|
ທົ່ວໄປ25 ກັນຍາ 2026

ກອງປະຊຸມແລກປ່ຽນບົດຮຽນ ການຈັດງານວາງສະແດງລົດ ແລະ ການກະກຽມຈັດງານວາງສະແດງລົດ ວຽງຈັນນານາຊາດ ໂອໂຕໂຊ ປີ 2026

ກອງປະຊຸມແລກປ່ຽນບົດຮຽນ ການຈັດງານວາງສະແດງລົດ  ແລະ ການກະກຽມຈັດງານວາງສະແດງລົດ ວຽງຈັນນານາຊາດ ໂອໂຕໂຊ ປີ 2026

ວັນທີ 25 ກັນຍາ 20206 ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກົມສົ່ງເສີມ ຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖອດຖອນບົດຮຽນກ່ຽວກັບວຽກງານວາງສະແດງສິນຄ້າພາຍໃນ ເຊິ່ງຕິດພັນກັບການຈັດງານວາງສະແດງລົດ “ວຽງຈັນນານາຊາດ ໂອໂຕໂຊ” ໂດຍການເຂົ້າຮ່ວມຂອງ ທ່ານ ວິທູນ ສິດທິມໍລະດາ, ຮອງຫົວໜ້າກົມສົ່ງເສີມ ຈນກ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດານັກທຸລະກິດ, ຜູ້ປະກອບການຢ່າງກວ້າງຂວາງ.

ງານວຽງຈັນນານາຊາດ ໂອໂຕໂຊ ແມ່ນງານທີ່ອະນຸມັດໃຫ້ ບໍລິສັດ ອີລີແກຼນ ອີເວັ້ນສ໌ ຈຳກັດຜູ້ດຽວ ເປັນຜູ້ຈັດ ເຊິ່ງຈະຈັດຂຶ້ນໃນທ້າຍເດືອນພະຈິກ ຫາ ຕົ້ນເດືອນທັນວາຂອງທຸກໆປີ ງານນີ້ມີຈຸດປະສົງເພື່ອ:

• ຜັນຂະຫຍາຍນະໂຍບາຍສົ່ງເສີມການຜະລິດ, ຫຼຸດຜ່ອນການນຳເຂົ້າ ແລະ ສົ່ງເສີມການນຳໃຊ້ລົດໄຟຟ້າ (EV) ເພື່ອປະຢັດນ້ຳມັນ ແລະ ນຳໃຊ້ພະລັງງານສະອາດ.

• ໃຫ້ຂໍ້ມູນຂ່າວສານ ນະວັດຕະກຳຍານຍົນ ແລະ ໃຫ້ຜູ້ຊົມງານໄດ້ທົດລອງຂັບຂີ່.

• ສ້າງໂອກາດເຊື່ອມໂຍງທາງທຸລະກິດ ແລະ ຄູ່ຮ່ວມທຸລະກິດ ພາຍໃນ ແລະ ຕ່າງປະເທດ.

• ເປັນເວທີໂຄສະນາ, ຈັດໂປຣໂມຊັນ ແລະ ຄືນກຳໄລໃຫ້ຜູ້ບໍລິໂພກ.

ພາຍໃນງານມີຫຼາຍກິດຈະກຳ ເຊັ່ນ: ການວາງສະແດງ ແລະ ເປີດໂຕລົດໃໝ່, ການສະແດງສິນລະປະຈາກສິນລະປິນລາວ ແລະ ປະເທດເພື່ອນບ້ານ, ການທົດລອງຂັບລົດ (Test Drive), ງານໂຊອຸປະກອນຕົກແຕ່ງ, Car Meeting, ຕະຫຼາດນັດອາຫານ ແລະ ເພງໂຟກຊອງ. ງານດັ່ງກ່າວໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ໂດຍມີຜູ້ເຂົ້າຊົມສະເລ່ຍ 10,000 ເທື່ອຄົນ/ມື້, ສາມາດສ້າງຍອດຈອງລົດໄດ້ 253 ຄັນ ໃນປີ 2024 ແລະ 353 ຄັນ ໃນປີ 2025.

ສະຫຼຸບ: ກົມສົ່ງເສີມ ຈນກ ມີພາລະບົດບາດສຳຄັນໃນການສົ່ງເສີມການຜະລິດ, ການຕະຫຼາດ ແລະ ການຈັດງານວາງສະແດງ. ການຈັດງານວາງສະແດງລົດ ເປັນກິດຈະກຳທີ່ສ້າງຜົນປະໂຫຍດທາງເສດຖະກິດ, ກະຕຸ້ນການລົງທຶນ, ການຈ້າງງານ ແລະ ສົ່ງເສີມການນຳໃຊ້ພະລັງງານສະອາດ. ບົດຖອດຖອນບົດຮຽນໃນຄັ້ງນີ້ ຈະເປັນບາດກ້າວສຳຄັນໃນການປັບປຸງ ແລະ ຍົກລະດັບການຈັດງານວາງສະແດງສິນຄ້າໃນ ສປປ ລາວ ໃຫ້ມີຄຸນນະພາບ, ໄດ້ມາດຕະຖານ ແລະ ມີຄວາມຍືນຍົງໃນຕໍ່ໜ້າ.

ພາບ ແລະ ຂ່າວ: ສູນທອງ ພາວັນ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ