|
ທົ່ວໄປ02 ຕຸລາ 2026

ກະຊວງ ອຸດສາຫະກຳ ແລະ ການຄ້າ ເລັ່ງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ກະຊວງ ອຸດສາຫະກຳ ແລະ ການຄ້າ ເລັ່ງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ໃນວັນທີ 2 ຕຸລາ 2026, ເວລາ 13:30-16:30 ໂມງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍມະຕິ ແລະ ທິດຊີ້ນຳຈາກກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ໂດຍມີ ສະຫາຍ ມະໄລທອງ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງ ອຄ ເປັນປະທານ. ເຂົ້າຮ່ວມມີ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ພາກສ່ວນກ່ຽວຂ້ອງ.

ຈຸດປະສົງເພື່ອສ້າງຄວາມເຂົ້າໃຈຮ່ວມ ແລະ ກຳນົດທິດທາງນຳເອົາມະຕິ ແລະ ທິດຊີ້ນຳຂອງກອງປະຊຸມສູນກາງພັກ ທີ່ຈັດຂຶ້ນແຕ່ວັນທີ 28 ກັນຍາ-1 ຕຸລາ 2026 ໄປຈັດຕັ້ງຜັນຂະຫຍາຍໃນຂະແໜງ ອຄ ໃຫ້ເປັນຮູບປະທຳ.

ເນື້ອໃນສຳຄັນ ເນັ້ນໃສ່ການພັດທະນາບັນດາພາກສ່ວນເສດຖະກິດ ຕາມທິດສ້າງເສດຖະກິດເອກະລາດ-ເປັນເຈົ້າຕົນເອງ; ຊຸກຍູ້ການຜະລິດເປັນສິນຄ້າ; ແກ້ໄຂບັນຫາຄວາມຫຍຸ້ງຍາກ-ເສດຖະກິດ ແລະ ຄ່າຄອງຊີບ; ປັບປຸງແບບແຜນວິທີເຮັດວຽກ; ເພີ່ມທະວີການນຳພາຊີ້ນຳ ແລະ ແກ້ໄຂບັນຫາຫຍໍ້ທໍ້ທີ່ເປັນບັນຫາເຄັ່ງຮ້ອນ; ພ້ອມທັງແກ້ໄຂບັນຫາລົດເຖື່ອນ, ການລັກລອບຂຸດຄົ້ນຊັບພະຍາກອນ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.

ກອງປະຊຸມໄດ້ເນັ້ນໃຫ້ບັນດາຫ້ອງການ, ກົມ, ສະຖາບັນ ແລະ ພາກສ່ວນຂຶ້ນກັບກະຊວງ ນຳເອົາທິດຊີ້ນຳໄປແປງເປັນແຜນວຽກ, ແຜນງານ ແລະ ມາດຕະການສະເພາະ ຕາມໜ້າທີ່ຮັບຜິດຊອບ, ກຳນົດເຈົ້າພາບ, ໄລຍະເວລາ ແລະ ຕົວຊີ້ວັດຜົນສຳເລັດໃຫ້ຈະແຈ້ງ. ພ້ອມທັງຕິດຕາມ, ກວດກາ ແລະ ປະເມີນຜົນເປັນໄລຍະ, ເພື່ອໃຫ້ມະຕິສາມາດສົ່ງຜົນເຖິງການປະຕິບັດຢ່າງແທ້ຈິງ.

ພາບ ແລະ ຂ່າວ: ສົມສະນຸກ ທອງສະຫງວນ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ