ກອງປະຊຸມປັບປຸງ ແລະ ຮຽບຮຽງ ຮ່າງກົດໝາຍວ່າດ້ວຍໄຟຟ້າ (ສະບັບປັບປຸງ) ຕາມຄຳເຫັນຂອງສະມາຊິກລັດຖະບານ

ໃນວັນທີ 20 ພະຈິກ 2026 ທີ່ແຂວງວຽງຈັນ ໄດ້ມີການຈັດກອງປະຊຸມປັບປຸງ ແລະ ຮຽບຮຽງ ຮ່າງກົດໝາຍວ່າດ້ວຍໄຟຟ້າ (ສະບັບປັບປຸງ) ຕາມຄຳເຫັນຂອງສະມາຊິກລັດຖະບານ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຮ່ວມ ຂອງ ທ່ານ ວິແກ້ວ ບຸບຜາວັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງການ ສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ຈັນສະແຫວງ ບຸນຍົງ, ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ. ກອງປະຊຸມດັ່ງກ່າວ ແມ່ນໃຫ້ກຽດເຂົ້າຮ່ວມໂດຍ ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍ ແລະ ຜູ້ຕາງໜ້າຈາກ ຫ້ອງການ ສຳນັກງານນາຍົກລັດຖະມົນຕີ, ກະຊວງ ຍຸຕິທຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ, ລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຢ່າງພ້ອມພຽງກັນ.

ໃນພິທີເປີດກອງປະຊຸມ ທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງການ ສຳນັກງານນາຍົກລັດຖະມົນຕີ ໄດ້ກ່າວເຖິງຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍແມ່ນເພື່ອປະຕິບັດຕາມ ມະຕິກອງປະຊຸມຂອງລັດຖະບານ ສະໄໝສາມັນ ປະຈຳເດືອນ ກັນຍາ 2026 ສະບັບເລກທີ 12/ລບ, ລົງວັນທີ 28 ກັນຍາ 2026, ເຊິ່ງໄດ້ມອບໃຫ້ຫ້ອງການ ສຳນັກງານນາຍົກລັດຖະມົນຕີ ເປັນເຈົ້າການ ໂດຍການປະສານສົມທົບກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຍຸຕິທຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນປັບປຸງ, ຮຽບຮຽງ ຮ່າງກົດໝາຍໄຟຟ້າ (ສະບັບປັບປຸງ) ດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມ ໂດຍໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມເອົາໃຈໃສ່ ແລະ ຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງມີຈຸດສຸມ.

ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີຄຳເຫັນຕື່ມວ່າ ໃນໄລຍະຜ່ານມາ ຄະນະຮັບຜິດຊອບໄດ້ສຸມໃສ່ການຄົ້ນຄວ້າ ແລະ ຮຽບຮຽງເນື້ອໃນຂອງຮ່າງກົດໝາຍໄຟຟ້າ (ສະບັບປັບປຸງ) ມາແລ້ວຫຼາຍຄັ້ງ ກ່ອນຈະຜ່ານກອງປະຊຸມກວດກາຄວາມສອດຄ່ອງດ້ານເນື້ອໃນ 2 ຄັ້ງ ກອງປະຊຸມຄັ້ງນີ້ເປັນໂອກາດອັນດີ ໃນການຮ່ວມກັນນຳເອົາຄຳເຫັນ ແລະ ເອົາຄຳຖາມເຫຼົ່ານັ້ນ ມາທົບທວນຄືນ ໄຈ້ແຍກໃຫ້ເຫັນເຫດຜົນອັນສຳຄັນ ຢ່າງເລິກເຊິ່ງ, ລະອຽດ ແລະ ຮອບດ້ານ. ນອກຈາກນີ້ ຍັງໄດ້ເນັ້ນໜັກໃສ່ເນື້ອໃນໃຈຄວາມສຳຄັນ ເຊິ່ງເປັນບັນຫາໃໝ່ທີ່ໄດ້ກຳນົດເຂົ້າມາຢູ່ໃນຮ່າງກົດໝາຍໄຟຟ້າ (ສະບັບປັບປຸງ) ນີ້ ໂດຍສະເພາະແມ່ນການສ້າງຕັ້ງຄະນະກຳມະການຄຸ້ມຄອງພະລັງງານໄຟຟ້າແຫ່ງຊາດ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ຫ້າວຫັນ ໂດຍໄດ້ເນັ້ນໜັກໃສ່ທັງໝົດ 8 ມາດຕາ ເຊິ່ງປະກອບດ້ວຍ:
- ມາດຕາ 24 ການສຳຫຼວດ ເກັບກຳຂໍ້ມູນ
- ມາດຕາ 31 ການຜະລິດໄຟຟ້າເພື່ອນຳໃຊ້ເອງ
- ມາດຕາ 40 ການຂາຍໄຟຟ້າໂດຍກົງ
- ມາດຕາ 58 ການກຳນົດລາຄາຂາຍໄຟຟ້າພາຍໃນປະເທດ
- ມາດຕາ 106 ການນຳໃຊ້ທີ່ດິນສຳລັບໂຄງການໄຟຟ້າ
- ມາດຕາ 109 ການສະຫງວນພະລັງງານໄຟຟ້າເພື່ອສະໜອງພາຍໃນ
- ມາດຕາ 110 ການຖືຮຸ້ນຂອງລັດຖະບານ
- ມາດຕາ 124 ຂໍ້ຫ້າມ ສຳລັບຜູ້ດຳເນີນທຸລະກິດກ່ຽວກັບໄຟຟ້າ

ໃນຕອນທ້າຍຂອງກອງປະຊຸມ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງການ ສຳນັກງານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ໃຫ້ຄະນະຮັບຜິດຊອບ ບັນທຶກຜົນໄດ້ຮັບຈາກກອງປະຊຸມ ເພື່ອສະຫຼຸບ ແລະ ຮຽບຮຽງເປັນເນື້ອໃນບົດຊີ້ແຈງແລ້ວ ສະເໜີຕໍ່ທ່ານຮອງນາຍົກລັດຖະມົນຕີ ເພື່ອເປັນບ່ອນອີງໃຫ້ແກ່ການພິຈາລະນາຂອງຂັ້ນເທິງ ໃນການນຳເຂົ້າສູ່ຂະບວນການພິຈາລະນາຂອງກອງປະຊຸມສະພາແຫ່ງຊາດໃນປີ 2027. ກົດໝາຍໄຟຟ້າ (ສະບັບປັບປຸງ) ນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງໃນການເປີດໂອກາດໃຫ້ແກ່ການພັດທະນາຮຸບແບບໃໝ່ໃນຂະແໜງໄຟຟ້າ.

ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານອົດສະຕຣາລີ ໂດຍ ຜ່ານໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ ທີ່ໄດ້ໃຫ້ການສະໜັບສະໜູນດ້ານວິຊາການໃນການປັບປຸງຮ່າງກົດໝາຍໄຟຟ້າສະບັບນີ້ ໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.
ພາບ ແລະ ຂ່າວ: ກົມພະລັງງານ
ກວດແກ້: ຄະນະບັນນາທິການຂ່າວສານ ອຄ
ຂ່າວທີ່ກ່ຽວຂ້ອງ
23 ພະຈິກ 2026
ພິທີເປີດງານ MAEKONG NEXT FORUM ປະຈຳປີ 2026 ເພື່ອສົ່ງເສີມວຽກງານລິຂະສິດ ແລະ ເສດຖະກິດສ້າງສັນ
20 ພະຈິກ 2026
ກະຊວງອຸດສາຫະກຳ ແລະ ການຄ້າ ສະຫຼຸບວຽກງານກຳມະບານ ໄລຍະ 5 ປີ ແລະ ເປີດຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026
20 ພະຈິກ 2026
