|
ພະລັງງານ16 ພະຈິກ 2026

ກະຊວງ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບຊ່ຽວຊານສະວິດເຊີແລນ ແລກປ່ຽນບົດຮຽນ ແລະ ຝຶກອົບຮົມພາກປະຕິບັດຕົວຈິງ ດ້ານຄວາມປອດໄພເຂື່ອນ

ກະຊວງ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບຊ່ຽວຊານສະວິດເຊີແລນ ແລກປ່ຽນບົດຮຽນ ແລະ ຝຶກອົບຮົມພາກປະຕິບັດຕົວຈິງ ດ້ານຄວາມປອດໄພເຂື່ອນ

ວັນທີ 16 ພະຈິກ 2026, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໂດຍກົມພະລັງງານ ໄດ້ຈັດກິດຈະກຳແລກປ່ຽນບົດຮຽນ ແລະ ຝຶກອົບຮົມພາກປະຕິບັດຕົວຈິງ (On-the-job Training) ກ່ຽວກັບວຽກງານຄວາມປອດໄພເຂື່ອນ ຮ່ວມກັບຊ່ຽວຊານ ທ່ານ ດຣ. Thierry Bussard, ເພື່ອຍົກລະດັບຄວາມຮູ້ ແລະ ທັກສະທາງວິຊາການໃຫ້ແກ່ພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວ. ກິດຈະກຳຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກໂຄງການ DSTIA. ຄະນະຕ່າງໜ້າກົມພະລັງງານ ນຳພາໂດຍ ທ່ານ ຈັນທະພອນ ປັນຍາທອງ ຫົວໜ້າພະແນກຄຸ້ມຄອງຄວາມປອດໄພເຂື່ອນ ຮ່ວມກັບຊ່ຽວຊານ, ໂດຍມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງ ລວມທັງໝົດ 30 ທ່ານ.

ກິດຈະກຳຄັ້ງນີ້ ຈັດຂຶ້ນຕາມພາລະບົດບາດຂອງກົມພະລັງງານ ທີ່ກຳນົດໄວ້ໃນຄຳສັ່ງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພະລັງງານ ສະບັບເລກທີ 1996/ອຄ, ລົງວັນທີ 09 ກັນຍາ 2025 ແລະ ຕາມແຜນການປະຕິບັດງານ (Mission Program) ຂອງຊ່ຽວຊານ ທີ່ເດີນທາງມາເຮັດວຽກຢູ່ ສປປ ລາວ.

ເນື້ອໃນການຝຶກອົບຮົມ ສຸມໃສ່ຫຼັກການ, ມາດຕະຖານ ແລະ ວິທີການປະເມີນຄວາມປອດໄພເຂື່ອນ, ການກວດກາ ແລະ ຕິດຕາມສະພາບໂຄງສ້າງເຂື່ອນ, ການວິເຄາະຄວາມສ່ຽງ, ການຄຸ້ມຄອງຄວາມປອດໄພ ແລະ ການກະກຽມແຜນຮັບມືສະຖານະການສຸກເສີນ. ພ້ອມນັ້ນ, ພະນັກງານວິຊາການຍັງໄດ້ຮຽນຮູ້ປະສົບການ ແລະ ແນວປະຕິບັດທີ່ດີຈາກຊ່ຽວຊານສາກົນ ເພື່ອນຳມາປັບໃຊ້ໃຫ້ເໝາະສົມກັບສະພາບຕົວຈິງຂອງ ສປປ ລາວ.

ຄະນະໄດ້ລົງຝຶກອົບຮົມພາກປະຕິບັດຢູ່ໂຄງການເຂື່ອນໄຟຟ້ານ້ຳງື່ມ 2  ແຂວງ ໄຊສົມບູນ. ຄະນະໄດ້ຮັບຟັງການນຳສະ

ເໜີພາບລວມຂອງໂຄງການ, ລະບົບຄວາມປອດໄພເຂື່ອນ, ການຕິດຕາມເຝົ້າລະວັງ, ການບໍລິຫານຈັດການນ້ຳ, ລະບົບຕິດຕາມ ແລະ ແຈ້ງເຕືອນໄພສຸກເສີນ ແລະ ການບຳລຸງຮັກສາເຂື່ອນ, ຈາກນັ້ນໄດ້ລົງກວດກາສະຖານທີ່ຕົວຈິງ. ຄະນະ ແລະ ຊ່ຽວຊານ ໄດ້ປະກອບຄຳເຫັນທາງດ້ານວິຊາການຢ່າງເລິກເຊິ່ງ ໂດຍອີງໃສ່ບົດລາຍງານຂອງໂຄງການ, ຜົນການກວດກາດ້ວຍຕາເປົ່າ ແລະ ການວິເຄາະພຶດຕິກຳຂອງຕົວເຂື່ອນ.

ພ້ອມດຽວກັນນັ້ນ, ຄະນະຕ່າງໜ້າກົມພະລັງງານ ຍັງໄດ້ອະທິບາຍໃຫ້ພາກສ່ວນໂຄງການຮັບຊາບກ່ຽວກັບການນຳໃຊ້ກົດໝາຍດ້ານຄວາມປອດໄພເຂື່ອນ, ບັນດາເອກະສານດ້ານຄວາມປອດໄພເຂື່ອນທີ່ໂຄງການຕ້ອງກະກຽມ ແລະ ການສ້າງບົດລາຍງານຕາມຄຳແນະນຳ ເພື່ອໃຫ້ການຈັດຕັ້ງປະຕິບັດຖືກຕ້ອງ ແລະ ເປັນເອກະພາບກັນ.

ນອກຈາກນີ້, ຜູ້ເຂົ້າຮ່ວມ ແລະ ຊ່ຽວຊານ ຍັງໄດ້ຖາມ-ຕອບ, ປຶກສາຫາລືບັນຫາທາງວິຊາການ ແລະ ສະຫຼຸບບົດຮຽນຈາກການລົງປະຕິບັດຕົວຈິງ ເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈຂັ້ນຕອນການດຳເນີນງານ, ວິທີການກວດກາ ແລະ ປະເມີນຄວາມສ່ຽງ ແລະ ສາມາດນຳຄວາມຮູ້ໄປໝູນໃຊ້ເຂົ້າໃນວຽກງານຂອງຕົນຢ່າງມີປະສິດທິຜົນ.

ການຝຶກອົບຮົມຄັ້ງນີ້ ມີຄວາມສຳຄັນຕໍ່ການຍົກສູງຄວາມສາມາດຂອງພະນັກງານລາວ ໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງຄວາມປອດໄພເຂື່ອນ ໃຫ້ຮັດກຸມ ແລະ ຖືກຕ້ອງຕາມຫຼັກວິຊາການ, ທັງເປັນການເສີມຂະຫຍາຍການຮ່ວມມືທາງວິຊາການລະຫວ່າງ ສປປ ລາວ ແລະ ຊ່ຽວຊານສາກົນ ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄອງ ແລະ ພັດທະນາຂະແໜງພະລັງງານໄຟຟ້າຂອງປະເທດໃຫ້ໝັ້ນຄົງ, ປອດໄພ ແລະ ຍືນຍົງ.

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ