|
ທົ່ວໄປ19 ພະຈິກ 2026

ສະຫຼຸບການຈັ້ງປະຕິບັດແຜນງົນປະມານ 9 ເດືອນ ແລະ ທິດທາງ 3 ເດືອນທ້າຍປີ 2026

ສະຫຼຸບການຈັ້ງປະຕິບັດແຜນງົນປະມານ 9 ເດືອນ ແລະ ທິດທາງ 3 ເດືອນທ້າຍປີ 2026

ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026

- ວັນທີ 18 ພະຈິກ 2026, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ໂດຍການເປັນປະທານຂອງ ທ່ານ ເພັດພາພອນ ລັດຖະຈັກ ຮອງຫົວໜ້າຫ້ອງການກະຊວງ ອຄ, ມີບັນດາຄະນະກົມ, ຄະນະພະແນກ ແລະ ວິຊາການ ຜູ້ຮັບຜິດຊອບວຽກງານການເງິນຈາກບັນດາກົມອ້ອມຂ້າງກະຊວງເຂົ້າຮ່ວມ.

- ⁠ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ:

1) ທົບທວນ ແລະ ຕີລາຄາຜົນສຳເລັດ, ດ້ານດີ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນຜ່ານມາ ເພື່ອຊອກຫາວິທີທາງແກ້ໄຂ ແລະ ວາງມາດຕະການໃຫ້ບັນລຸຕາມຄາດໝາຍ.

2) ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບການສ້າງແຜນງົບປະມານ ປີ 2027 ໃຫ້ມີຄວາມຮັດກຸມ, ສອດຄ່ອງກັບແຜນພັດທະນາຂະແໜງການ 5 ປີ ຄັ້ງທີ IX (2026-2030) ແລະ ແຜນວຽກຈຸດສຸມ ເພື່ອໃຫ້ການນຳໃຊ້ງົບປະມານຂອງລັດ ເກີດປະສິດທິຜົນສູງສຸດ, ປະຢັດ ແລະ ໂປ່ງໃສ.

- ກອງປະຊຸມໄດ້ຮັບຟັງການລາຍງານສະພາບລວມການຈັດຕັ້ງປະຕິບັດແຜນງົບປະມານ 9 ເດືອນ ແລະ ທິດທາງ 3 ເດືອນທ້າຍປີ 2026, ພ້ອມທັງເຜີຍແຜ່ກົນໄກ ແລະ ຂັ້ນຕອນການຂຶ້ນແຜນງົບປະມານ ປະຈຳປີ 2027 ໃຫ້ບັນດາກົມອ້ອມຂ້າງກະຊວງຮັບຊາບ ເພື່ອໃຫ້ການຈັດຕັ້ງປະຕິບັດເປັນເອກະພາບ ແລະ ຖືກຕ້ອງກົດຫມາຍ ແລະ ລະບຽບການ.

- ⁠ໃນຕອນທ້າຍ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອສືບຕໍ່ຍົກສູງປະສິດທິພາບໃນການຄຸ້ມຄອງ ແລະ ບໍລິຫານງົບປະມານຂອງກະຊວງ ອຄ ໃຫ້ມີຄວາມເຂັ້ມແຂງຍິ່ງໆຂຶ້ນໃນຕໍ່ໜ້າ.

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ