|
ການຄ້າ05 ຕຸລາ 2026

ກອງປະຊຸມຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດອາຊຽນ ຄັ້ງທີ 8

ກອງປະຊຸມຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດອາຊຽນ ຄັ້ງທີ 8

ໃນຕອນເຊົ້າຂອງວັນທີ 05 ຕຸລາ 2026, ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ໄດ້ຮັບກຽດເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດອາຊຽນ (ASEAN Heads of Competition Agencies ຫຼື AHCA) ຄັ້ງທີ 8 ໂດຍການເປັນປະທານຂອງທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມການຄ້າພາຍໃນ.

ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມຂັ້ນຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດຂອງອາຊຽນ ເຊິ່ງເປັນເວທີສໍາຄັນໃນການກຳນົດນະໂຍບາຍ ແລະ ທິດທາງການຮ່ວມມືກ່ຽວກັບວຽກງານແຂ່ງຂັນທາງທຸລະກິດໃນຂອບອາຊຽນ. ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດ 5 ປີ, ການຮ່ວມມືກັບບັນດາຄູ່ຮ່ວມພັດທະນາ, ພ້ອມທັງຫາລືກ່ຽວກັບກົນໄກການສ້າງຕັ້ງ AHCA ໃຫ້ເປັນທາງການ. ນອກຈາກນີ້, ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບແນວຄວາມຄິດໃນການສ້າງຕັ້ງສູນການແຂ່ງຂັນທາງທຸລະກິດທີ່ດີເລີດຂອງອາຊຽນ (ASEAN Competition Centre of Excellence) ແລະ ການກະກຽມຈັດກອງປະຊຸມການແຂ່ງຂັນທາງທຸລະກິດອາຊຽນ ຄັ້ງທີ 12 ອີກດ້ວຍ.

ພາບ: ວຽງສະຫວັນ ປຣະດິດ

ຂ່າວ: ກົມການຄ້າພາຍໃນ

ກວດແກ້: ຄະນະບັນນາທິການຂ່າວສານ ອຄ

ແຊຣ໌:FacebookMessengerWhatsAppX
ກັບໄປຫາຂ່າວສານ