|
ທົ່ວໄປ07 ພະຈິກ 2026

ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ລັດຖະບານ ນະຄອນຊຽງໄຮ້ ລົງນາມບົດບັນທຶກຄວາມເຂົ້າໃຈ ຊຸກຍູ້ການຄ້າ ,ການລົງທຶນ ແລະ ນະວັດຕະກຳ

 ກະຊວງ ອຸດສາຫະກຳ ແລະ ການຄ້າ  ແລະ ລັດຖະບານ ນະຄອນຊຽງໄຮ້ ລົງນາມບົດບັນທຶກຄວາມເຂົ້າໃຈ ຊຸກຍູ້ການຄ້າ ,ການລົງທຶນ ແລະ ນະວັດຕະກຳ

ວັນທີ 7 ພະຈິກ 2026, ຢູ່ນະຄອນຊຽງໄຮ້ ສາທາລະນະລັດປະຊາຊົນຈີນ ,ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ລັດຖະບານ ປະຊາຊົນເຂດຢາງຜູ ນະຄອນຊຽງໄຮ້ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ແລະ ຈັດກອງປະຊຸມແນະນຳການລົງທຶນຄັ້ງທີ 2 ພາຍໃຕ້ຫົວຂໍ້ ມຸ່ງສູ່ເຂດສາມຫຼ່ຽມແມ່ນ້ຳຢາງຊີ ແລະ “ລົງທຶນໃນລາວຍຸກໃໝ່ ທີ່ສູນສະແດງການຮ່ວມມືດ້ານເສດຖະກິດ ແລະ ການຄ້າລາວ ຕັ້ງຢູ່ເຂດຢາງຜູ”

ທ່ານ ພຸດທະວັນ ນັນທະວົງ ,ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ , ແລະ ທ່ານ ໂຈວ ຫຣົງ (ZhouRong),ຮອງເລຂາຄະນະພັກເຂດຢາງຜູ ແລະ ຮັກສາການຫົວໜ້າເຂດ , ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ . ນອກນັ້ນ ຍັງມີຜູ້ຕາງໜ້າຈາກພາກລັດ , ສະຖາບັນການເງິນ , ສະພາການຄ້າ ແລະ ພາກທຸລະກິດຂອງສອງປະເທດເຂົ້າຮ່ວມ.

          ປີ 2026 ເປັນປີຄົບຮອບ 65ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວຈີນ ແລະ ເປັນ ປີມິດຕະພາບລາວຈີນກິດຈະກຳຄັ້ງນີ້ໄດ້ຈັດຂຶ້ນໃນໂອກາດການຈັດງານມະຫາກຳສິນຄ້ານຳເຂົ້າສາກົນຈີນ (CIIE)ຄັ້ງທີ 9, ເພື່ອເສີມຂະຫຍາຍການຮ່ວມມືທາງເສດຖະກິດ ແລະ ການຄ້າໃຫ້ລົງເລິກແລະເກີດຜົນເປັນຮູບປະທຳ.

ສືບຕໍ່ຍົກລະດັບກົນໄກຮ່ວມມືດ້ານການຄ້າ ແລະ ການລົງທຶນບົດບັນທຶກຄວາມເຂົ້າໃຈສະບັບໃໝ່ ໃນຂອບເຂດປີ 2026–2028 ແມ່ນສືບຕໍ່ຈາກພື້ນຖານການຮ່ວມມືເດີມ . ສອງຝ່າຍຈະຮ່ວມກັນຍົກລະດັບການດຳເນີນງານຂອງສູນສະແດງການຮ່ວມມືດ້ານເສດຖະກິດ ແລະ ການຄ້າລາວ ,ຊຸກຍູ້ສິນຄ້າຄຸນນະພາບຂອງລາວເຂົ້າສູ່ຕະຫຼາດຈີນ , ຂະຫຍາຍການຮ່ວມມືດ້ານອຸດສາຫະກຳດິຈິຕອນ , ການລົງທຶນສອງຝ່າຍ ແລະ ການແລກປ່ຽນບຸກຄະລາກອນ.

ສອງຝ່າຍຍັງຈະຈັດຕັ້ງຄະນະເຮັດວຽກສະເພາະຮ່ວມກັນ ,ສ້າງກົນໄກພົບປະເປັນປະຈຳ ແລະ ປະສານງານໃນການຂັບເຄື່ອນໂຄງການສຳຄັນ ເພື່ອໃຫ້ຂໍ້ຕົກລົງຮ່ວມມືສາມາດນຳໄປປະຕິບັດໄດ້ຢ່າງມີປະສິດທິຜົນ.

ເປີດກວ້າງຕະຫຼາດຈີນ ແລະ ດຶງດູດການລົງທຶນທີ່ມີຄຸນນະພາບໃນຄຳປາໄສ ,ທ່ານ ພຸດທະວັນ ນັນທະວົງ ຢືນຢັນວ່າ ສປປ ລາວ ໃຫ້ຄວາມສຳຄັນຕໍ່ການຮ່ວມມືກັບລັດຖະບານທ້ອງຖິ່ນ ແລະພາກທຸລະກິດຂອງຈີນ .ທ່ານໄດ້ສະເໜີໃຫ້ພັດທະນາກົນໄກຮ່ວມມືໃຫ້ເຂັ້ມແຂງ ,ຍຶດຖືຄວາມຕ້ອງການຂອງວິສາຫະກິດເປັນຫຼັກ ,ປັບປຸງການປະສານງານແລະການບໍລິການດ້ານການລົງທຶນ ແລະ ຕິດຕາມຜົນການປະຕິບັດຂອງໂຄງການໃຫ້ເຫັນຜົນຢ່າງຊັດເຈນ.ຝ່າຍລາວຫວັງວ່າຈະມີສິນຄ້າດີເດັ່ນຂອງລາວເຂົ້າສູ່ຕະຫຼາດຊຽງໄຮ້ ແລະ ເຂດສາມຫຼ່ຽມແມ່ນ້ຳຢາງຊີຫຼາຍຂຶ້ນ ,ພ້ອມທັງດຶງດູດວິສາຫະກິດຈີນທີ່ມີຄວາມສາມາດເຂົ້າມາລົງທຶນໃນຂະແໜງການທີ່ສອດຄ່ອງກັບທິດທາງພັດທະນາຂອງລາວ.


        ທ່ານ Zhou Rongກ່າວວ່າ ເຂດຢາງຜູພ້ອມຈະນຳໃຊ້ທ່າແຮງດ້ານເສດຖະກິດດິຈິຕອນ ,ວິທະຍາສາດ ແລະ ເຕັກໂນໂລຊີ, ຊຸກຍູ້ສິນຄ້າລາວເຂົ້າສູ່ຕະຫຼາດຈີນ ແລະ ຂະຫຍາຍການຮ່ວມມືໃນດ້ານສີຂຽວ ,ອີຄອມເມີຊຂ້າມຊາດ ແລະ ການແລກປ່ຽນດ້ານການສຶກສາ ແລະ ວັດທະນະທຳ. ພັດທະນາສູນຮ່ວມມືດ້ານການຄ້າ ແລະ ສຳຫຼວດໂອກາດດ້ານປັນຍາປະດິດສູນສະແດງການຮ່ວມມືດ້ານເສດຖະກິດ ແລະ ການຄ້າລາວ ເປີດດຳເນີນງານທີ່ເຂດຢາງຜູໃນເດືອນພະຈິກ 2023 ແລະ ໄດ້ດຳເນີນກິດຈະກຳດ້ານການສະແດງສິນຄ້າ , ການພົບປະທາງທຸລະກິດ ແລະ ການຊຸກຍູ້ການລົງທຶນຢ່າງຕໍ່ເນື່ອງ. ຕາມການລາຍງານຂອງສູນ , ໄດ້ຕ້ອນຮັບຄະນະເຂົ້າຢ້ຽມຊົມ ແລະ ແລກປ່ຽນ 198 ຄະນະ ລວມ 3,062 ເທື່ອຄົນ.

ທ່ານ Zhou Zhengyu ກ່າວຕື່ມວ່າ ໃນໄລຍະຕໍ່ໄປ ຈະໃຫ້ຄວາມສຳຄັນກັບການນຳໃຊ້ນະວັດຕະກຳດ້ານວິທະຍາສາດ ແລະ ເຕັກໂນໂລຊີ . ໂດຍອາໄສໂອກາດຈາກການຈັດຕັ້ງອົງການຮ່ວມມືປັນຍາປະດິດໂລກ (WAICO), ເຊິ່ງລາວເປັນໜຶ່ງໃນບັນດາປະເທດຜູ້ກໍ່ຕັ້ງ ,ສູນຈະສຳຫຼວດແນວທາງ ນະວັດຕະກຳຈາກຊຽງໄຮ້“,ນຳໃຊ້ໃນລາວ , ຂະຫຍາຍສູ່ອາຊຽນ ເພື່ອເຊື່ອມໂຍງເຕັກໂນໂລຊີກັບສະພາບຄວາມຕ້ອງການຕົວຈິງຂອງລາວ

ທິດທາງນີ້ແມ່ນແຜນງານສຳລັບອະນາຄົດບໍ່ແມ່ນໂຄງການທີ່ໄດ້ລົງນາມແລ້ວ.ເສີມສ້າງການບໍລິການວິສາຫະກິດ ແລະ ຊຸກຍູ້ໂຄງການລົງທຶນໃນກອງປະຊຸມແນະນຳການລົງທຶນ ,ທ່ານ Shen Xueqin, ປະທານສະພາການຄ້າຈີນປະຈຳລາວ , ແລະ ຜູ້ຕາງໜ້າວິສາຫະກິດຈີນທີ່ລົງທຶນຢູ່ລາວ ໄດ້ແລກປ່ຽນປະສົບການດ້ານໂຄງລ່າງໄຟຟ້າ , ການພັດທະນາອຸດສາຫະກຳເກືອໂປຕາສ , ເຂດພັດທະນາໄຊເສດຖາ ແລະ ລະບົບບໍລິການວິສາຫະກິດ.

ສະພາການຄ້າຈີນປະຈຳລາວມີແຜນຊຸກຍູ້ການກະກຽມຈຸດບໍລິການຢູ່ຊຽງໄຮ້ ແລະ ປະສານກັບສູນສະແດງດັ່ງກ່າວ ເພື່ອສະໜອງຂໍ້ມູນນະໂຍບາຍ ,ຄຳປຶກສາດ້ານກົດໝາຍ, ພາສີ , ການເງິນ , ການຈັບຄູ່ຄູ່ຮ່ວມງານ ແລະ ການປະສານງານດ້ານໂຄງການ.

ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ຈະສືບຕໍ່ຊຸກຍູ້ການປະສານງານກັບເຂດຢາງຜູ ແລະ ພາກສ່ວນທີ່ກ່ຽວຂ້ອງ, ພັດທະນາກົນໄກບໍລິການວິສາຫະກິດ ແລະ ຊຸກຍູ້ການຄ້າ , ການລົງທຶນ ແລະ ການຮ່ວມມືດ້ານອຸດສາຫະກຳໃຫ້ເກີດຜົນປະໂຫຍດຮ່ວມກັນຢ່າງຍືນຍົງ.

ພາບ ແລະ ຂ່າວ: ກົມການຄ້າ ຕ່າງປະເທດ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ