ຊຸດຝຶກອົບຮົມ ຫົວຂໍ້: "ການນໍາໃຊ້ AI ສໍາລັບຊ່ວຍເຮັດວຽກໃນຍຸກໃໝ່"

ໃນວັນທີ 23 ຕຸລາ 2026 ນີ້, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຊຸດຝຶກອົບຮົມໃນຫົວຂໍ້: "ການນໍາໃຊ້ AI ສໍາລັບຊ່ວຍເຮັດວຽກໃນຍຸກໃໝ່" (AI for the Modern Workplace) ຂຶ້ນຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໄຂຊຸດຝຶກອົບຮົມໂດຍ ທ່ານ ມະໂນທອງ ວົງໄຊ ຮອງ ລມຕ ກະຊວງອຸດສາຫະກຳ ແລະ ການຄ້າ, ເຊິ່ງມີ ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຕະຫຼອດຮອດພະນັກງານ-ລັດຖະກອນ ແລະ ຜູ້ເຂົ້າຮ່ວມຊຸດ ຝຶກອົບຮົມທຸກໆທ່ານ ເຂົ້າຮ່ວມຢ່າງພ້ອມພຽນ.
ການຈັດຊຸດຝຶກອົບຮົມໃນຄັ້ງນີ້, ຈັດຂຶ້ນເພື່ອເປັນສ່ວນໜຶ່ງໃນການສະໜັບສະໜູນວຽກງານຫັນເປັນດິຈິຕອນ (Digital Transformation) ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກ້າວໄປຄວາມທັນສະໄໝ, ພ້ອມທັງເປັນການຍົກລະດັບທັກສະ, ຄວາມຮູ້ ແລະ ຄວາມສາມາດຂອງພະນັກງານ-ລັດຖະກອນ ໃຫ້ສາມາດກ້າວ ທັນກັບການພັດທະນາຢ່າງວ່ອງໄວຂອງເຕັກໂນໂລຊີປັນຍາປະດິດ (AI) ໃນຍຸກປັດຈຸບັນ ເຊິ່ງໄດ້ກາຍເປັນເຄື່ອງ ມືອັນສໍາຄັນໃນການເພີ່ມປະສິດທິພາບການເຮັດວຽກຂອງອົງກອນ.
ໃນພິທີ, ປະທານກອງປະຊຸມໄດ້ເນັ້ນໜັກວ່າ ຜ່ານຊຸດຝຶກອົບຮົມດັ່ງກ່າວ ບັນດາຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ຢ່າງເລິກເຊິ່ງ ແລະ ໄດ້ລົງມືປະຕິບັດຕົວຈິງໃນຫຼາຍເນື້ອໃນສຳຄັນ ເປັນຕົ້ນແມ່ນ:
ຄວາມຮູ້ພື້ນຖານ ແລະ ຫຼັກການຂອງ AI: ເພື່ອໃຫ້ເຂົ້າໃຈກົນໄກການເຮັດວຽກ ແລະ ການຮັກສາ ຄວາມປອດໄພຂອງຂໍ້ມູນ.
ເຕັກນິກການຂຽນຄໍາສັ່ງ (Prompt Engineering): ເຊິ່ງເປັນທັກສະສຳຄັນໃນການສື່ສານກັບ AI ໃຫ້ໄດ້ຜົນ ຮັບທີ່ຖືກຕ້ອງ, ກົງປະເດັນ ແລະ ມີຄຸນນະພາບສູງ.
ການປະຍຸກໃຊ້ AI ໃນວຽກງານປະຈຳວັນ: ເຊັ່ນ ການຮ່າງເອກະສານທາງການ, ການສະຫຼຸບ ເນື້ອຫາ ບົດລາຍງານຍາວໆ, ການແປພາສາ, ການວິເຄາະຂໍ້ມູນ, ການສ້າງຮູບພາບປະກອບ ແລະ ການອອກ ແບບສະໄລ້ນໍາສະເໜີ ເຊິ່ງຈະຊ່ວຍຫຼຸດຜ່ອນເວລາໃນການເຮັດວຽກ ແລະ ເພີ່ມເວລາໃຫ້ພະນັກງານ ໄດ້ສຸມ ໃສ່ການວິເຄາະ ແລະ ການຕັດສິນໃຈໃນລະດັບຍຸດທະສາດ.
ໂອກາດນີ້ນ, ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກໆທ່ານ ຈົ່ງເອົາໃຈໃສ່ຕິດຕາມ, ແລກປ່ຽນຄຳຄິດຄຳເຫັນ ແລະ ຕັ້ງໃຈປະຕິບັດຕົວຈິງຢ່າງເຕັມທີ່ ເພື່ອນຳເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຮັບ ໄປປັບໃຊ້ເຂົ້າໃນວຽກງານປະຈຳວັນຂອງຕົນໃຫ້ເກີດປະໂຫຍດສູງສຸດ.
ພາບ ແລະ ຂ່າວ: ສູນທອງ ພາວັນ
ກວດແກ້: ຄະນະບັນນາທິການຂ່າວສານ ອຄ
ຂ່າວທີ່ກ່ຽວຂ້ອງ
26 ຕຸລາ 2026
ກອງປະຊຸມຜ່ານຮ່າງວິໄສທັດ 2055 ຍຸດທະສາດ 10 ປີ ແລະ ຮ່າງແຜນດຳເນີນງານ 5 ປີ ເພື່ອສົ່ງເສີມຄວາມສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ
22 ຕຸລາ 2026
ສໍາມະນາວິທະຍາສາດ ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງ ອຄ
22 ຕຸລາ 2026
