|
ທົ່ວໄປ28 ກັນຍາ 2026

ທ່ານ ຮອງລັດຖະມົນຕີ ເຄື່ອນໄຫວວຽກງານຢູ່ແຂວງອຸດົມໄຊ

ທ່ານ ຮອງລັດຖະມົນຕີ ເຄື່ອນໄຫວວຽກງານຢູ່ແຂວງອຸດົມໄຊ

ໃນລະຫວ່າງວັນທີ 28-30 ກັນຍາ 2026, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ເຮັດວຽກຢູ່ແຂວງອຸດົມໄຊ ເພື່ອຈັດກອງປະຊຸມເຜີຍແຜ່ແຜນພັດທະນາອຸດສາຫະກຳ ແລະ ການຄ້າ 5 ປີ (2026-2030).

ຈຸດປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນຊຸກຍູ້ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ບັນດາແຂວງພາກເໜືອ ໄດ້ຮັບຊາບ ແລະ ກໍາໄດ້ຢ່າງເລິກເຊິ່ງກ່ຽວກັບທິດທາງ, ຄາດໝາຍ ແລະ ສະພາບແຜນພັດທະນາຂະແໜງການອຸດສາຫະກໍາ ແລະ ການຄ້າ ໃນໄລຍະ 5 ປີຕໍ່ໜ້າ (2026-2030) ເພື່ອນໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດ ແລະ ເຮັດໃຫ້ສອດຄ່ອງກັບແຜນງານພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະແຂວງໃຫ້ມີປະສິດທິຜົນສູງ.

ໃນໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊຄັ້ງນີ້, ທ່ານ ຮອງລັດຖະມົນຕີ ພ້ອມຄະນະ ຍັງໄດ້ລົງຕິດຕາມ, ເຮັດວຽກ ແລະ ຢ້ຽມຢາມບັນດາໂຄງການອຸດສາຫະກໍາ, ພື້ນຖານໂຄງລ່າງເສດຖະກິດ ແລະ ກິດຈະກໍາສົ່ງເສີມທ້ອງຖິ່ນທີ່ສໍາຄັນ ເຊັ່ນ: ກຸ່ມຜະລິດຫັດຖະກໍາໄທລື້ ໂຄງການພະລັງງານແສງຕາເວັນ ຂອງບໍລິສັດ CGN, ໂຮງງານອຸດສາຫະກໍາຫຼອມທອງ, ບໍລິສັດ LS ສະຖານີຄ່ຽນຖ່າຍສິນຄ້າ ບໍລິສັດ ລົດໄຟ ລາວ-ຈີນ

ພ້ອມທັງ ເຄື່ອນໄຫວ ຊຸກຍູ້ການດໍາເນີນທຸລະກິດ, ການບໍລິການ ແລະ ການຜະລິດຕະພັນຫັດຖະກໍາປໍ້າຝ້າຍທໍໄໝອັນເປັນເອກະລັກຂອງທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ, ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ຊຸກຍູ້ການສົ່ງອອກ-ການຄ້າໃຫ້ເຕີບໂຕຢ່າງຕັ້ງໜ້າ.

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ