ກອງປະຊຸມຜ່ານຮ່າງມາດຕະຖານແຫ່ງຊາດ ດ້ານຫົວສາກ, ຕູ້ສາກ ແລະ ແບັດເຕີຣີ EV


ວັນທີ 29 ຕຸລາ 2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສຳຄັນຂຶ້ນເພື່ອພິຈາລະນາ ແລະ ຜ່ານຮ່າງມາດຕະຖານແຫ່ງຊາດຂັ້ນກ່ຽວກັບຫົວສາກ, ຕູ້ສາກ ແລະ ລະບົບແບັດເຕີຣີ ສຳລັບຍານພາຫະນະໄຟຟ້າ (EV) ໃນຂັ້ນຄະນະກຳມະການເຕັກນິກ
ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ສຸກອາລົມ ໂສສຸພັນຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ໂດຍມີການເຂົ້າຮ່ວມຢ່າງພ້ອມພຽງຈາກຫົວຫນ້າ ແລະ ຕາງໜ້າຄະນະກຳມະການເຕັກນິກແຫ່ງຊາດດ້ານຍານພາຫະນະ ແລະ ຄະນະກຳມະການເຕັກນິກດ້ານໄຟຟ້າ ແລະ ເອເລັກໂຕຣນິກ, ຕາງຫນ້າພະນັກງານຈາກກົມມາດຕະຖານ ແລະ ວັດແທກລວມເຖິງພາກທຸລະກິດ ແລະ ບໍລິສັດນຳເຂົ້າ-ຈໍາຫນ່າຍທີ່ດຳເນີນກິດຈະການກ່ຽວກັບ EV.

ນອກຈາກນີ້, ຍັງມີຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ກວາງຊີ (GXIST), ຜູ້ປະກອບການລົດໄຟຟ້າ ຈາກ ສປ ຈີນ ເຂົ້າຮ່ວມຕິດຕາມ. ການຈັດກອງປະຊຸມໃນຄັ້ງນີ້ ແມ່ນບາດກ້າວສຳຄັນໃນການຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງຄະນະສະເພາະກິດ 31/ນຍ ກ່ຽວກັບການສົ່ງເສີມການນຳໃຊ້ລົດໄຟຟ້າ (EV) ຢູ່ ສປປ ລາວ. ເປົ້າໝາຍຫຼັກແມ່ນເພື່ອສ້າງໂຄງລ່າງພື້ນຖານທາງດ້ານຄຸນນະພາບ (National QualityInfrastructure) ທີ່ຮັດກຸມ, ຮັບປະກັນຄວາມປອດໄພໃຫ້ແກ່ສັງຄົມໃນດ້ານການສ້າງ ແລະ ຮັບຮອງມາດຕະຖານສາກົນ ເພື່ອເປັນບ່ອນອີງໃຫ້ແກ່ການກວດສອບແລະ ຢັ້ງຢືນຄຸນນະພາບຍານພາຫະນະໄຟຟ້າ EV ພາຍໃນປະເທດໄດ້ມາດຕະຖານທຽບເທົ່າສາກົນ. ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ສຸກອາລົມ ໂສສຸພັນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການມີສ່ວນຮ່ວມຈາກທຸກພາກສ່ວນ ທັງພາກລັດ, ຊ່ຽວຊານຕ່າງປະເທດ ແລະ ພາກທຸລະກິດ ເຂົ້າຮ່ວມຄົ້ນຄວ້າ ເພື່ອເຮັດໃຫ້ຮ່າງມາດຕະຖານສະບັບນີ້ມີຄວາມສົມບູນ ແລະ ສາມາດນຳໃຊ້ໄດ້ຈິງ.
ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຊີ້ແຈງເຖິງແຜນວຽກໃນຂັ້ນຕໍ່ໄປວ່າ: ພາຍຫຼັງທີ່ຮ່າງມາດຕະຖານຊຸດນີ້ ໄດ້ຜ່ານການຄົ້ນຄວ້າ ແລະ ຮັບຮອງໃນຂັ້ນຄະນະກຳມະການເຕັກນິກເປັນທີ່ຮຽບຮ້ອຍແລ້ວ, ກົມມາດຕະຖານ ແລະ ວັດແທກ ຈະສືບຕໍ່ນຳສະເໜີຜ່ານຂັ້ນສະພາມາດຕະຖານແຫ່ງຊາດ ເພື່ອພິຈາລະນາ. ຫຼັງຈາກນັ້ນ, ຈຶ່ງຈະຮຽນສະເໜີຕໍ່ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອລົງນາມປະກາດໃຊ້ຢ່າງເປັນທາງການ.

ກົມມາດຕະຖານ ແລະ ວັດແທກ ໄດ້ວາງເປົ້າໝາຍຢ່າງຈະແຈ້ງ ໃນການຊຸກຍູ້ໃຫ້ມາດຕະຖານແຫ່ງຊາດ ດ້ານຫົວສາກ, ຕູ້ສາກ ແລະ ລະບົບແບັດເຕີຣີ ສຳລັບລົດໄຟຟ້າ ໄດ້ຮັບການປະກາດໃຊ້ຢ່າງເປັນທາງການ ພາຍໃນທ້າຍປີ 2026 ຫລື ຕົ້ນປິ 2027 ນີ້ ຜົນສຳເລັດຂອງວຽກງານດັ່ງກ່າວ ຈະເປັນການວາງຮາກຖານອັນໜັກແໜ້ນໃຫ້ແກ່ການຫັນປ່ຽນໄປສູ່ການນຳໃຊ້ພະລັງງານສະອາດ, ປົກປ້ອງຜູ້ຊົມໃຊ້ ແລະ ຊຸກຍູ້ການເຕີບໂຕຂອງເສດຖະກິດສີຂຽວ ຢູ່ ສປປ ລາວ ຢ່າງຍືນຍົງ.

