|
ພະລັງງານ19 ພະຈິກ 2026

ກະຊວງ ອຄ ລົງນາມສັນຍາຮ່ວມມືສ້າງຕັ້ງຫ້ອງກວດສອບ ແລະ ຢັ້ງຢືນຄວາມປອດໄພຖັງ ບັນຈຸນາມັນເຊື້ອໄຟ ແລະ ອາຍແກີດ ຢູ ສປປ ລາວ

ກະຊວງ ອຄ ລົງນາມສັນຍາຮ່ວມມືສ້າງຕັ້ງຫ້ອງກວດສອບ ແລະ ຢັ້ງຢືນຄວາມປອດໄພຖັງ ບັນຈຸນາມັນເຊື້ອໄຟ ແລະ ອາຍແກີດ ຢູ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 18 ພະຈິກ 2026, ທີ່ໂຮງແຮມລາດຊະວົງ ວັນດາວິສຕ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍກົມມາດຕະຖານ ແລະ ວັດແທກ ໄດ້ກຳນົດຈັດພິທີລົງນາມສັນຍາຮ່ວມມືກັບບໍລິສັດ ສ່ວງຮ້າຍ ຄຸນ ນະພາບ ເຕັກໂນໂລຊີ ຈຳກັດຜູ້ດຽວ ເພື່ອສ້າງຕັ້ງຫ້ອງກວດສອບ ແລະ ຢັ້ງຢືນຄວາມປອດໄພຖັງບັນຈຸນໍ້າມັນເຊື້ອໄຟແລະ ອາຍແກີດ ຢູ່ ສປປ ລາວ.

ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ. ປອ ມະໂນທອງ ວົງໄຊ, ຮອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການ ພ້ອມດ້ວຍຄະນະນໍາກະຊວງ, ຜູ້ຕາງໜ້າບໍລິສັດຄູ່ຮ່ວມມື, ບັນດາກົມກ່ຽວຂ້ອງ ແລະ ແຂກຜູ້ມີກຽດ.

ທ່ານ ສີສັງຄົມ ໂຄດໂຍທາ, ຫົວໜ້າກົມມາດຕະຖານ ແລະ ວັດແທກ ໄດ້ລາຍງານສະພາບລວມຂອງໂຄງການ, ໂດຍເນັ້ນເຖິງຄວາມຈໍາເປັນໃນການຍົກລະດັບລະບົບກວດສອບຄວາມປອດໄພຂອງ ຖັງບັນຈຸ ແລະ ຖັງຂົນສົ່ງນໍ້າມັນ ເຊື້ອໄຟ ແລະ ອາຍແກັສ ເນື່ອງຈາກການນໍາໃຊ້ ແລະ ຂົນສົ່ງສິນຄ້າປະເພດດັ່ງກ່າວມີທ່າອ່ຽງເພີ່ມຂຶ້ນ ຕາມການ ຂະຫຍາຍຕົວຂອງຂະແໜງອຸດສາຫະກຳ, ພະລັງງານ ແລະ ການຂົນສົ່ງ, ໂຄງການນີ້ ໄດ້ຜ່ານຂະບວນການສຶກສາ และ ກະກຽມຢ່າງເປັນຂັ້ນຕອນ ນັບແຕ່ການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໃນວັນທີ 26 ມີນາ 2026, ການຈັດ ທຳບົດສຶກສາຄວາມເປັນໄປໄດ້ (FS) ແລະ ການທົບທວນດ້ານເຕັກນິກ, ການເງິນ ແລະ ກົດໝາຍ. ຕໍ່ມາ, ທ່ານ ລັດຖະມົນຕີ ໄດ້ອອກຂໍ້ຕົກລົງເລກທີ 3962/ອຄ, ລົງວັນທີ 22 ຕຸລາ 2026 ອະນຸມັດໃຫ້ລົງນາມສັນຍາຮ່ວມມື.

ຕາມເນື້ອໃນສັນຍາ, ບໍລິສັດຄູ່ຮ່ວມມືຈະເປັນຜູ້ລົງທຶນ 100% ເພື່ອສ້າງຕັ້ງສູນກວດສອບ 3 ແຫ່ງ ປະກອບ ມີ: ສູນກວດສອບຢູ່ນະຄອນຫຼວງວຽງຈັນ ຄາດວ່າຈະເປີດດໍາເນີນງານໃນທ້າຍປີ 2027; ຫ້ອງກວດສອບຈຸດພາກເໜືອ ແລະ ຫ້ອງກວດສອບຈຸດພາກໃຕ້ ຄາດຄະເນຈະໃຫ້ສໍາເລັດໃນປີ 2033 ໂດຍຈະໄດ້ອີງໃສ່ການຂະຫຍາຍຕົວຂອງ ເສດຖະກິດ ແລະ ສັງຄົມ.

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ