ກອງປະຊຸມສະຫຼຸບປະຈໍາປີ ອົງການ CCOP ຄັ້ງທີ 62 ແລະ ກອງປະຊຸມຄະນະກໍາມະທິການບໍລິຫານອົງການ CCOP ຄັ້ງທີ 87

ໃນລະຫວ່າງວັນທີ 25-30 ຕຸລາ 2026 ກົມທໍລະນີສາດ ແລະ ບໍ່ແຮ່, ກະຊວງອຸດສາຫະກໍາແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບປະຈໍາປີ ອົງການ CCOP (Coordinating Committee for Geoscience Programmes in East and Southeast Asia) ຄັ້ງທີ 62 ແລະ ກອງປະຊຸມຄະນະກໍາມະທິການບໍລິຫານອົງການ CCOP (CCOP Steering Committee Meeting) ຄັ້ງທີ 87 ທີ່ເມືອງສຸກຸບະ, ແຂວງອິບາຣກິ, ປະເທດຍີ່ປຸ່ນ ໂດຍການເປັນເຈົ້າພາບຂອງກົມສໍາຫຼວດທໍລະນີສາດ ຍີ່ປຸ່ນ.

ອົງການ CCOP (Coordinating Committee for Geo-science Programmes in East and Southeast Asia) ເປັນໂຄງການລະຫວ່າງຊາດ ທີ່ໄດ້ຮ່ວມມືກັນແລກປ່ຽນຄວາມຮູ້ທາງດ້ານວິທະຍາສາດ, ເຕັກນິກ, ເຕັກໂນໂລຊີ ແລະ ສະພາບແວດລ້ອມ ຂອງຂະແໜງການທໍລະນີສາດ ແລະ ແຮ່ທາດ, ລວມທັງນໍ້າມັນ ແລະ ອາຍກາສທໍາມະຊາດ ຊຶ່ງມີການຮ່ວມມືທີ່ສໍາຄັນ ດັ່ງນີ້: 1) ການແລກປ່ຽນ ແລະ ສ້າງຖານຂໍ້ມູນ ແຫຼ່ງຊັບພະຍາກອນນໍ້າມັນ ແລະ ອາຍກາສ ໃນປະເທດສະມາຊິກ CCOP ດ້ວຍກັນ; 2) ການແລກປ່ຽນຂໍ້ມູນພື້ນຖານທໍລະນີສາດ ແລະ ຂໍ້ມູນອື່ນໆ ຂອງປະເທດອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້; 3) ການສ້າງຄັງຂໍ້ມູນພື້ນຖານຕົວຢ່າງຫີນ, ແຮ່ທາດ ແລະ ຕົວຢ່າງອື່ນໆ; 4) ການສຶກສາລະບົບນໍ້າໃຕ້ດິນ; 5) ການແລກປ່ຽນຂໍ້ມູນທໍລະນີສາດເຂດຕົວເມືອງ ແລະ 6) ການສ້າງຄວາມເຂັ້ມແຂງທາງດ້ານບຸກຄະລາກອນ.
ສໍາລັບ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການ CCOP ມາແຕ່ປີ 2010 ເປັນຕົ້ນມາ, ປະຈຸບັນມີ 16 ປະເທດທີ່ເປັນສະມາຊິກ (Member countries) ຄື: Brunei Darussalam, Cambodia, China, Indonesia, Japan, Republic of Korea, Lao PDR, Malaysia, Mongolia, Myanmar, Papua New Guinea, Philippines, Singapore, Thailand, Timor Leste ແລະVietnam.ນອກຈາກນັ້ນຍັງມີປະເທດຄູ່ຮ່ວມພັດທະນາ ມີທັງໝົດ 13 ປະເທດ ຄື: Australia, Belgium, Canada, Denmark, Finland, France, Germany, The Netherlands, Norway, Poland, Russian Federation, United Kingdom, United States of Ameraicaແລະ ອົງການຮ່ວມພັດທະນາ ເຊັ່ນ: Deep-time Digital Earth (DDE), Hanyang University, JICA ແລະ Universiti Kebangsaan Malaysia (UKM).

ພາບ ແລະ ຂ່າວ: ກົມທໍລະນີສາດ ແລະ ບໍ່ແຮ່
ກວດແກ້: ຄະນະບັນນາທິການຂ່າວສານ ອຄ
