|
ທົ່ວໄປ11 ພະຈິກ 2026

ກະຊວງ ອຄ ເຜີຍແຜ່ສັນຍາການຄ້າສິນຄ້າອາຊຽນ ສະບັບປັບປຸງ (Upgraded ATIGA)

ກະຊວງ ອຄ ເຜີຍແຜ່ສັນຍາການຄ້າສິນຄ້າອາຊຽນ ສະບັບປັບປຸງ (Upgraded ATIGA)

 ວັນທີ 9 ພະຈິກ 2026: ກົມເຈລະຈາ ແລະ ການຮ່ວມມືສາກົນ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມມືກັບ ກອງເລຂາອາຊຽນ, ສູນການຄ້າສາກົນ (ITC) ພາຍໃຕ້ໂຄງການ SCOPE Trade ທີ່ໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບເອີຣົບ (EU), ແລະ ໂຄງການ BOOST Lao PDR ໄດ້ຈັດກອງປະຊຸມເຜີຍແຜ່ ຫົວຂໍ້: "ສັນຍາການຄ້າສິນຄ້າອາຊຽນສະບັບປັບປຸງ (Upgraded ATIGA) ແລະ ຂໍ້ລິເລີ່ມການອຳນວຍຄວາມສະດວກທາງດ້ານການຄ້າ ສຳລັບ ສປປ ລາວ" ຂຶ້ນຢ່າງເປັນທາງການ ຢູ່ ໂຮງແຮມຄຣາວພລາຊາ,ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຂວັນໃຈ ອ່ຽວສຸທິ ຮອງຫົວໜ້າກົມເຈລະຈາ ແລະ ຮ່ວມມືສາກົນ

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຮູບແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກຊຶ່ງມີຜູ້ຕາງໜ້າຈາກຂະແໜງການກ່ຽວຂອງພາກລັດ ແລະ ພາກທຸລະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ, ນອກຈາກນັ້ນ, ຍັງມີຜູ້ຕາງໜ້າຈາກ ກອງເລຂາອາຊຽນ, ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ສູນການຄ້າສາກົນ, , ແລະ ບັນດາຄູ່ຮ່ວມງານເພື່ອການພັດທະນາ.

ກອງປະຊຸມໄດ້ຮ່ວມກັນທົບທວນເຖິງຄວາມສໍາຄັນຂອງ ສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA) ທີ່ໄດ້ຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2010 ເປັນຕົ້ນມາ,​ເຊິ່ງມີບົດບາດສໍາຄັນໃນການສົ່ງເສີມການຄ້າພາຍໃນອາຊຽນ ຜ່ານການຍົກເວັ້ນພາສີ, ການຫຼຸດຜ່ອນອຸປະສັກທາງດ້ານການຄ້າ ແລະ ການອຳນວຍຄວາມສະດວກໃນການເຄື່ອນຍ້າຍສິນຄ້າ. ນອກຈາກນັ້ນ, ຍັງໄດ້ເນັ້ນເຖິງຄວາມຄືບໜ້າຄັ້ງປະຫວັດສາດ ຈາກການລົງນາມໃນອະນຸສັນຍາສະບັບທີ 2 ເພື່ອແກ້ໄຂສັນຍາ ATIGA ຫຼື "Upgraded ATIGA" ໃນວັນທີ 1 ທັນວາ 2025 ທີ່ຜ່ານມາ ເຊິ່ງຖືເປັນກ້າວສໍາຄັນໃນການສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ຕອບສະໜອງຕໍ່ການປ່ຽນແປງທາງດ້ານສະພາບແວດລ້ອມຂອງການຄ້າໂລກ. ອະນຸສັນຍາສະບັບນີ້ ຈະມີຜົນບັງຄັບໃຊ້ໃນ ວັນທີ 01 ມິຖຸນາ 2026 ເປັນຕົ້ນໄປ ຫຼື 18 ເດືອນຫຼັງຈາກການລົງນາມ, ໃນໄລຍະເວລານີ້ເປັນຊ່ວງໄລຍະທີ່ສໍາຄັນໃນການກຽມຄວາມພ້ອມພາຍໃນປະເທດໃນການຈັດຕັ້ງປະຕິບັດອະນຸສັນຍາສະບັບນີ້.

ສັນຍາ Upgraded ATIGA ໄດ້ເພີ່ມທັດສະນະ ແລະ ຂໍ້ກຳນົດໃໝ່ໆ ທີ່ຄອບຄຸມຫຼາຍຂົງເຂດ ເຊັ່ນ: ການອຳນວຍຄວາມສະດວກທາງດ້ານການຄ້າ, ມາດຕະການທີ່ມິແມ່ນພາສີ, ຄວາມໂປ່ງໃສ, ສິນຄ້າຜະລິດຄືນໃໝ່ (Remanufactured goods), ການຄ້າ ແລະ ສິ່ງແວດລ້ອມ, ວິກິດການທາງມະນຸດສະທຳ, ຄວາມໝັ້ນຄົງດ້ານອາຫານ, ການຄ້າແບບບໍ່ໃຊ້ເຈ້ຍ (Paperless trade) ແລະ ການເຊື່ອມໂຍງຫ່ວງໂສ້ອຸປະທານ.

ສຳລັບ ສປປ ລາວ, ເຊິ່ງເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແຕ່ໄດ້ຫັນປ່ຽນມາເປັນສູນກາງການເຊື່ອມໂຍງທາງບົກ (Land-linked country), ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການເຊື່ອມໂຍງພູມິພາກ ແມ່ນມີຄວາມກ່ຽວຂ້ອງຢ່າງຍິ່ງໃນການປ່ຽນທີ່ຕັ້ງທາງພູມິສາດໃຫ້ເປັນເປົ່າໝາຍທາງເສດຖະກິດ. ການນໍາໃຊ້ເຄື່ອງມືອຳນວຍຄວາມສະດວກຕ່າງໆ ເຊັ່ນ: ລະບົບປະຕູດຽວອາຊຽນ (ASEAN Single Window), ລະບົບຮັບຮອງແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (ASEAN-Wide Self-Certification Scheme), ລະບົບຜ່ານແດນພາສີອາຊຽນ (ACTS), ຂໍ້ຕົກລົງຮັບຮູ້ເຊິ່ງກັນ ແລະ ກັນ ກ່ຽວກັບຜູ້ປະກອບການບັດຄຳ (AEO MRA), ແລະ ລະບົບຄົ້ນຫາອັດຕາພາສີອາຊຽນ (ASEAN Tariff Finder) ຈະຊ່ວຍໃຫ້ຜູ້ສົ່ງອອກ ແລະ ຜູ້ນຳເຂົ້າຂອງ ສປປ ລາວ ຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນໃນຕະຫຼາດອາຊຽນ.

ກອງປະຊຸມເຜີຍແຜ່ຈະດຳເນີນເປັນເວລາ 2 ວັນ,  ຈະເປັນເວທີແລກປ່ຽນອັນລ້ຳຄ່າໃນການແລກປ່ຽນຄວາມຮູ້, ປະສົບການກັບຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ, ສ້າງຄວາມເຂົ້າໃຈກ່ຽວກັບຂໍ້ປ່ຽນແປງໃໝ່, ພ້ອມທັງເປີດໂອກາດໃຫ້ຂະແໜງການກ່ຽວຂ້ອງເຊັ່ນຜູ້ອອກຟອມ, ຜູ້ຮັບຟອມພາສີ, ສະມາຄົມທຸລະກິດ, ຜູ້ສົ່ງອອກ-ນໍາເຂົ້າ ໄດ້ຮ່ວມກັນຫາລື, ຄົ້ນຫາສິ່ງທ້າທາຍ ແລະ ວິທີແກ້ໄຂຢ່າງເປັນຮູບປະທຳ.

ໃນຕອນທ້າຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຢືນຢັນຄວາມມຸ່ງໝັ້ນທີ່ຈະຮ່ວມມືຢ່າງໃກ້ຊິດກັບ ກອງເລຂາອາຊຽນ, ຄູ່ຮ່ວມງານເພື່ອການພັດທະນາ, ຂະແໜງການທີ່ກ່ຽວຂ້ອງ ແລະ ພາກເອກກະຊົນ ເພື່ອຈັດຕັ້ງປະຕິບັດ ແລະ ໝູນໃຊ້ປະໂຫຍດຈາກສັນຍາ Upgraded ATIGA ແລະ ຂໍ້ລິເລີ່ມອຳນວຍຄວາມສະດວກທາງດ້ານການຄ້າ ໃຫ້ມີຜົນປະໂຫຍດສູງສຸດແກ່ ສປປ ລາວ.

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ