|
ທົ່ວໄປ02 ຕຸລາ 2026

ພິທີປິດຊຸດຝຶກອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຊຸດທີ III

ພິທີປິດຊຸດຝຶກອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຊຸດທີ III

ໃນວັນທີ 02 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມ ຊັ້ນ 5 ກົມ ຈນກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຊຸດທີ III ໃຫ້ພະນັກງານນຳພາ-ຄຸ້ມຄອງ ຂອງການຈັດຕັ້ງຮາກຖານພັກ ທົ່ວອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານ ຂອງ ສະຫາຍ ປອ. ຈັນສະແຫວງ ບຸນຍົງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ມີ ສະຫາຍ ພູຂົງ ພິລາເພັດ, ຫົວໜ້າກົມກໍ່ສ້າງພັກ, ຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ທ່ານ ນາງ ແສງເດືອນ ວົງອີນ ຫົວໜ້າ ກົມຈັດຕັ້ງ, ທີມງານວິທະຍາກອນ ແລະ ບັນດາສະຫາຍນັກສຳມະນາກອນ ທີ່ເປັນຄະນະພັກ, ຫ້ອງການພັກ ຂອງຮາກຖານພັກທົ່ວອົງຄະນະພັກກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ດຳເນີນມາເປັນໄລຍະເວລາ 10 ວັນເຕັມ, ເຊິ່ງບັນດານັກສຳມະນາກອນ ໄດ້ຮຽນຮູ້, ຄົ້ນຄວ້າ ແລະ ເຊື່ອມຊຶມ ເອກະສານບົດຮຽນທັງໝົດ 15 ບົດ ທີ່ກວມເອົາບັນຫາສຳຄັນຕ່າງໆ ເປັນຕົ້ນແມ່ນ: ລະບົບການເມືອງ, ການຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກ ແລະ ສະມາຊິກພັກ, ການປ້ອງກັນພັກ-ພະນັກງານ, ແບບແຜນນຳພາ ແລະ ຫຼັກການລວມສູນປະຊາທິປະໄຕ, ການດຳເນີນຊີວິດພັກ, ແຜນກຳນົດ, ສ້າງມາດຕະຖານ, ວຽກງານກວດກາ ແລະ ທັດສະນະຂອງພັກກ່ຽວກັບວຽກງານກໍ່ສ້າງພັກ ເພື່ອເປັນອາວຸດທາງດ້ານທິດສະດີ ແລະ ພຶດຕິກຳ ອັນແຫຼມຄົມ ໃນການປະຕິບັດໜ້າທີ່ການເມືອງ.

ໃນໂອກາດກ່າວປິດພິທີ, ສະຫາຍ ປອ. ຈັນສະແຫວງ ບຸນຍົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງຊຸດຝຶກອົບຮົມ, ພ້ອມທັງໄດ້ເນັ້ນໜັກເຖິງທິດທາງ ແລະ ທິດສະດີເນື້ອໃນສຳຄັນ ຈາກຄຳເຫັນຊີ້ນຳຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່-ປະທານປະເທດ ໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ເພື່ອໃຫ້ບັນດາສະຫາຍນຳໄປຜັນຂະຫຍາຍ ດັ່ງນີ້:

  1. ຍຶດຖືລະບົບຄຸນນະທຳ ແລະ ຄວາມຮັບຜິດຊອບ (ເຮັດແທ້ ເຮັດຈິງ): ພະນັກງານນຳພາ-ຄຸ້ມຄອງ ທຸກຂັ້ນ ຕ້ອງມີຄວາມເດັດດ່ຽວ, ຫ້າວຫັນ, ເຮັດແທ້ເຮັດຈິງ ແລະ ມີຄວາມຮັບຜິດຊອບສູງ ໂດຍຖືເອົາລະບົບຄຸນນະທຳເປັນຕົ້ນຕໍ.

  2. ຍົກສູງຄຸນນະພາບ ແລະ ເລືອກເຟັ້ນພະນັກງານ: ຈັດວາງ ແລະ ແຕ່ງຕັ້ງພະນັກງານ ໂດຍອີງໃສ່ຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ ແລະ ຜົນງານຕົວຈິງ; ສຸມໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການລັດທິສ່ວນຕົວ, ການຊື້-ຂາຍຕຳແໜ່ງ, ການດຶງແກ່ດຶງເຈື່ອນ ຫຼື ການແຕ່ງຕັ້ງພະນັກງານບົນພື້ນຖານຍາດຕິພີ່ນ້ອງ.

  3. ສ້າງ ແລະ ຫັນປ່ຽນວຽກງານຈັດຕັ້ງໃຫ້ທັນສະໄໝ: ປັບປຸງກົນໄກການຈັດຕັ້ງໃຫ້ກະທັດຮັດ, ໂປ່ງໃສ, ບໍ່ຊ້ຳຊ້ອນ, ມີປະສິດທິພາບສູງ ພ້ອມທັງນຳໃຊ້ເຕັກໂນໂລຊີ ແລະ ລະບົບຂໍ້ມູນຂ່າວສານ ເຂົ້າໃນການຄຸ້ມຄອງພະນັກງານ-ລັດຖະກອນ.

  4. ການຕ້ານການສໍ້ລາດບັງຫຼວງ (ບໍ່ມີຂໍ້ຍົກເວັ້ນ): ເອົາໃຈໃສ່ຕິດຕາມ, ກວດກາ ພະນັກງານ-ສະມາຊິກພັກ ບໍ່ໃຫ້ຕົກເຂົ້າສູ່ຄວາມເສື່ອມຖອຍດ້ານຄຸນສົມບັດ ແລະ ການສໍ້ລາດບັງຫຼວງ.

ສະຫາຍ ຮອງເລຂາຄະນະພັກກະຊວງ ຍັງໄດ້ເນັ້ນຕື່ມວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເສນາທິການຫຼັກໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກທາງດ້ານເສດຖະກິດ, ການຄ້າ, ການຜະລິດ ແລະ ການບໍລິການ. ສະນັ້ນ, ການສ້າງພັກ-ພະນັກງານ ໃຫ້ເຂັ້ມແຂງ ຕ້ອງຕິດພັນຢ່າງສະໜິດແໜ້ນກັບການແກ້ໄຂບັນຫາເສດຖະກິດ-ການຄ້າຂອງຊາດຢ່າງເປັນຮູບປະທຳ, ເພີ່ມພູນອຸດສາຫະກຳການຜະລິດພາຍໃນໃຫ້ເຂັ້ມແຂງ, ທົດແທນການນຳເຂົ້າ, ຄຸ້ມຄອງລາຄາສິນຄ້າໃຫ້ມີສະຖຽນລະພາບ ແລະ ຍູ້ແຮງການສົ່ງອອກ.

 

ພາບ: ວຽງສະຫວັນ ປຣະດິດ

ຂ່າວ: ກົມຈັດຕັ້ງ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ