ກອງປະຊຸມປຶກສາຫາລື ດ້ານການຄ້າ ແລະ ການລົງທຶນ ອາຊຽນ-CPTPP ຄັ້ງທີ 02

ໃນວັນທີ 26 ພະຈິກ 2026, ກອງປະຊຸມປຶກສາຫາລືດ້ານການຄ້າ ແລະ ການລົງທຶນ ອາຊຽນ-CPTPP ຄັ້ງທີ 2 (2nd CPTPP-ASEAN Trade and Investment Dialogue) ໄດ້ຈັດຂຶ້ນ ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ. ຫວຽດນາມ, ໂດຍມີລັດຖະມົນຕີ ແລະ ຜູ້ຕາງໜ້າຈາກບັນດາປະເທດສະມາຊິກ ອາຊຽນ ແລະ CPTPP ເຂົ້າຮ່ວມທັງໃນຮູບແບບເຊິ່ງໜ້າ ແລະ ອອນລາຍ. ໃນໂອກາດນີ້, ທ່ານ ອິດທິລິດ ຍັງນຸວົງ, ຮອງຫົວໜ້າກົມເຈລະຈາ ແລະ ຮ່ວມມືສາກົນ ໄດ້ເຂົ້າຮ່ວມກອງປະຊຸມຕາງໜ້າໃຫ້ແກ່ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ. ກອງປະຊຸມຄັ້ງນີ້, ຈັດຂື້ນໂດຍມີຈຸດປະສົງ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນ ທີ່ເປີດກວ້າງ, ໂປ່ງໃສ, ຍືນຍົງ ແລະ ອີງໃສ່ກົດລະບຽບ, ທັງເປັນການ ສະໜັບສະໜູນຄວາມເປັນກາງຂອງອາຊຽນ ແລະ ລະບົບການຄ້າຫຼາຍຝ່າຍ ທີ່ມີອົງການການຄ້າໂລກ (WTO), ນອກຈາກນັ້ນ, ກໍໄດ້ປຶກສາຫາລືໃນ 03 ຂົງເຂດຫຼັກ ຄື: ເສດຖະກິດດິຈິຕອນ (DEFA), ຄວາມເຂັ້ມແຂງຂອງລະບົບຕ່ອງໂສ້ການສະໜອງ ແລະ ການອຳນວຍຄວາມ ສະດວກດ້ານການຄ້າ (ລວມທັງ ລະບຽບວ່າດ້ວຍແຫຼ່ງກໍາເນີດສິນຄ້າ ແລະ ພະລັງງານ) ແລະ ການສົ່ງເສີມວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະພາກ (MSMEs).
ໃນກອງປະຊຸມ, ຜູ້ຕາງໜ້າ ສປປ ລາວ ໄດ້ເນັ້ນການສ້າງຄວາມສອດຄ່ອງ ແລະ ການສົ່ງເສີມເຊິ່ງກັນແລະກັນຫວ່າງອາຊຽນ ແລະ CPTPP, ຊຸກຍູ້ການຮ່ວມມືດ້ານດິຈິຕອນ (DEFA), ການຊຳລະເງິນອີເລັກໂທຣນິກ ແລະ ຄວາມປອດໄພທາງໄຊເບີ, ພ້ອມທັງ ຮຽກຮ້ອງໃຫ້ມີການຊ່ວຍເຫຼືອດ້ານວິຊາການ ແລະ ການສ້າງຄວາມອາດສາມາດ ໂດຍຄຳນຶງເຖິງລະດັບຄວາມພ້ອມທີ່ແຕກຕ່າງກັນໃຫ້ປະເທດທີ່ກຳລັງພັດທະນາ ແລະ MSMEs ກໍສາມາດມີສ່ວນຮ່ວມ ແລະ ໄດ້ຮັບຜົນປະໂຫຍດຢ່າງເທົ່າທຽມ. ພ້ອມນີ້, ສປປ ລາວ ໄດ້ສະໜັບສະໜູນການຮັກສາສະພາບແວດລ້ອມການຄ້າ ທີ່ສາມາດຄາດເດົາໄດ້, ຄວາມຫຼາກຫຼາຍຂອງການຜະລິດ ແລະ ການລົງທຶນ, ການແກ້ໄຂມາດຕະການທີ່ບໍ່ແມ່ນພາສີ, ການສົ່ງເສີມການນຳໃຊ້ FTA, ການຫັນປ່ຽນສີຂຽວ, ພະລັງງານທົດແທນ ແລະ ການເຊື່ອມໂຍງ MSMEs ເຂົ້າໃນລະບົບຕ່ອງໂສ້ມູນຄ່າເພີ່ມ.
ກອງປະຊຸມໄດ້ຮັບຮອງຖະແຫຼງການຮ່ວມຂັ້ນລັດຖະມົນຕີ ອາຊຽນ-CPTPP ໂດຍຢືນຢັນຄວາມມຸ່ງໝັ້ນຮ່ວມກັນໃນການຮັບມືກັບ ການປະຕິບັດທີ່ບິດເບືອນຕະຫຼາດ ແລະ ການບີບບັງຄັບທາງເສດຖະກິດ, ການສົ່ງເສີມຄວາມສອດຄ່ອງດ້ານດິຈິຕອນ, ການນຳໃຊ້ສິດທິພິເສດທາງການຄ້າ ແລະ ການປ້ອງກັນ ການສົ່ງຜ່ານຜິດກົດໝາຍ, ພ້ອມທັງ ມອບ ໝາຍໃຫ້ເຈົ້າໜ້າທີ່ອາວຸໂສ ສືບຕໍ່ຜັນຂະຫຍາຍການຮ່ວມມື ຢ່າງເປັນຮູບປະທຳ ແລະ ລາຍງານຄວາມຄືບໜ້າໃນກອງປະ ຊຸມຄັ້ງຕໍ່ໄປ ທີ່ຈະຈັດຂຶ້ນໃນປີ 2027.
ພາບ ແລະ ຂ່າວ: ກົມເຈລະຈາ ແລະ ຮ່ວມມືສາກົນ
ກວດແກ້: ຄະນະບັນນາທິການຂ່າວສານ ອຄ
