|
ທົ່ວໄປ20 ພະຈິກ 2026

ກະຊວງ ອຄ ສ້າງຄວາມເຂັ້ມແຂງການເຊື່ອມສານວຽກງານຄວາມສະເໝີພາບຍິງ-ຊາຍ ສູ່ການພັດທະນາແບບມີສ່ວນຮ່ວມ

ກະຊວງ ອຄ ສ້າງຄວາມເຂັ້ມແຂງການເຊື່ອມສານວຽກງານຄວາມສະເໝີພາບຍິງ-ຊາຍ ສູ່ການພັດທະນາແບບມີສ່ວນຮ່ວມ

ໃນລະຫວ່າງວັນທີ 18-19 ພະຈິກ 2026 ທີ່ໂຮງແຮມ ເອັດ ວັງວຽງ ບູຕິກ, ເມືອງວັງວຽງ, ແຂວງວຽງຈັນ, ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້ “ການເຊື່ອມສານວຽກງານ ຄວາມສະເໝີພາບຍິງ-ຊາຍ ໃນຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອການ ພັດທະນາແບບມີສ່ວນຮ່ວມ ປະຈຳປີ 2026” ຂຶ້ນຢ່າງເປັນທາງການ, ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ນາງ ມາລີວັນ  ພົມແສງສະຫວັນ, ຮອງຫົວໜ້າຫ້ອງການ ກະຊວງ ອຄ, ຮອງປະທານ ຄະນະກຳມະການເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ (ຄກມດ) ກະຊວງ ອຄ. ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມຈາກຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສາຫະກິດ ອ້ອມຂ້າງກະຊວງ ອຄ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງ, ແຂວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນ 52 ທ່ານ, ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ ສ້າງຄວາມເຂັ້ມແຂງທາງ ດ້ານເສດຖະກິດຂອງແມ່ຍິງໃນ ສປປ ລາວ (Women's Economic Empowerment in Lao PDR: EMPOWER) ພາຍໃຕ້ການຮ່ວມມືກັບອົງການ GIZ. ການຈັດກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອຍົກລະດັບຄວາມຮູ້ ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວ ກັບບົດບາດຍິງ-ຊາຍ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ແລະ ຈຸດປະສານງານວຽກງານ ທັງສູນກາງ ແລະ ທ້ອງຖິ່ນ ໃນການນໍາເອົາ ຫຼັກການ ແລະ ມຸມມອງດ້ານແນວຄວາມຄິດ ດ້ານຄວາມສະເໝີພາບທາງເພດ ໄປປະຍຸກໃຊ້ໃນການວາງແຜນ, ການກຳນົດນະໂຍບາຍ, ການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການຂອງແຕ່ລະຂະແໜງການຢ່າງເປັນລະບົບ ແລະ ມີປະສິດທິຜົນ ເພື່ອການພັດທະນາມີຄວາມທົ່ວເຖີງ, ເປີດໂອກາດຢ່າງເທົ່າທຽມ ແລະ ສາມາດຕອບສະໜອງຕໍ່ຄວາມຕ້ອງການທູກກຸ່ມຄົນໃນສັງຄົມ.          

      

                

ຕະຫຼອດໄລຍະ 2 ວັນ ຂອງກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ, ແລກປ່ຽນບົດຮຽນ ແລະ ປະສົບການຈາກ ອຈ. ປອ. ນາງ ຈຳປາທອງ ໂພຈັນທະລາດ, ຫົວໜ້າສູນແຜນງານພັດທະນາການສຶກສາ, ຄະນະວິທະ ຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ນາງ ວຽງສາຄອນ ບຸນປະກອບ, ຕາງໜ້າຈາກກະຊວງ ອຄ ໃນ 05 ຫົວຂໍ້ສຳຄັນເຊິ່ງປະກອບມີ:

1. ແນວຄວາມຄິດພື້ນຖານກ່ຽວກັບເພດພາວະ, ຄວາມສະເໝີພາບ, ຄວາມພິການ ແລະ ການມີສ່ວນຮ່ວມ (GEDSI);

2. ນະໂຍບາຍ, ນິຕິກຳ ແລະ ສະຖິຕິທີ່ກ່ຽວຂ້ອງກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ;

3. ການເຊື່ອມສານຄວາມສະເໝີພາບທາງເພດ: ຄວາມໝາຍ ແລະ ວິທີການ;

4. ການມີສ່ວນຮ່ວມ ແລະ ບົດບາດຂອງແມ່ຍິງໃນຂະບວນການພັດທະນາ;

5.   ວິໄສທັດ 2055, ຍຸດທະສາດໄລຍະ 10 ປີ (2026-2035) ແລະ  ແຜນດຳເນີນງານເພື່ອຄວາມສະເໝີພາບຍິງ-ຊາຍເພື່ອຄວາມສະເໝີພາບຍິງ-ຊາຍ ໃນຂົງເຂດການອຳນວຍຄວາມສະດວກທາງດ້ານການຄ້າ.     

            ການຖ່າຍທອດຄວາມຮູ້ໃນແຕ່ລະຫົວຂໍ້ບໍ່ພຽງແຕ່ເນັ້ນການສ້າງຄວາມເຂົ້າໃຈດ້ານຫຼັກການເທົ່ານັ້ນແຕ່ຍັງ ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມເຫັນເຖີງວິທີການນຳໃຊ້ຫຼັກການດັ່ງກ່າວເຂົ້າໃນວຽກງານຕົວຈິງນັບແຕ່ຂັ້ນຕອນການວາງແຜນ, ການຈັດສັນຊັບພະຍາກອນມະນຸດ, ການກຳນົດກິດຈະກຳ ຈົນເຖີງການຕິດຕາມ ແລະ ປະເມີນຜົນ ເພື່ອໃຫ້ວຽກງານຄວາມສະເໝີພາບຍິງ-ຊາຍ ກາຍເປັນສ່ວນໜື່ງຂອງຂະບວນການພັດທະນາຂະແໜງການຢ່າງແທ້ຈິງ.

          ໃນໂອກາດດັ່ງກ່າວ, ທ່ານ ນາງ ມາລີວັນ  ພົມແສງສະຫວັນ  ຮອງຫົວໜ້າຫ້ອງການ ກະຊວງ ອຄ, ຮອງປະທານ ຄະນະກຳມະການເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ (ຄກມດ) ກະຊວງ ອຄ ໄດ້ຕີລາຄາສູງຕໍ່ການມີສ່ວນຮ່ວມ, ການແລກປ່ຽນຄວາມຮູ້ ແລະ ຜົນສຳເລັດທີ່ບັນລຸໄດ້ຈາກກອງປະຊຸມ, ພ້ອມທັງເນັ້ນໜັກໃຫ້ບັນດາພາກສ່ວນທີ່ເຂົ້າຮ່ວມນຳເອົາຄວາມຮູ້, ບົດຮຽນ ແລະ ຂໍ້ສະເໜີທີ່ໄດ້ຮັບໄປປັບໃຊ້ໃຫ້ສົມກັບພາລະບົດບາດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ, ໂດຍຖືເອົາຄວາມສະເໝີພາບຍິງ-ຊາຍ ເປັນຫຼັກສຳຄັນໃນການກຳນົດແຜນງານ, ການດຳເນີນວຽກ ແລະ ການປະເມີນຜົນການພັດທະນາພ້ອມທັງສົ່ງເສີມການປະສານງານ,  ການແບ່ງປັນຂໍ້ມູນ ແລະ ການຮ່ວມມືໃຫ້ເຂັ້ມແຂງຍິ່ງຂື້ນ.

          ກອງປະຊຸມຄັ້ງນີ້ ຖືເປັນອີກບາດກ້າວສຳຄັນໃນການເສີມສ້າງຄວາມຮູ້, ທັກສະ ແລະ ກົນໄກການປະສານງານຂອງບັນດາພາກສ່ວນພາຍໃນຂະແໜງ ອຄ ໃຫ້ມີຄວາມພ້ອມໃນການນຳເອົາວຽກງານຄວາມສະເໝີພາບຍິງ-ຊາຍ ໄປເຊື່ອມສານໃນທຸກຂະບວນການພັດທະນາ ແລະ ສ້າງໂອກາດທີ່ເທົ່າທຽມ, ເພີ່ມມະວີການມີສ່ວນຮ່ວມ ແລະ ນຳໃຊ້ທ່າແຮງຂອງທຸກກຸ່ມຄົນໃຫ້ເກີດປະໂຫຍດສູງສຸດຕໍ່ການພັດທະນາຂອງແໜງ ອຄ ກໍ່ຄືການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ຂໍ້ມູນ: ພະແນກ ຄກມດ
ຮຽບຮຽງ: ຄະນະບັນນາທິການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ