນຍາປະດິດ (AI) ໃນການອອກແບບບັນຈຸພັນ ແລະ ສ້າງສື່ໂຄສະນາສິນຄ້າ ເພື່ອຍົກສູງພາບລັກ ແລະ ມູນຄ່າສິນຄ້າ; ສິດທິພິເສດດ້ານການຄ້າທີ່ ສປປ ລາວ ໄດ້ຮັບ ແລະ ຂັ້ນຕອນການຂໍອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (CO); ການອຳນວຍຄວາມສະດວກທາງການຄ້າ ແລະ ການສົ່ງອອກ; ການລົງທະບຽນຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ; ການນຳເຂົ້າພາຫະນະຊົ່ວຄາວ ລວມທັງຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຍການຄຸ້ມຄອງການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ.

ໃນໂອກາດດັ່ງກ່າວ ທ່ານປະທານກອງປະຊຸມໄດ້ເນັ້ນວ່າ: ແຂວງຫຼວງພະບາງເປັນແຂວງທີ່ມີທ່າແຮງ ແລະ ບົດບາດສຳຄັນຕໍ່ການພັດທະນາເສດຖະກິດຂອງປະເທດ ໂດຍມີຈຸດເດັ່ນດ້ານການທ່ອງທ່ຽວ, ວັດທະນະທຳ, ການຜະລິດ ແລະ ການຄ້າ ພ້ອມທັງມີທີ່ຕັ້ງທີ່ສາມາດເຊື່ອມໂຍງກັບເສັ້ນທາງການຄ້າ ແລະ ການຂົນສົ່ງໃນພາກພື້ນ ໂດຍສະເພາະເສັ້ນທາງລົດໄຟລາວ-ຈີນ, ເສັ້ນທາງບົກ ແລະ ທາງອາກາດ ຊຶ່ງເປັນປັດໄຈສຳຄັນໃນການເຊື່ອມໂຍງການຄ້າ ແລະ ການຂົນສົ່ງຂ້າມແດນ.ໂດຍສະເພາະສິນຄ້າກະສິກຳ, ຫັດຖະກຳ ແລະ ສິນຄ້າທ້ອງຖິ່ນອື່ນໆ ທີ່ມີທ່າແຮງໃນການພັດທະນາ, ເພີ່ມມູນຄ່າ ແລະ ຂະຫຍາຍຕະຫຼາດຈຳໜ່າຍໄປສູ່ພາກພື້ນ ແລະ ສາກົນ. ດັ່ງນັ້ນ, ການຍົກລະດັບຄຸນນະພາບສິນຄ້າ, ການພັດທະນາຮູບແບບບັນຈຸພັນ, ການສ້າງມູນຄ່າເພີ່ມ ແລະ ການນຳໃຊ້ຊ່ອງທາງການຄ້າສະໄໝໃໝ່ ຈຶ່ງເປັນປັດໄຈສຳຄັນທີ່ຈະຊ່ວຍເພີ່ມຂີດຄວາມສາມາດໃນການແຂ່ງຂັນ ແລະ ສ້າງໂອກາດໃໝ່ໃຫ້ແກ່ສິນຄ້າລາວໃນຕະຫຼາດສາກົນ.

ສຳລັບດ້ານການຄ້າຂ້າມແດນ ແລະ ໂລຈິສຕິກ ທ່ານໄດ້ຊີ້ໃຫ້ເຫັນວ່າ ການອຳນວຍຄວາມສະດວກດ້ານຂັ້ນຕອນ, ການປັບປຸງລະບຽບການ, ການປະສານງານລະຫວ່າງດ່ານ ແລະ ຂະແໜງການທີ່ກ່ຽວຂ້ອງ ລວມທັງການນຳໃຊ້ລະບົບດິຈິຕອນ ແລະ ແພລັດຟອມ E-commerce ຈະຊ່ວຍຫຼຸດຜ່ອນເວລາ ແລະ ຕົ້ນທຶນໃນການຄ້າ, ເພີ່ມຄວາມວ່ອງໄວໃນການຂົນສົ່ງ ແລະ ສ້າງເງື່ອນໄຂທີ່ເໝາະສົມໃຫ້ແກ່ຜູ້ປະກອບການໃນການຂະຫຍາຍການສົ່ງອອກ.

ກອງປະຊຸມຄັ້ງນີ້ ຈຶ່ງເປັນເວທີສຳຄັນໃນການເຊື່ອມໂຍງການປະສານງານລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອໃຫ້ຜູ້ປະກອບການໄດ້ເຂົ້າເຖິງຂໍ້ມູນ ແລະ ນິຕິກຳທີ່ຈຳເປັນ, ພ້ອມທັງເປີດໂອກາດໃຫ້ມີການສະທ້ອນບັນຫາ, ອຸປະສັກຈາກການປະຕິບັດຕົວຈິງ ແລະ ສະເໜີຂໍ້ຄິດເຫັນຕໍ່ການປັບປຸງກົນໄກການຄ້າ. ທັງນີ້ ເພື່ອຮ່ວມກັນຊອກຫາແນວທາງແກ້ໄຂ ແລະ ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການຜະລິດ, ການຄ້າ ແລະ ການສົ່ງອອກສິນຄ້າຂອງລາວໃຫ້ຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງຍິ່ງຂຶ້ນ.

ພາບ ແລະ ຂ່າວ: ວຽງສະຫວັນ ປຣະດິດ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ